ມອບ-ຮັບກະດູກໄດໂນເສົາອາຍຸລ້ານກວ່າປີ

ພິທີມອບ-ຮັບກະດູກໄດໂນເສົາທີ່ມີອາຍຸຫລາຍກວ່າລ້ານປີຈໍານວນ 49 ຊີ້ນສ່ວນລະຫວ່າງພະແນກວິທະຍາ ສາດ ແລະ ເຕັກໂນໂລຊີແຂວງສະຫວັນນະເຂດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ຈັດຂຶ້ນເມື່ອບໍ່ດົນນີ້, ຢູ່ແຂວງດັ່ງກ່າວ. ຊຶ່ງກະດູກສັດລ້ານປີນີ້ຖືກຄົ້ນພົບຢູ່ບ້ານຕັ່ງຫວາຍ,ເມືອງຊົນບູລີ, ແຂວງສະຫວັນນະເຂດໃນຫລາຍປີກ່ອນ ແລະ ເພື່ອໃຫ້ການອະນຸລັກ ແລະ ປົກປັກຮັກສາສີ້ນສ່ວນກະດູກດັ່ງກ່າວມີປະສິດທິຜົນ ແລະ ຍືນຍົງຢູ່ຄູ່ປະເທດລາວຕະຫລອດໄປ ແລະ ເພື່ອໃຫ້ນັກຮຽນ-ນັກສຶກສາ, ປັນຍາຊົນ,ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ມາທ່ຽວຊົມ ແລະ ສຶກສາຄົ້ນຄວ້າທາງດ້ານປະຫວັດຄວາມເປັນມາ ແລະ ຄວາມອຸດົມຮັ່ງມີດ້ານຊີວະນານາພັນທຳມະຊາດຢູ່ປະເທດເຮົາຈຶ່ງໄດ້ມອບໃຫ້ກະຊວງດັ່ງກ່າວເປັນຜູ້ຄຸ້ມຄອງຕໍ່ໄປແລະ ຈະມີການຈັວາງສະແດງກະດູກໄດໂນເສົາ, ຊາກສັດ, ຊາກພືດ ແລະ ອື່ນໆຢູ່ພິພິທະພັນ ແລະອຸທິຍານວິທະຍາສາດ-ເຕັກໂນໂລຊີ, ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນໃນຕໍ່ໜ້ານີ້.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/blog-post_31.html

ລພນ