spot_img
Homeຂ່າວຕ່າງປະເທດຈີນອົບພະຍົບໜີພາຍຸ "ມູຈີແກ”

ຈີນອົບພະຍົບໜີພາຍຸ “ມູຈີແກ”

Published on

ຊາວ​ຈີນ​ນັບ​ແສນ​ຄົນ​ໃນ​ພື້ນ​ທີ່​ທາງ​ຕອນ​ໃຕ້​ຂອງ​ປະເທດ​ຕ້ອງ​ອົບພະ​ຍົບ​ໜີ​ໄພ ຫລັງ​ພາ​ຍຸ​ໄຕ້​ຝຸ່ນ​ມູ​ຈີ​ແກ​ຂຶ້ນ​ຝັ່ງ

7AAFB7D933374928B4780E5D49F7C10D

ຊາວ​ຈີນ​ນັບ​ແສນ​ຄົນ​ໃນ​ພື້ນ​ທີ່​ຕອນ​ໃຕ້​ຂອງ​ປະເທດ​ຕ້ອງ​ອົບພະ​ຍົບ​ຢ່າງ​ເລັ່ງ​ດ່ວນ ຂະນະ​ທີ່​ພາ​ຍຸ​ໄຕ້​ຝຸ່ນ​ມູ​ຈີ​ແກ​ຂຶ້ນ​ຝັ່ງ​ໃກ້​ກັບເມືອງ​ຈ້ານ​ຈຽງ ໃນ​ແຂວງ​ກວ່າ​ງ​ຕົງ ເມື່ອ​ວັນທີ່ 4 ຕຸລາ ໂດຍ​ທາງ​ກົມ​ອຸ​ຕຸ​ນິຍົມ​ວິທະຍາ​ແຫ່ງ​ຊາດ​ຈີນ​ໄດ້​ປະ​ກາດ​ແຈ້ງ​ເຕືອນ​ໄພ​ຂຶ້ນ​ສູ່​ລະ​ດັບ​ສີ​ແດງ ເຊີ່ງ​ເປັນ​ລະ​ດັບ​ການ​ກຽມ​ການ​ຂັ້ນ​ສູງ​ສຸດ​ຂອງ​ຈີນ ໂດຍ​ແຈ້ງ​ເຕືອນ​ວ່າ​ຈະ​ມີ​ປະລິມານ​ນ້ຳ​ຝົນ​ຕົກລົງ​ມາ 280 ມິນ​ລິ​ແມັດ ໃນ​ບາງ​ພື້ນ​ທີ່​ຕັ້ງ​ແຕ່​ເຊົ້າ​ມື້​ອາທິດ​ເຖິງ​ເຊົ້າ​ມື້​ວັນຈັນ

ຄາດ​ວ່າ​ມູ​ຈີ​ແກ​ຈະ​ຂຶ້ນ​ຝັ່ງ​ທັງ​ກວ່າງ​ຕົງ ​ແລະ​ ເກາະ​ໄຫ່​​ໜານ ເຊີ່ງ​ກ່ອນ​ທີ່​ຄາດ​ເດົາ​ວ່າ​ພາ​ຍຸ​ຈະ​ອ່ອນ​ກຳ​ລັງ​ລົງ​ໃນ​ອີກ​ສອງ​ມື້​ຂ້າງ​ໜ້າ

ສຳລັບ​ສະໜາມບິນໄຫ່​​ໜານ​ໃນ​ເມືອງ​ໄຫ​ໂຂ່ ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ເຂົ້າ​ ແລະ ​ຖ້ຽວ​ບິນ​ອອກ ສ່ວນ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ເມືອງ​ໄຫ​ໂຂ່ ​ແລະ​ ສູນ​ນັກ​ທ່ອງ​ທ່ຽວ​ຊັນ​ຢາ ໄດ້​ຖືກ​ລະ​ງັບ​ຊົ່ວ​ຄາວ​ໃນ​ມື້ວັນ​ເສົາ ​ແລະ ​ອາທິດ

3307487A55C2408680FE5C27B9CF3910 8A1E9014BDDC4D0980DC9148C884F43C 0D5C2930FA094D499BFBC38B2D97B4FE

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...