spot_img
Homeຂ່າວເຫດການຕຳຫລວດຈະລາຈອນ ນ.ວ ວາງກຳລັງກຽມພ້ອມ ຮັກສາຄວາມສະຫງົບ ງານບຸນອອກພັນສາ

ຕຳຫລວດຈະລາຈອນ ນ.ວ ວາງກຳລັງກຽມພ້ອມ ຮັກສາຄວາມສະຫງົບ ງານບຸນອອກພັນສາ

Published on

Untitled.22.10.1

ຂປລ. ທ່ານ ພັນໂທ ຢຸດຕະພົງ ສຸວັນນະສີງ ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດວ່າ: ເລີ່ມແຕ່ວັນທີ 24-28 ຕຸລາ 2015 ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທາງພະແນກຕຳຫລວດຈະລາຈອນພວກເຮົາ ແມ່ນໄດ້ວາງກຳລັງປ້ອງກັນຢູ່ຕາມຈຸດສຳຄັນຕ່າງໆໃນ 3 ເມືອງ ຄື: ເມືອງສີໂຄດຕະບອງ, ຈັນທະບູລີ ແລະ ເມືອງສີສັດຕະນາກ, ໃນນັ້ນ ມີຈຸດປ້ອງກັນວົງໃນ, ວົງນອກ ແລະ ຈຸດປະຈຳການແກ້ໄຂອຸບັດຕິເຫດ.

ສຳລັບເສັ້ນທາງສັນຈອນໄດ້ກຳນົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆໄວ້ຄື : ລົດທີ່ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດຢູ່ເຂດວັດຫົວເມືອງ, ເດີ່ນສະໂມສອນດອກປີກໄກ່ ກະຊວງ ປກສ, ເດີ່ນສວນເຈົ້າຟ້າງຸ່ມ, ພະແນກສຶກສານະຄອນຫລວງວຽງຈັນ, ແຄມຖະໜົນສະພານຸວົງ ຫລື ທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພະຫະນະອື່ນໆ. ລົດທີ່ມາຈາກທິດໃຕ້ ອະນຸຍາດໃຫ້ຈອດຢູ່ບໍລິເວນຈອດລົດ ຂອງພະແນກໂຍທາທິການ ແລະ ຂົນສົ່ງ, ໂຮງຮຽນ ມ ປາຍເພຍວັດ ເດີ່ນຂ້າງສວນເຈົ້າອະນຸວົງ, ຫລັງໂຮງແຮມດອນຈັນພຣາເລດ, ເດີ່ນຈອດລົດໂຮງໝໍມະໂຫສົດ, ບ່ອນຈອດລົດ ທີ່ອະນຸກຳ ມະການຈັດງານບຸນກຳນົດໄວ້ ຫລື ຈອດຕາມແຄມທາງ ຮ່ອມ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພະຫະນະອື່ນໆ. ສ່ວນລົດມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມບໍລິເວນລານຈອດລົດ ຕໍ່ໜ້າສະໜາມກິລາເຈົ້າອະນຸວົງ, ເດີ່ນຈອດລົດ ຫໍວັດທະນະທຳ, ເດີ່ນຫໍພິພິທະພັນ ຫລື ຕາມແຄມທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພະຫະນະອື່ນໆ.ສ່ວນບັນດາລົດເກັງ, ລົດກະບະ, ລົດຕຸກໆ-ຈຳໂບ້ ແມ່ນໃຫ້ຈອດ ຕາມສະຖານທີ່ຈອດລົດ ທີ່ອະນຸກຳມະການຈັດງານໄດ້ກຳນົດໄວ້ ແລະ ປະຕິບັດຕາມສັນຍານຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນ ທີ່ປະຕິບັດໜ້າທີ່ຕາມຈຸດ, ຕາມປ້ອມຕ່າງໆ ບັນດາລົດຈັດ, ລົດຖີບ ອະນຸຍາດໃຫ້ຈອດຕາມ ສະຖານທີ່ຈອດລົດ ທີ່ຄະນະກຳມະການຈັດງານໄດ້ກຳນົດໄວ້.

