ສູນປ້ອງກັນພືດ ເຕືອນຊາວສວນລະວັງພະຍາດພືດລະບາດ

IMG_1848
ທ່ານ ຕຽງຄຳ ວົງສາບຸດ ຮອງຫົວໜ້າສູນປ້ອງກັນພືດສາລາຄຳ
IMG_1899
ສັດຕູພືດ

 

ສູນ​ປ້ອງ​ກັນ​ພືດ ​ເຕືອນ​ຊາວ​ກະສິກອນ ລະວັງ​ພະຍາດ​ລະບາດ​ໃນ​ພືດ​, ຫມັ່ນ​ຕິດຕາມ​ກວດກາ​ຜົນ​ຜະລິດ ຫາກ​ພົບ​ເຫັນ​ສິ່ງ​ທີ່​ຜິດ​ປົກກະຕິ​ໃຫ້​ລາຍ​ງານ​ຂະ​ແຫນງ​ປູກຝັງ​ດ່ວນ ​ເພື່ອຫາ​ວິທີ​ປາບ​ປາມ ​ແລະ ຄວບ​ຄຸມ​ບໍ່​ໃຫ້​ແຜ່​ລະບາດ​ໄປ​ຍັງ​ເຂດ​ອື່ນ.

ຫຼັງ​ໄດ້​ຕິດຕາມ​ເຝົ້າລະວັງ​ການລະບາດ​ຂອງ​ສັດຕູ​ພືດ ​ຢູ່​ນະຄອນຫຼວງວຽງຈັນ ​ແລະ ບັນດາ​ແຂວງ​ພາກ​ໃຕ້, ຫຼັງຈາກ​ພະນັກງານ​ກະສິກຳ ​ລົງ​ສຳຫຼວດພົບ​ການລະບາດຂອງ​ພະຍາດ ແຕ່ຍັງ​ບໍ່ມີ​ພື້ນ​ທີ່​ໃດ​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ. ດັ່ງ​ນັ້ນ​ສູນ​ປ້ອງ​ກັນ​ພືດຈຶ່ງ​ຮຽກຮ້ອງໃຫ້​ປະຊາຊົນ​ຫມັ່ນຕິດຕາມ​​ເຝົ້າລະວັງ ຜົນຜະລິດ​ຂອງ​ຕົນ​​ແຕ່​ຫົວທີ ​ຫາກ​ຜິດ​ປົກກະຕິ​ຕ້ອງ​ລາຍ​ງານ​ເຈົ້າ​ໜ້າ​ທີ່​ກະສິກຳເພື່ອກວດກາ, ກຳຈັດ ​ແລະ ຫາ​ທາງປ້ອງ​ກັນຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນຢ່າງ​ຮີບ​ດ່ວນ.

ເພື່ອ​ເປັນ​ການ​ສືບຕໍ່ຈັດ​ຕັ້ງ​ວຽກງານ​ສຳຫຼວດ, ​ເຝົ້າລະວັງ ​ແລະ ພະຍາກອນ​ການລະບາດ ຂອງ​ສັດຕູ​ພືດຜ່ານ​ມາໃນ​ນັ້ນ​ໄດ້ເລ່ງ​ໃສ່ພືດ​​ເສດຖະກິດ​ເປັນ​ຕົ້ນຕໍ, ດັ່ງ​ນັ້ນ​ສູນ​ປ້ອງ​ກັນ​ພືດ​ໄດ້​ສົມທົບ​ກັບ​ພະນັກງານ​ວິຊາ​ການ​ຂະ​ແໜງ​ປູກຝັງ ນະຄອນຫຼວງ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ,ສາລະວັນ, ເຊກອງ ແລະ ​ແຂວງຈຳປາສັກ ພະນັກງານ​ໄດ້​ລົງສຳຫຼວດເຝົ້າລະວັງ ແລະ ພະຍາກອນການລະບາດຂອງສັດຕູພືດ ຫຼັງພົບ​ການ​ທຳລາຍ​ຂອງ​ເພ້ຍ​ແປ້ງ​ສີ​ບົວ​ໃນ​ສວນ​ມັນ​ຕົ້ນ ​ແລະ ​ແມງ​ໄມ້​ປີກ​ແຂງ​ ກິນ​ໃບຂອງ​ສວນ​ກ້ວຍ,  ​​​ເຊິ່ງພົບໃນ​ບັນດາ​ແຂວງ​ເປົ້າ​ໝາຍ​ທີ່​ລົງ​ກວດກາ ແຕ່​ພະນັກງານ​ກໍໄດ້​ແກ້​ໄຂ ​ແລະ ສາມາດ​ຄວບ​ຄຸມ​ໄວ້​ໄດ້​ໂດຍ​ບໍ່​ໃຫ້​ລະບາດ​ໄປ​ສູ່​ເຂດ​ອື່ນ​. ​

