Homeຂ່າວການພັດທະນາປະຊາຊົນຍີ່ປຸ່ນ ມອບລົດມອດໄຟມືສອງໃຫ້ລາວ 22 ຄັນ

ປະຊາຊົນຍີ່ປຸ່ນ ມອບລົດມອດໄຟມືສອງໃຫ້ລາວ 22 ຄັນ

Published on

Untitled-1

ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນ ໄດ້ນຳເອົາລົດມອດໄຟ 22 ຄັນ ມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ພ້ອມເຄື່ອງນຸ່ງກັນຄວາມຮ້ອນຈຳ ນວນ 93 ຊຸດ ລວມ ມູນຄ່າ 95 ລ້ານກວ່າເຢັນ (ສະກຸນເງິນຍີ່ປຸ່ນ), ເພື່ອປະກອບສ່ວນເຂົ້າໃນວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຂອງລາວ ໃຫ້ມີປະສິດທິຜົນຫລາຍຂຶ້ນ.

ຜູ້ຈັດການຝ່າຍຕ່າງປະເທດ ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນ ກ່າວວ່າ: ການຊ່ວຍ ເຫລືອດັ່ງກ່າວແມ່ນປະຕິບັດຕາມ ສັນຍາຮ່ວມມືລະຫວ່າງສອງຝ່າຍ ໂດຍສະມາຄົມດັ່ງກ່າວໄດ້ປະສານງານໄປຍັງລັດຖະບານຍີ່ປຸ່ນ ເພື່ອທ້ອນໂຮມເອົາລົດມອດໄຟມືສອງ ທີ່ຍັງສາມາດໃຊ້ງານໄດ້ ມາມອບໃຫ້ຝ່າຍລາວເປັນ 3 ໄລຍະຄື: ໄລຍະທຳອິດ ມອບໃຫ້ 7 ຄັນ, ໄລຍະທີສອງ 21 ຄັນ ແລະ ໄລຍະທີ
ສາມ ແມ່ນ 22 ຄັນ ທັງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນຮ່ວມມືອັນດີງາມ ລະຫວ່າງຍີ່ປຸ່ນ- ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງ ພິທີມອບ-ຮັບຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2015ນີ້, ທີ່ກະຊວງ ປ້ອງກັນຄວາມສະຫງົບ, ລະ ຫວ່າງທ່ານນາງ ເທລະດະ ຄຽວ ໂກະ ຜູ້ຈັດການຝ່າຍຕ່າງປະເທດ ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນ ແລະ ທ່ານ ພົຈວ ສິນ ທະວົງ ໄຊຍະກອນ ລັດຖະມົນຕີ ຊ່ວຍວ່າການກະຊວງປ້ອງກັນ ຄວາມສະຫງົບ, ມີທ່ານເອກອັກ ຄະຣາຊະທູດຍີ່ປຸ່ນປະຈຳລາວເຂົ້າຮ່ວມນຳດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...