ແມ່ຂອງຂ້ອຍ ເປັນຄົນທຳມາຫາກິນ ຢູ່ເຮືອນປະຈຳທຸກມື້… ຄືນໜຶ່ງ ຫຼັງຈາກທີ່ແມ່ເຮັດວຽກໜັກ ມາໝົດມື້ ແມ່ກັບເຮືອນມາດ້ວຍຄວາມອິດເມື່ອຍ ແລະແຕ່ງເຂົ້າແຮງໃຫ້ເຮົາປົກກະຕິ ທີ່ໂຕະອາຫານ ແມ່ວາງຈານທີ່ມີປາທູຈືນ ໄໝ້ແຫ້ມ ເທິງໂຕະ ຕໍ່ໜ້າພໍ່ ແລະທຸກໆຄົນ ຂ້ອຍຖ້າຟັງແຕ່ລະຄົນວ່າ ຈະວ່າຈັ່ງໃດ…
ແຕ່… ພໍ່ບໍ່ໄດ້ເວົ້າຫຍັງ ແລະຕັ້ງຕໍ່ໃສ່ກິນປາທູໄໝ້ໂຕນັ້ນ ແລະຫັນໜ້າມາຖາມຂ້ອຍວ່າ ຢູ່ໂຮງຮຽນເປັນຈັ່ງໃດລູກ…
ຄືນນັ້ນ, ຫຼັງກິນເຂົ້າແລງແລ້ວ ຂ້ອຍຈື່ໄດ້ວ່າໄດ້ຍິນແມ່ຂໍໂທດພໍ່ ທີ່ຈືນປາທູໄໝ້ ແລະຂ້ອຍບໍ່ເຄີຍລືມທີ່ພໍ່ ເວົ້າກັບແມ່ວ່າ “ໂອຍ… ພໍ່ມັກແບບນີ້ ປາທູຈືນແຫ້ມໆ ແຊບທີ່ສຸດເດີແມ່ເດີ..”
ຄືນຕໍ່ມາ ຂ້ອຍເອົາຄຳຖາມໃນໃຈ ໄປຖາມພໍ່ກ່ອນນອນວ່າ “ອີ່ພໍ່!… ອີ່ພໍ່ມັກກິນປາທູຈືນ ແຫ້ມໆ ໄໝ້ໆ ແທ້ຫວາ?”
ພໍ່ເອົາມືລູບຫົຂ້ອຍ ແລະຕອບວ່າ “ແມ່ຂອງລູກ ເຮັດວຽກໜັກມາໝົດມື້… ປາທູໄໝ້ໂຕໜຶ່ງບໍ່ເຄີຍທຳຮ້າຍໃຜ ແຕ່ຄຳເວົ້າທີ່ຕໍ່ວ່າກັນຕ່າງຫາກ ທີ່ຈະທຳຮ້າຍກັນ”
“ຊີວິດຄົນເຮົາເຕັມໄປດ້ວຍ ຄວາມບໍ່ສົມບູນແບບ ແລະແຕ່ລະຄົນ ກໍບໍ່ໄດ້ເກີດມາສົມບູນແບບ ໂຕເຮົາເອງກໍບໍ່ມີຫຍັງດີກວ່າຄົນອື່ນໆ”
ແຕ່ສິ່ງທີ່ພໍ່ຮຽນຮູ້ໃນຊ່ວງຊີວິດ ຄື…
ການຮຽນຮູ້ ທີ່ຈະຍອມຮັບ ຄວາມຜິດພາດຂອງຄົນອື່ນ ແລະຂອງໂຕເອງ, ການເລືອກທີ່ຈະຍິນດີກັບຄວາມຄິດຕ່າງກັນ ຂອງແຕ່ລະບຸກຄົນເປັນສິ່ງສຳຄັນ ໃນການຮັກສາຊີວິດຄອບຄົວ ທີ່ມີຄວາມສຸກ ແລະຍືນຍາວ.
ຊີວິດຄົນເຮົາສັ້ນເກີນກວ່າທີ່ຈະຕື່ນຂຶ້ນມາ ພ້ມກັບຄວາມເສຍໃຈທີ່ວ່າ ເຮົາເຮັດຜິດກັບຄົນທີ່ເຮົາຮັກ ແລະຮັກເຮົາ ໃຫ້ດູແລແລະທະນຸຖະໜອມ ຄົນທີ່ຮັກເຮົາ ແລະພະຍາຍາມເຂົ້າໃຈ ແລະໃຫ້ອະໄພ ຈະດີກວ່າ
ຖ້າເຮົາຮູ້ ເຮົາຈະເຮັດບໍ?
– ເຮົາຈະບີບແກໃສ່ຄົນທີ່ ຢືນໂຊໆ ເຊໆ ຢູ່ແຄມທາງບໍ ຖ້າເຮົາຮູ້ວ່າ ເຂົາໃສ່ຂາທຽມ
– ເຮົາຈະບຽດຊົນຄົນທາງໜ້າທີ່ຍ່າງຊ້າບໍ ຖ້າເຮົາຮູ້ວ່າເຂົາຫາກໍຕົກງານ
– ເຮົາຫົວຂວັນຄົນທີ່ແຕ່ງໂຕເຊີຍບໍ ຖ້າເຮົາຮູ້ວ່າເຂົາມີເຄື່ອງນຸ່ງ ແຕ່ຊຸດດຽວນັ້ນ
– ເຮົາຈະລຳຄານສາວທຸກຍາກ ທີ່ມາທ່ຽວວຽງຈັນເຊັນເຕີບໍ ຖ້າເຮົາຮູ້ວ່າ ນັ້ນຄືການສະຫຼອງວັນເກີດຂອງເຂົາ
– ເຮົາຈະຄັນແຂ້ວໃສ່ລຸງທີ່ກຳລັງຫົວ ສຽງດັງໆນັ້ນບໍ ຖ້າເຮົາຮູ້ວ່າ ລຸງຄົນນັ້ນເປັນມະເຮັງຂັ້ນສຸດທ້າຍ
– ເຮົາຮູ້ແຈ່ມແຈ້ງສະເໝີວ່າ ຊີວິດເຮົາ ກຳລັງພົບກັບຫຍັງ ແຕ່ເຮົາບໍ່ມີວັນຮູ້ວ່າ “ຄົນທີ່ເຮົາພົບ ກຳລັງພົບກັບຫຍັງຢູ່”
ໂລກກວ້າງກວ່າເງົາຂອງເຮົາ ແລະໂລກກໍບໍ່ໄດ້ໝຸນອ້ອມໂຕເຮົາ
ເບິ່ງຂ້າມເລື່ອງເລັກໆ ນ້ອຍໆ ໄປແດ່ ໃຫ້ໂອກາດ ແລະໃຫ້ອະໄພ ມີຄວາມເຂົ້າໃຈ ເຊິ່ງກັນແລະກັນ ຈະໄດ້ຮັກແລະຢູ່ນຳກັນ ຢ່າງຍືນຍາວ
ເລື່ອງດີໆ ແບບນີ້ ຖ້າແຊຕໍ່ຈະໄດ້ບຸນຫຼາຍ ທ່ານຜູ້ອ່ານວ່າບໍ?