spot_img
Homeມູມໄອທີລາວສຸດຄັກ! 3D TOUCH ເທິງ IPHONE 6S ຊັ່ງນ້ຳໜັກສິ່ງຂອງໄດ້ອີກ

ສຸດຄັກ! 3D TOUCH ເທິງ IPHONE 6S ຊັ່ງນ້ຳໜັກສິ່ງຂອງໄດ້ອີກ

Published on

ຫລັງ​ຈາກ​ເປີດ​ຕົວ​ໄປ​ບໍ່ດົນ​ແລະ​ກໍ​ເຂົ້າ​ມາຮອດລາວກັນ​ແລ້ວ​ສຳລັບ iPhone 6S ທີ່​ຫລາຍໆຄົນ​ຢາກ​ໄດ້​ ມື້​ນີ້​ເຮົາ​ຈະ​ມາ​ບອກ​ເຖິງ​ຄວາມ​ສາມາດ​ອີກ​ໜຶ່ງ​ຢ່າງ​ຂອງເທກ​ໂນ​ໂລ​ຍີ 3D Touch ທີ່​ເປັນ​ຟັງຊັ່ນ​ໃໝ່​ເທິງ  iPhone 6S ເມື່ອ​ມີ​ນັກ​ພັດທະນາ​ແອັບ​ພິ​ເຄ​ຊັ່ນ​ຫົວ​ໃສ​ລາຍ​ໜຶ່ງ ໄດ້​ພັດທະນາແອັບ​ພິ​ເຄ​ຊັ່ນທີ່​ອາ​ໄສ​ຟັງຊັ່ນ 3D Touch ໃນ​ການ​ຊັ່ງ​ນ້ຳ​ໜັກ​ສິ່ງ​ຂອງ ຊຶ່ງ​ຖື​ວ່າ​ມັນ​ສຸດຄັກຫລາຍໆ

3D

ແອັບ​ພິ​ເຄ​ຊັ່ນ​ດັ່ງ​ກ່າວ​ມີ​ຊື່​ວ່າ  Plum-O-meter ພັດທະນາ​ໂດຍ Simon Gladman ທີ່​ເປັນ​ການ​ນຳ​ເອົາເທກ​ໂນ​ໂລ​ຍີ Force Touch ແລະ 3D Touch ມາ​ໃຊ້​ໃນ​ການ​ຊັ່ງ​ນ້ຳ​ໜັກ​ສິ່ງ​ຂອງ ໂດຍ​ໄດ້​ມີ​ການ​ສາ​ທິດ​ການ​ໃຊ້​ງານ​ຜ່ານ​ທາງ ຄລິບ​ວີ​ດີ​ໂອ​ໃຫ້​ເບິ່ງ​ກັນ​ນຳອີກ ທັງ​ນີ້​ຍັງ​ເປັນພຽງ​ການ​ຊັ່ງ​ນ້ຳ​ໜັກ​ແບບ​ວ່າ​ປຽບທຽບ​ເປີ​ເຊນ​ເທົ່າ​ນັ້ນ ວ່າ​ສິ່ງ​ໃດ​ໜັກ​ກວ່າ​ກັນ

ແລະ​ເຖິງແມ່ນວ່າ​ຈະ​ບໍ່​ສາມາດ​ຊັ່ງ​ນ້ຳ​ໜັກ​ທີ່​ແນ່ນອນ​ໄດ້ ແຕ່​ກໍ​ຖື​ວ່າ​ເປັນ​ແອັບ​ພິ​ເຄ​ຊັ່ນ​ທີ່​ໃຊ້​ປະໂຫຍດ​ຈາກ 3D Touch ໄດ້​ຍ່າງ​ດີ ​ແລະ ​ເປັນ​ການ​ປູ​ທາງ​ໃຫ້​ມີ​ການ​ພັດທະນາ​ແອັບ​ພິ​ເຄ​ຊັ່ນ​ທີ່ສຸດ​ຍອດ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ອະນາຄົດ​ອີກດ້ວຍ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...