ປະທານປະເທດຫວຽດນາມ ເດີນທາງຢ້ຽມຢາມກູບາ ຮັດແໜ້ນສາຍພົວພັນສອງປະເທດ

Vietnam's President Truong Tan Sang and Cuba's President Raul Castro meet for the signing of bilateral agreements at Havana's Revolution Palace
ທ່ານ ເຈື່ອງເຕິນຊາງ ປະທານປະເທດຫວຽດນາມ (ຊ້າຍ) ແລະ ທ່ານ ຣາອູນ ກຣາສໂຕ ປະທານາທິບໍດີກູບາ (ຂວາ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍາຜ່ານມານີ້ວ່າ ໃນວັນທີ 29 ກັນຍາ 2015 ທ່ານ ເຈື່ອງເຕິນຊາງ ປະທານປະເທດຫວຽດນາມ ໄດ້ເດີນທາງຢ້ຽມຢາມສາທາລະນະລັດກູບາຢ່າງເປັນທາງການ ເປັນເວລາ 2 ວັນ ເພື່ອຮັດແໜ້ນສາຍພົວພັນທາງການເມືອງ ແລະ ເສດຖະກິດລະຫວ່າງສອງປະເທດ ທີ່ມີມູນເຊື້ອມາຍາວນານ.

ທັງນີ້ ຫວຽດນາມ ແມ່ນເປັນຄູ່ຄ້າລາຍໃຫຍ່ອັນດັບສອງຂອງກູບາໃນທະວີບອາຊີ ຮອງຈາກສາທາລະນະລັດປະຊາຊົນຈີນ ຊຶ່ງຫວຽດນາມ ແລະ ກູບາ ມີມູນຄ່າການຄ້າສອງຝ່າຍໃນປີ 2014 ຜ່ານມາ ບັນລຸເຖິງ 269 ລ້ານໂດລາສະຫະລັດ.