Homeຂ່າວຕ່າງປະເທດກຳປູເຈຍປັບຂຶ້ນຄ່າແຮງງານຂັ້ນຕ່ຳ 140 ໂດລາຕໍ່ເດືອນ ສຳລັບກຳມະກອນຂະແໜງຕັດຫຍິບ

ກຳປູເຈຍປັບຂຶ້ນຄ່າແຮງງານຂັ້ນຕ່ຳ 140 ໂດລາຕໍ່ເດືອນ ສຳລັບກຳມະກອນຂະແໜງຕັດຫຍິບ

Published on

CAMBODIA-TEXTILE-LABOUR-PROTEST

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍງານໃນວັນ​ທີ 8 ຕຸລາຜ່ານມານີ້ວ່າ ທ່ານ ອິດ ຊຳ​ເຮັງ ລັດຖະມົນຕີ​ວ່າການ​ກະຊວ​ງ​ແຮ​ງງານກຳປູ​ເຈຍ ​ໄດ້ອອກມາເປີດເຜີຍເຖິງແຜນການຂອງລັດຖະບານ ໃນການ​ປັບ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ ສຳລັບຜູ້ອອກແຮງງານໃນຂະແໜງອຸດສາຫະກຳຕັດຫຍິບ ຈຳນວນ 140 ​ໂດ​ລາ​ຕໍ່ເດືອນ ນັບຕັ້ງ​ແຕ່​ປີໜ້າເປັນຕົ້ນໄປ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອອກແຮງງານດີຂຶ້ນ.  ແນວໃດກໍຕາມ, ການປັບຂຶ້ນຄ່າແຮງງານຂັ້ນຕ່ຳດັ່ງກ່າວນັ້ນ ແມ່ນຍັງຕ່ຳກ່ວາລະດັບທີ່ສະຫະພັນກຳມະບານກຳປູເຈຍຮຽກຮ້ອງ ໃນຈຳນວນ 160 ໂດລາສະຫະລັດຕໍ່ເດືອນ.

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...