spot_img
Homeຂ່າວພາຍ​ໃນບໍ່ຄໍາ-ທອງເຊໂປນ ບັນລຸເປົ້າໝາຍການຜະລິດໃໝ່ ໃນໄຕມາດ 3 ປີ 2015

ບໍ່ຄໍາ-ທອງເຊໂປນ ບັນລຸເປົ້າໝາຍການຜະລິດໃໝ່ ໃນໄຕມາດ 3 ປີ 2015

Published on

MMG LXML Sepon

ຂປລ. ບໍໍລິສັດ MMG LXML ເຊໂປນ (ໂຄງການບໍ່ຄໍາ-ທອງເຊໂປນ) ບັນລຸໄດ້ເປົ້າໝາຍ ການຜະລິດປະຈໍາໄຕມາດໃໝ່ ແລະ ສະຖິຕິການຜະລິດ ແຕ່ຕົ້ນປີ ເຖິງປັດຈຸບັນໃໝ່ ໃນໄຕມາດທີ 3 ຂອງປີ 2015 ທີ່ສືບເນື່ອງມາຈາກຜົນການຜະລິດ ແລະ ການດໍາເນີນງານທີ່ມີປະສິດທິຜົນ.

ໃນໄຕມາດທີ 3 ນີ້, ໂຄງການບໍ່ຄໍາ-ທອງເຊໂປນ ຜະລິດແຜ່ນທອງແດງ ໄດ້ 24,062 ໂຕນ, ສູງກວ່າການຜະລິດ ໃນໄຕມາດທີ່ຜ່ານມາ ເຖິງ 3% ແລະ 11% ເມື່ອທຽບກັບຜົນການຜະລິດ ໃນໄຕມາດດຽວກັນຂອງປີ 2014. ຜົນການຜະລິດແຜ່ນທອງ ແຕ່ຕົ້ນປີຈົນເຖິງປັດຈຸບັນ ແມ່ນ 68,694 ໂຕນ ​ເຊິ່ງສູງກວ່າ 7%​ ເມື່ອທຽບໃສ່ການຜະລິດ ໃນໄລຍະດຽວກັນ ຂອງປີ 2014.

ທ່ານ ຊູເຣັດ ວາດນາກຣາ, ຜູ້ຈັດການໃຫຍ່ ບໍ່ຄໍາ-ທອງ ເຊໂປນ ກ່າວ​ວ່າ: ຜົນການຜະລິດ​ ໄດ້ສະແດງໃຫ້ເຫັນຄວາມສໍາຄັນ ໃນການປັບປຸງ ຊັບສິນທີ່ມີຢູ່ ກໍຄື ການປັບປຸງສາຍການຜະລິດ, ໂດຍສຸມໃສ່ການເພີ່ມ ປະສິດທິຜົນການດໍາເນີນງານ ຂອງໂຮງງານ, ການນໍາໃຊ້ຊັບສິນທີ່ມີ, ພວກເຮົາສາມາດ ເພີ່ມຜົນຜະລິດ ແລະ ປັບປຸງປະສິດທິພາບ ການຜະລິດໃນປັດຈຸບັນ. ການປັບປຸງດັ່ງກ່າວ ​ໄດ້ມີຄວາມໝາຍຄວາມສໍາຄັນສູງ ໃນໄລຍະປັດຈຸບັນ ທີ່ລາຄາທອງຕົກຕໍ່າ. ຂໍສະແດງຄວາມຊົມເຊີຍ ມາຍັງທີມງານ ຢູ່ໂຄງການ ບໍ່ຄໍາ-ທອງເຊໂປນ ສໍາລັບຄວາມມຸ້ງໝັ້ນ ແລະ ການເອົາໃຈໃສ່ເຮັດວຽກ ໃນການປັບປຸງເຫລົ່ານີ້ ​ເຊິ່ງໄດ້ຊ່ວຍໃຫ້ພວກເຮົາ ສາມາດຮັກສາ ຜົນການຜະລິດ ເຖິງແມ່ນວ່າ ຄຸນນະພາບສິນແຮ່ຈະຫລຸດລົງ ແລະ ເປັນສິນແຮ່ປະເພດ 2 ທີ່ມີເນື້ອແຂງກວ່າເກົ່າ.
ທ່ານ ຊູເຣັດ ກ່າວຕື່ມວ່າ: ພວກເຮົາຍັງສືບຕໍ່ທົບທວນໂອກາດ ໃນການປັບປຸງການຜະລິດ ໃນຂະນະທີ່ສິນແຮ່ມີຄຸນນະພາບຫລຸດລົງ ແລະ ພວກເຮົາ ກໍາລັງກ້າວຜ່ານ ແຜນງານຂອງໂຄງການ ບໍ່ຄໍາ-ທອງເຊໂປນ, ພ້ອມກັນນີ້ກໍມີ ແຜນງານການສໍາຫລວດ ແຮ່ທາດ ແບບມີຈຸດສຸມຢູ່ພື້ນທີ່ໃກ້ກັບບໍ່. ແຜນການຜະລິດ ສໍາລັບໂຄງການ ບໍ່ຄໍາ-ທອງ ເຊໂປນ ຍັງບໍ່ມີການປ່ຽນແປງ ແລະ ຄາດວ່າຈະຜະລິດແຜ່ນທອງແດງ ໃຫ້ໄດ້ 80.000-87.000 ໂຕນໃນປີ 2015.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...