spot_img
Homeປ່ອງຢ້ຽມດວງດາວພາບ HD ປາກົດການຫາເບິ່ງຍາກ“ພາຍຸ“ເທິງ“ດາວພະຫັດ“

ພາບ HD ປາກົດການຫາເບິ່ງຍາກ“ພາຍຸ“ເທິງ“ດາວພະຫັດ“

Published on

2

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ນາ​ຊ່າ​ໄດ້​ເປີດ​ເຜີຍ​ວິ​ດີ​ໂອ​ສຸດ​ຮື​ຮາ ເປັນ​ພາບ​ພາ​ຍຸ​ຂະໜາດ​ຍັກ​ທີ່​ປາກົດ​ເທິງ​ດາວ​ພະ​ຫັດ​ ຈາກ​ກ້ອງ​ໂທລະ​ທັດ​ຮັບ​ເບີນ ທີ່​ເຝົ້າ​ຕິດ​ຕາມ​ລະບົບ​ສຸ​ລິຍະ​ຈັກກະວານ​ຫລາຍກວ່າ 20 ປີ ໂດຍ​​ເປັນ​ເທື່ອ​ທີ່​ສອງ​ທີ່​ນາ​ຊ່າ​ໄດ້​ເຫັນ​ປາກົດ​ການ​ລັກສະນະ​ນີ້

ລາຍ​ງາ​ລະ​ບຸ​ວ່າ ພາ​ບວິ​ດີ​ໂອ​ດັ່ງ​ກ່າວ​ຊຶ່ງ​ຖ່າຍ​ດ້ວຍ​ລະບົບ​ຄວາມ​ແຈ້ງ​ສູງ ຫລື”HD”4k ເປັນ​ພາ​ບຫລ້າ​ສຸດ​ຂອງ​ກ້ອງ​ຮັບ​ເບີນ​ທີ່​ທຸກ​ປີ​ຈະ​ສົ່ງ​ພາບ​ໃໝ່​ໆ ມາ​ໃຫ້​ແກ່​ອົງ​ກາ​ນນາ​ຊ່າ

ໂດຍ​ພາ​ບຫລ້າ​ສຸດ ໄດ້​ປາກົດ​ພົບ​ສິ່ງ​ທີ່​ເອີ້ນວ່າ”ຈຸດ​ແດງ​ຂະໜາດ​ໃຫຍ່”ຫລື​ພາ​ຍຸ​ຂະໜາດ​ຍັກ​ເທິງ​ພື້ນ​ຜິວ​ດາວ​ພະ​ຫັດ ໂດຍ​ຈາກ​ການ​ປະ​ເມີນ​ຄາດ​ວ່າ ພາ​ຍຸ​ນີ້​ຈະຫ​ລຸດ​ຕົວ​ລົງ​ກວ່າ​ເມື່ອ​ປີ 2014 ຫລື​ມີ​ຂະໜາດ​ຍາວ 150 ກິໂລແມັດ ແລະ ​ເຄື່ອນ​ຕົວ​ຊ້າ​ເຖິງ​ຂະໜາດ​ສາມາດ​ຈັບ​ຄວາມ​ໄວ​ຂອງ​ມັນ​ໄດ້ ຫລື​ມີ​ຄວາມ​ໄວ​ລົມ​ 330 ກິໂລແມັດ​ຕໍ່​ຊົ່ວ​ໂມງ ໂດຍ​ວິ​ດີ​ໂອ​ນີ້​ຖື​ເປັນ​ການ​ພົບ​ເຫັນ​ພາ​ຍຸ​ຂະໜາດ​ຍັກ​ເທິງ​ດາວ​ພະ​ຫັດ​​ເປັນ​ເທື່ອ​ທີ່​ສອງ​ເທົ່າ​ນັ້ນ ນັບ​ຕັ້ງ​ແຕ່​ປີ 1979 ໂດຍ​ນາ​ຊ່າ​ບອກວ່າ​ພາບ​ນີ້​ເປັນ​ພາບ​​ຫາ​ຊົມ​ໄດ້​ຍາກ​ຫລາຍ
ຂະນະ​ທີ່​ວິ​ດີ​ໂອ​ນີ້​ປາກົດ ສ້າງ​ຄວາມ​ຮື​ຮາ​ຢ່າງ​ຫລາຍ ໂດຍ​ມີ​ຜູ້​ເຂົ້າ​ຊົມ​ຜ່ານ​ຍູ​ທູບ​ກວ່າ 1 ລ້ານ​ວິວ​ແລ້ວ

ສຳລັບ​ກ້ອງ​ຮັບ​ເບີນ ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ອາວະ​ກາດ​ຕັ້ງ​ແຕ່​ປີ 1990 ເພື່ອ​ຊ່ວຍ​ຈັບ​ພາບ​ປາກົດ​ການ​ຕ່າງໆ ໃນ​ລະບົບ​ສຸ​ລິຍ​ະຈັກກະວານ ແລະ ​ເພື່ອ​ໃຫ້​ນາ​ຊ່າ​ໄດ້​ເຂົ້າໃຈ​ຈັກກະວານ​ໄດ້​ດີ​ຍິ່ງ​ຂຶ້ນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...