spot_img
Homeຂ່າວຕ່າງປະເທດກຸ່ມນາໂຕ້ ແລະ ພັນທະມິດ ເປີດຊ້ອມຮົບຄັ້ງໃຫຍ່ສຸດໃນຮອບທົດສະວັດ ຫວັງຄານອິດທິພົນຣັດເຊຍ!

ກຸ່ມນາໂຕ້ ແລະ ພັນທະມິດ ເປີດຊ້ອມຮົບຄັ້ງໃຫຍ່ສຸດໃນຮອບທົດສະວັດ ຫວັງຄານອິດທິພົນຣັດເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລາຜ່ານມານີ້ວ່າ ກຸ່ມສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ແລະ ພັນທະມິດ ເປີດການຊ້ອມຮົບທາງທະຫານຄັ້ງໃຫຍ່ທີ່ສຸດໃນຮອບທົດສະວັດ ຢູ່ເຂດຕອນກາງຂອງທະເລເມດິແຕຣານຽນ ໂດຍພິທີເປີດໄດ້ຈັດຂຶ້ນທີ່ຖານທັບອາກາດແຫ່ງໜຶ່ງ ທາງພາກໃຕ້ຂອງປະເທດອີຕາລີ ຊຶ່ງມີທະຫານເຂົ້າຮ່ວມໃນການຊ້ອມຮົບຄັ້ງນີ້ ປະມານ 36,000 ຄົນ ມີເຮືອກຳປັ່ນສູ້ຮົບ ແລະ ເຮືອບິນສູ້ຮົບຕ່າງໆເຂົ້າຮ່ວມ ໂດຍການຊ້ອມຮົບຈະດຳເນີນໄປເປັນເວລາ 5 ອາທິດ ນັບຕັ້ງແຕ່ວັນທີ 19 ຕຸລາ 2015 ເປັນຕົ້ນໄປ.

ທັງນີ້ ການຊ້ອມຮົບຄັ້ງໃຫຍ່ໃນຮອບທົດສະວັດຂອງກຸ່ມນາໂຕ້ ແລະ ພັນທະມິດດັ່ງກ່າວ ໄດ້ມີຂຶ້ນທ່າມກາງການເຂົ້າຮ່ວມໂຈມຕີກຸ່ມໄອເອັສ ຂອງກອງທັບຣັດເຊຍຢູ່ປະເທດຊີຣີ ອັນໄດ້ເຮັດໃຫ້ນາໂຕ້ມີຄວາມກັງວົນ ແລະ ອອກມາຢືນຢັນວ່າ ພວກເຂົາຈະປົກປ້ອງພັນທະມິດ 28 ປະເທດ ຈາກໄພຄຸກຄາມໃດໆກໍຕາມ ເນື່ອງຈາກພວກເຂົາມີກຳລັງພົນລວມກັນ ເໜືອກ່ວາແສນຍານຸພາບທາງການທະຫານຂອງຣັດເຊຍ.

The North Atlantic Council visits Italy - Opening ceremony of the Trident Juncture 2015 exercise
ພາບພິທີເປີດການຊ້ອມຮົບຂອງກຸ່ມນາໂຕ້ ແລະ ພັນທະມິດ ທີ່ປະເທດອີຕາລີ ວັນຈັນທີ 19 ຕຸລາ 2015

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...