ພ້ອມກັນນີ້ ຜູ້ນຳໃຊ້ພາຫະນະທຸກປະເພດ ທີ່ບໍ່ມີຈຸດປະສົງເຂົ້າມາທ່ຽວງານບຸນໃຫ້ປະຕິບັດ ຄື: ລົດທີ່ມາຈາກເສັ້ນທາງ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້ ຖະໜົນທ່າເດື່ອ ໃຫ້ນຳໃຊ້ຖະໜົນໜອງບຶກ, ຖະໜົນ ດົງໂດກ, ຖະໜົນສີທອງ ແລະ ຖະໜົນອາຊຽນ ລົດທີ່ມາຈາກຖະໜົນທ່າເດື່ອ ຂົວມິດຕະພາບ ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນຳໃຊ້ຖະໜົນ 450 ປີ ຖະໜົນກຳແພງເມືອງ ແລະ ຖະໜົນມິດຕະພາບ. ຫ້າມພາຫະນະ ທຸກປະເພດ ນຳໃຊ້ຖະໜົນຟ້າງຸ່ມ (ແຄມຂອງ) ເລີ່ມແຕ່ບໍລິເວນເຂດສາມແຍກໂຮງແຮມຊີເຊິນຣີເວີໄຊ (Seasons Riverside Hotel)ເຖິງສາມແຍກປາກປ່າສັກ ລະຫວ່າງວັນທີ 22-28/10/2015 ສະເພາະພາ ຫະນະຂົນ ສົ່ງສິນຄ້າປະເພດຕ່າງໆ ທີ່ມີຈຸດປະສົງນຳເອົາສິນຄ້າເຂົ້າໄປຂາຍໃນງານບຸນ ໃຫ້ນຳສົ່ງເຄື່ອງແຕ່ເວລາ 05:00 ໂມງ-09:00 ໂມງ ແລະ ຫ້າມບໍ່ໃຫ້ເຮັດສະຖານທີ່ຝາກລົດຢູ່ສອງ ຝາກທາງຂອງເສັ້ນ ທາງເສດຖາທິລາດແຕ່ກິໂລ ແມັດທີໜຶ່ງເຖິງໄຟແດງຫໍຄຳຢ່າງເດັດຂາດ ຖ້າຫາກຜູ້ໃດຝ່າຝືນລະບຽບແມ່ນຈະຖືກປະຕິບັດວິໃນ.

ໂອກາດນີ້, ທ່ານ ພັນໂທ ຢຸດຕະພົງ ສຸວັນນະສີງ ໄດ້ຮຽກຮ້ອງໃຫ້ທຸກຄົນ ຈົ່ງເປັນເຈົ້າການປົກປັກຮັກສາ, ມ້ຽນມັດວັດຖຸສິ່ງຂອງ ທີ່ເປັນຊັບສົມບັດຂອງຕົນໃຫ້ດີ, ເປັນເຈົ້າການກວດກາ ຟືນໄຟຕາມສະຖານທີ່ເຮືອນຊານ, ບ່ອນຢູ່ ອາໄສ ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງ ພາໃຫ້ເກິດເຫດອັກຄີໄຟ ຫລື ພວກຄົນບໍ່ດີສວຍໃຊ້ເຄື່ອນໄຫວກໍ່ອາດສະຍາກຳ, ປຸ້ນຈີ້, ຊີງຊັບ; ເອົາໃຈໃສ່ໃນການເຮັດໜ້າທີ່ປ້ອງກັນເວນຍາມ ສຳນັກງານອົງການ, ບ້ານ, ກຸ່ມບ້ານ, ກວດກາລາດຕະເວນ ຮັບ ປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ຫ້າມຖືອາວຸດທຸກຊະນິດເຂົ້າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທີ່ກຳ ລັງປະຕິບັດໜ້າທີ່ ໃນການປ້ອງກັນງານບຸນດັ່ງກ່າວ ຫ້າມດື່ມເຫລົ້າ ຫລື ສິ່ງມຶນເມົາ ໃນສະພາບມືນເມົາແລ້ວຂັບລົດ, ຫ້າມຂີ່ລົດເປັນພຶງເປັນແພ ຂີ່ລົດແຂ່ງກັນ ຂີ່ລົດກວນເມືອງ ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດກົດໝາຍ ການສັນ ຈອນຕາມເສັ້ນທາງຫລວງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...