Homeຂ່າວພາຍ​ໃນບານເຕະຍິງຊິງຂັນປະທານ ສຕລ ປີ 2015 ເປີດສາກຂື້ນແລ້ວ

ບານເຕະຍິງຊິງຂັນປະທານ ສຕລ ປີ 2015 ເປີດສາກຂື້ນແລ້ວ

Published on

ສໍາລັບການແຂ່ງຂັນບານເຕະຍິງ ຊີງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015 ແມ່ນດໍາເນີນແຂ່ງຂັນ ລະຫວ່າງວັນທີ 18-2 ຕຸລາ 2015, ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ເຂົ້າຊົມຟຣີ
ເຊີ່ງໄດ້ເປີດສາກຂຶ້ນໃນມື້ວັນທີ 18 ຕຸລາ 2015​ ການແຂ່ງຂັນບານເຕະຍິງ ຊີງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2015 ເຊິ່ງມີ 6 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ:

1.ບໍລີສັດຫວຍ ສາຂາ 8

2.ມະຫາວິທະຍາໄລແຫ່ງຊາດ

3.ວິທະຍາສາດສຸຂະພາບ

4.ກະຊວງ ປ້ອງກັນຄວາມສະຫງົບ

5.ແຂວງ ສະຫວັນນະເຂດ

6.ມໍຕົ້ນ ດົງກະລຶມ

ສໍາລັບຄູ່ເປີດສະຫນາມໃນມື້ວານນີ້ມີລົງແຂ່ງຂັນ 3 ຄູ່ :

– ບໍລິສັດຫວຍ ສາຂາ 8 ເສຍໃຫ້ ມະຫາວິທະຍາໄລແຫ່ງຊາດ 0-7

– ວິທະຍາສາດສຸຂະພາບ ເສຍໃຫ້ ກະຊວງ ປ້ອງກັນຄວາມສະຫງົບ 0-7

– ແຂວງສະຫວັນນະເຂດ ເອົາຊະນະ ມໍຕົ້ນ ດົງກະລຶມ 10-1

12115950_893701377375879_8265182922827014291_n

12122907_1650005605216958_844244129831696199_n

ຂອບໃຈພາບແລະຂ່າວ: ສຕລ

ບົດຄວາມຫຼ້າສຸດ

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...