spot_img
Homeຂ່າວຕ່າງປະເທດໂລກສູນເສຍ ລາຍໄດ້ 1,500 ຕື້ໂດລາ ຈາກການສໍ້ລາດບັງຫລວງ!

ໂລກສູນເສຍ ລາຍໄດ້ 1,500 ຕື້ໂດລາ ຈາກການສໍ້ລາດບັງຫລວງ!

Published on

Untitled-2  400

ຂປລ. ອ້າງ​ຕາມ​ ຜົນສຳ​ຫລ​ວດ ​ໃນບົດ​ລາຍ​ງານ ຂອງ ສະ​ຖາ​ບັນ ຄຸ້ມ​ຄອງ ຊັບພະຍາກອນ ສິ່ງ​ແວດລ້ອມ(NRGI) ລາຍງານ​ວ່າ ​​ໂລກ​ ສູນ​ເສຍ ​ລາຍ​ໄດ້ ​ເຖິງ  1.500 ຕື້​ໂດ​ລາ ສະຫະລັດຕໍ່ປີ, ​​ເທົ່າ​ກັບ 2% ຂອງ ລ​ວມຍອດ​ຜະລິດ​ ຕະພັນ​ ພາຍ​ໃນ(GDP) ​ໃນ​ທົ່ວ​ໂລກ ຈາກ​ການ ສໍ້​ລາດບັງ​ຫລວງ.

ບົດລາຍ​ງານ ​ດັ່ງກ່າວ ລະບຸ​ວ່າ  ຖ້າ ​ປະ​ເທດ​ຕ່າງໆຫາກ ພະຍາຍາມ ​ແກ້​ໄຂ ສະພາບ​ການນີ້ ​ແລະ ປັບປຸງ​ກົນໄກ​ ໃນ​ການ​ ລົງ​ໂທດ ກັບ ຜູ້​ກະທຳ​ຜິດ ຈະ​ຊ່ວຍ​ ປະ​ເທດ ດັ່ງ​ກ່າວ​ ​ແກ້​ໄຂ​ ບັນຫາ​ຕ່າງໆ ​ແລະ ຍົກ​ສູງ​ ລາຍ​ຮັບ​ ສະ​ເລ່ຍ​ ໃນ​ໄລຍະ​ຍາວ. ນອກຈາກ​ນັ້ນ ຍັງຊ່ວຍ​​ແກ້​ໄຂ ບັນຫາ ຄວາມ​ປອດ​ໄພ​ ໃນ​ສັງ​ຄົມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...