spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກກອມມູນິດຝຣັ່ງ

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກກອມມູນິດຝຣັ່ງ

Published on

5a17136b58b3ea088ec5d3aea9d5dcf1

ໂດຍ​ຕອບ​ສະໜອງ​ຄຳ​ເຊີນຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ຝຣັ່ງ ນຳ​ໂດຍ​ສະຫາຍ ປີ​ແອ ລໍ​ຣອງ ເລຂາທິການ​ໃຫຍ່​ພັກກອມ​ມູ​ນິດ​ຝຣັ່ງ ໄດ້​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ແຕ່ວັນ​ທີ 25-26 ຕຸລາ 2015 ວັນ​ທີ 26 ຕຸລາ ສະຫາຍ ປີ​ແອ ລໍ​ຣອງ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ສະຫາຍ ຈູມ​ມາລີ ໄຊ​ຍະສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ຢູ່​ທຳ​ນຽບ​ປະທານ​ປະເທດ.

ສະຫາຍ ຈູມ​ມາລີ ໄຊ​ຍະສອນ ກໍ່​ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ຝຣັ່ງໃນຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ເພີ່ມພູນ​ຄູນ​ສ້າງ ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງຊາດ ລາວ-ຝຣັ່ງ ໃຫ້​ນັບ​ມື້​ແໜ້ນແຟ້ນ​ຍິ່ງ​ຂຶ້ນ ພ້ອມ​ນີ້ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ຍັງ​ໄດ້ແຈ້ງ​ສະພາບ​ການ​ອັນ​ພົ້ນ​ເດັ່ນຂອງ ​ສປປ ລາວ ໃຫ້​ຄະນະ​ຜູ້ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ຝຣັ່ງ ແລະ ໄດ້​ຕີ​ລາຄາ​ສູງ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະເທດ​ໃນໄລຍະ​ຜ່ານ​ມາ ນອກ​ນີ້ ຍັງ​ໄດ້​ຊົມເຊີຍ​ຜົນ​ການ​ພົບ​ປະ​ເຮັດ​ວຽກ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກກອມ​ມູ​ນິດ​ຝຣັ່ງ ກັບ​ຄະນະ​ຜູ້​ແທນຂັ້ນ​ສູງ​ພັກ​ປະຊາຊົນ​ປະຕິວັດ​ລາວ ເຊິ່ງ​ນຳ​ໂດຍສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດ.

ສະຫາຍ ປີ​ແອ ລໍ​ຣອງ ໄດ້ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນ​ສຳເລັດ ​ໃນ​ການ​ສ້າງສາ ແລະ ພັດທະ​ນາ​ຂອງ ​ສປປ ລາວ ພາຍ​ໃຕ້ການ​ຊີ້​ນຳ-ນຳພາ​ອັນ​ຖືກຕ້ອງ ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ໃນ​ໄລຍະ 40 ປີຜ່ານມາ ພ້ອມ​ທັງ​ໄດ້​ອວຍພອນ​ໃຫ້​ພັກ-ລັດ ກໍ່​ຄືປະຊາຊົນລາວ​ທຸກ​ຖ້ວນ​ໜ້າ ​ຈົ່ງ​ໄດ້​ຮັບ​ຜົນສຳເລັດ​ອັນ​ໃໝ່​ໃຫຍ່​ຫຼວງ​ກວ່າເກົ່າ ໃນ​ການ​ສ້າງສາ​ພັດທະນາປະເທດ​ຊາດ ສືບຕໍ່​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງພັກ ໃຫ້​ປາກົດ​ຜົນ​ເປັນ​ຈິງ ແລະ ກະກຽມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ໃນ​ປີ 2016 ໃຫ້​ໄດ້​ຮັບ​ຜົນສຳເລັດ.

ໃນ​ວັນ​ດຽວ​ກັນ​ນີ້ ຄະນະ​ຜູ້​ແທນຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ຝຣັ່ງ ກໍ່​ໄດ້ພົບ​ປະ ແລະ ເຮັດ​ວຽກ​ກັບ​ຄະນະຜູ້​ແທນ​ຂັ້ນ​ສູງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຢູ່​ທຳ​ນຽບ​ປະທານ​ປະເທດ ເຊິ່ງ​ການ​ພົບ​ປະ​ຄັ້ງ​ນີ້ ​ສອງຝ່າຍ​ກໍ່​ໄດ້​ແຈ້ງ​ໃຫ້​ກັນ ແລະ ກັນຊາບ​ກ່ຽວ​ກັບ​ສະພາບ​ການ​ພົ້ນເດັ່ນ​ຂອງ​ແຕ່​ລະ​ພັກ ແຕ່​ລະ​ປະເທດ ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ຕໍ່ມູນເຊື້ອ ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຝຣັ່ງ ໃນ​ໄລຍະ​ຜ່ານ​ມາ ແລະ ເປັນເອກະ​ພາບ​ກັນ​ກ່ຽວ​ກັບ​ທິດ​ທາງແຜນການ​ຮ່ວມ​ມື​ກັນ​ໃນຕໍ່ໜ້າ.

ໃນ​ໄລຍະ​ການ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ຝຣັ່ງ ຍັງ​ໄດ້​ໄປ​ຢ້ຽມ​ຊົມ​ປູ​ສະ​ນິຍະ​ສະຖານ​ທາງ​ປະຫວັດສາດ ແລະ ວັດທະນະທຳ​ຈຳນວນ​ໜຶ່ງ ຢູ່​ນະຄອນຫຼວງ​ວຽງ​ຈັນ ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...