​ ທ່ານ ຕຽງຄຳ ວົງສາ​ບຸດ ຮອງ​ຫົວໜ້າສູນ​ປ້ອງ​ກັນ​ພືດ​ສາລາ​ຄຳ ​​ໄດ້​ກ່າວ​​ວ່າ: ການ​ປ້ອງ​ກັນ, ກຳຈັດ​ພະຍາດ ​ແລະ ສັດຕູ​ພືດ​​​ຜ່ານ​ມາ​ ຍັງ​ມີ​ຄວາມ​ຫຍຸ້ງຍາກ​, ສ່ວນ​ໃຫຍ່​ການ​ຜະລິດ​ຂອງ​ປະຊາຊົນ​ຍັງ​ບໍ່​ເປັນ​ລະບົບ, ຜະລິດ​ກະ​ແຈ​ກກະຈາຍ ອີກ​ທັງ​ຄວາມ​ຮູ້​ໃນ​ດ້ານ​ພະຍາດ, ສັດຕູ​ທີ່​ທຳລາຍ​ພືດ ​ແລະ ການ​ປ້ອງ​ກັນ​ຍັງ​ບໍ່ທັນ​ເຂົ້າ​ໃຈ​ເລິກ​ເຊິ່ງດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້ການ​ໃຊ້​ຢາ ​ຍັງ​ບໍ່ຖືກ​ກັບ​ພະຍາດ​ທີ່​ເກິີດຂຶ້ນ​ເຮັດ​ໃຫ້​ພະຍາດ​ເພີ່ມ​ທະວີ​ການ​ທຳລາຍຫຼາຍຂຶ້ນ.

ຕໍ່ກັບ​ບັນ​ຫາ​ດັ່ງກ່າວ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງ​ປະຊາຊົນ​ ດັ່ງ​ນັ້ນ, ສູນ​ປ້ອງ​ກັນ​ພືດ ຈຶ່ງ​ຖື​ເອົາ​ວຽກງານ​ເຝົ້າລະວັງ​ເປັນ​ສຳຄັນ​ເຊິ່ງຈະ​ຕ້ອງ​ມີ​ກາ​ນພັດທະນາ​ເປັນ​ລະບົບຕໍ່​ເນື່ອງ​ໃນ​ການ​ສຳຫຼວດ, ການ​ວິ​ເຄາະ​, ​ເພື່ອ​ພະຍາກອນ​ການລະບາດ​ຂອງ​ສັດຕູ​ພືດ ​ເຊິ່ງຈະ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ສາມາດ​ປ້ອງ​ກັນ​ໃຫ້​ທ່ວງທັນ​ກັບ​ສະພາບ​ການ ພ້ອມ​ທັງ​ນຳ​ໃຊ້​ມາດ​ຕະການ​ສະກັດກັ້ນ​ ແລະ ກຳຈັດ​ບໍ່​ໃຫ້​ແຜ່​ລາມ​ໄປ​ສູ່​ເຂດ​ອື່ນ​.

ທ່ານ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ການລະບາດ​ຂອງ​ພະຍາດ​ຜ່ານ​ມາ​ສ່ວນ​ໃຫຍ່ ຊາວ​ກະສິກອນ​ຍັງ​ຖື​ເບົາ​ຕໍ່ວຽກງານ​ນີ້,​ເລີ່​ມ​ແຕ່​ການ​ຈັດການ​ດິນປູກ, ການ​ຄັດ​ເລືອກ​ແນວ​ພັນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ​​ສ່ວນການ​ແກ້​ໄຂ​ຜ່ານ​ມາກໍໄດ້​ຈັດ​ເຝິກອົບຮົມ ສ້າງ​ຄວາມ​ເຂົ້າ​ໃຈໃຫ້​ປະຊາຊົນຮູ້​ເຖິງຄວາມ​ເສຍ​ຫາຍທີ່ຫຼັງພະຍາດ​ເກີດ, ການ​ແກ້​ໄຂ​ບັນ​ຫາ ​ແລະ ຮ່ວມ​ເປັນ​ເຈົ້າ​ການ​ນຳ​ກັນ.​