ລັດຖະບານອະນຸມັດງົບແລ້ວຫລາຍ​ຕື້ກີບ​ ເພື່ອ​ສ້ອມແປງ​ເສັ້ນທາງ​ໃນ​ຕົວເມືອງ ນ.ວ!

way

ດັ່ງ​ພວກ​ເຮົາ​ພວມ​ປະສົບ​ຢູ່​ໃນ​ປັດຈຸບັນ​ນີ້ ​ໄປ​ໃສ​ມາ​ໃສ​ກໍ​ພົບ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ ອັນ​ເນື່ອງ​ມາ​ຈາກ​ເສັ້ນທາງ​ເປ່​ເພ​ເປັນ​ບວກ​ເປັນ​ຂຸມ, ​ເປິ​ເປື້ອນ ​ເມື່ອ​ຝົນຕົກ​ລົງ​ມາ​ກໍ​ເຕັມ​ໄປ​ດ້ວຍ​ຂີ້ຕົມ ​ແລະ ​ແດດ​ອອກ​ກໍ​ມີ​ແຕ່​ຂີ້ຝຸ່ນ​ປິວ​ໃງ່​ ໄປ​ທົ່ວ​ບໍລິ​ເວນ, ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ທ່ຽວ​ທາງ​ເທົ່າ​ນັ້ນ ມັນ​ຍັງ​ກະທົບ​ຕໍ່​ຜູ້​ຢູ່​ໃກ້​ຄຽງ​ເປັນ​ຈຳນວນ​ບໍ່​ໜ້ອຍ, ຫ້າງ​ຮ້ານ​ຕ່າງໆ​ຕາມ​ແຄມ​ທາງ​ຫລາຍ​ແຫ່ງ ​ໄດ້​ປິດ​ກິດຈະການ​ລົງ, ປະຊາຊົນ​ຜູ້​ເຄີຍ​ມີ​ລາຍ​ຮັບ​ພໍ​ຢູ່​ພໍ​ກິນ​ ຈາກ​ການ​ຂາຍ​ເຄື່ອງ​ຂາຍຂອງ​ຕາມ​ແຄມ​ທາງ ​ກໍ​ກັບ​ກາຍມາ​ທຸກ​ຍາກ​ຂາດ​ເຂີນ​ລົງ​ອີກ ​ເພາະ​ກິດຈະການ​ຖືກ​ຢຸດຕິ ຍ້ອນ​ຜົນ​ກະທົບ​ຈາກ​ເສັ້ນທາງ ​ແລະ ອື່ນໆ ​ເຮັດ​ໃຫ້​ໃບ​ໜ້າ​ໃໝ່​ຂອງ​ຕົວ​ເມືອງ​ເສົ້າໝອງ​ລົງ ດັ່ງ​ຫລາຍ​ເສັ້ນທາງ​ໃນ​ນະຄອນຫລວງ​ວຽງ​ຈັນ.

ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ ​ແລະ ກຽມ​ຕ້ອນຮັບ​ການ​ເປັນ​ເຈົ້າພາບ​ກອງ​ປະຊຸມ ​ສຸດ​ຍອດ​ອາ​ຊຽນປີ 2016 ຈະ​ມາ​ເຖິງ ​ແລະ ສະ​ເພາະ​ໜ້າ​ນີ້ ກໍ​ເພື່ອ​ສ້າງ​ຜົນງານ​ຄຳນັບ​ຮັບ​ຕ້ອນ​ ວັນ​ສະຖາປະນາ ສປປ ລາວ 2 ທັນວາ ຄົບຮອບ 40 ປີ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ ​ໃຫ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຂຶ້ນນັ້ນ, ລັດຖະບານ​ໄດ້​ອະນຸມັດ​ງົບປະມານ ​ໃຫ້​ພະ​ແນ​ກ​ໂຍທາ​ທິການນະຄອນຫລວງ​ວຽງ​ຈັນ​ ນັບ​ຫລາຍ​ສິບ​ຕື້ກີບ ​ເພື່ອ​ເລັ່ງມື​ບູລະນະ​ປົວ​ແປງ​ ບັນດາ​ເສັ້ນທາງ​ສາຍ​ຫລັກ​ຕ່າງໆ​ ໃນ​ນະຄອນຫລວງ​ວຽງ​ຈັນ​ໃຫ້​ກັບ​ມາ​ ມີ​ມາຕະຖານ ​ແລະ ສວຍ​ສົດ​ງົດ​ງາມ​ຍິ່ງ​ຂຶ້ນ ພາຍຫລັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະດູຝົນ ​ແລະ ການ​ກໍ່ສ້າງ​ທີ່​ບໍ່​ໄດ້​ມາຕະຖານ ​ແລະ ຄຸນ​ນະພາ​ບ ຄື​ເສັ້ນທາງ​ແຕ່​ບ້ານ​ດອນ​ແດງ-ບ້ານ​ບໍ່​ນາ​ງົວ ​ເມືອງ​ຈັນທະ​ບູລີ ຈະ​ໄດ້​ຮັບ​ງົບປະມານ​ຫລາຍ​ກວ່າ 476 ລ້ານ​ກີບ ​ເພື່ອ​ປູຢາງ​ຄືນ​ໃໝ່, ​ເສັ້ນທາງ​ແຕ່​ບ້ານ​ທົ່ງ​ສາງ​ນາງ​ຫາ​ໂຮງ​ກາ​ຍະ​ສິນ​ຕັດ​ອອກ​ສູ່​ບ້ານ​ດົງ​ປ່າ​ແຫລບ ​ເມືອງ​ຈັນທະ​ບູລີ ຈະ​ໄດ້​ຮັບ​ງົບ​ຫລາຍ​ກວ່າ 103 ລ້ານ​ກີບ ​ເພື່ອ​ການ​ສ້ອມ​ແປງ, ປູຢາງ​ຄືນ​ເສັ້ນທາງ P7 ບ້ານ​ໂພນ​ປ່າ​ເປົ້າ​ໄປ​ຫາ​ໄຟ​ແດງ​ໂພນ​ປ່າ​ເປົ້າ ​ເມືອງ​ສີ​ສັດຕະ​ນາກ ມີ​ມູນ​ຄ່າ 182 ລ້ານ​ກວ່າ​ກີບ, ປູຢາງ​ຖະໜົນ​ສີ​ທອງ ມີ​ມູນ​ຄ່າ​ຫລາຍ​ກວ່າ 1 ຕື້ກີບ, ປົວ​​ແປງ​ເສັ້ນທາງ​ແຕ່​ໄຟ​ແດງ​ດົງ​ນາ​ໂຊກ-​ໄຟ​ແດງ​ດົງ​ປ່າ​ສັກ ​ເມືອງ​ສີ​ໂຄດ​ຕະບອງ ມີ​ມູນ​ຄ່າ 31 ລ້ານ​ກີບ, ປົວ​ແປງ​ເສັ້ນທາງ​ໂພນ​ສະຫວ່າງ-ບ້ານ​ໜອງ​ທາ​ໃຕ້ ມີ​ມູນ​ຄ່າ​ຫລາຍ​ກວ່າ 424 ລ້ານ​ກີບ, ​ເສັ້ນທາງ P3 ​ໂດຍ​ສະ​ເພາະ​ຈຸດ 4 ​ແຍກ​ໄຟ​ແດງ​ໂພນ​ຕ້ອງ​ຫາ​ປ້ຳນ້ຳມັນ ປຕທ ມີ​ມູນ​ຄ່າ 132 ລ້ານ​ກວ່າ​ກີບ ​ແລະ ​ເສັ້ນທາງ 4 ​ແຍກ​ສະພານ​ທອງ​ຫາ​ເຂດ​ແດນ ​ເມືອງ​ໄຊ​ເສດ​ຖາ ຈະ​ໄດ້​ຮັບ​ງົບ​ເພື່ອ​ສ້ອມ​ແປງ​ຫລາຍ​ກວ່າ 99 ລ້ານ​ກີບ, ​ເສັ້ນທາງ​ແຕ່​ໂຮງຮຽນ​ເອ​ເລັກ​ໂຕຣນິກ-ຕະຫລາດ​ສວນ​ມອນ-ວັດ​ອຳມອນ ຈະ​ໄດ້​ຮັບ​ງົບ 131 ລ້ານ​ກວ່າ​ກີບ, ​ເສັ້ນທາງ​ຄູ​ວຽງ-ສາມ​ແຍກ​ໂສກ​ປ່າ​ຫລວງ ຈະ​ໄດ້​ຮັບ​ງົບ​ສ້ອມ​ແປງ 385 ລ້ານ​ກວ່າ​ກີບ, ​ເສັ້ນທາງ​ສະພັງ​ໝໍ້- 4 ​ແຍກ​ດົງ​ປາຍ​ນາ-​ໂຮງໝໍ 103 ຈະ​ໄດ້​ຮັບ​ງົບ​ສ້ອ​ມ​ແປງ​ຫລາຍ​ກວ່າ 76 ລ້ານ​ກີບ, ​ເສັ້ນທາງ​ລຽບ​ແຄມ​ສະໜາມ​ບິນ​ວັດ​ໄຕ ມີ​ມູນ​ຄ່າ 106 ລ້ານ​ກວ່າ​ກີບ, ​ເສັ້ນທາງ​ແຕ່​ໂຮງ​ແຮມ​ນະຄອນ​ສັກ-ທາງ P3 ມີ​ມູນ​ຄ່າ 79 ລ້ານ​ກວ່າ​ກີບ, ​ເສັ້ນທາງ​ແຕ່ 3 ​ແຍກ​ໂຮງຮຽນ​ກ້າວໜ້າ-ວັດ​ສີສະ​ຫວາດ-3 ​ແຍກ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມ ຈະ​ໄດ້​ຮັບ​ງົບ​ສ້ອມ​ແປງ 74 ລ້ານ​ກວ່າ​ກີບ, ທາງ​ຊອຍ​ຕະຫລາດ​ເຊົ້າ ຈະ​ໄດ້​ຮັບ​ງົບ​ປົວ​ແປງ 25 ລ້ານ​ກວ່າ​ກີບ, ​ເສັ້ນທາງ​ຕະຫລາດ​ແລງ-ຂົວ​ຫລວງ ຈະ​ໄດ້​ຮັບ​ງົບ 108 ລ້ານ​ກີບ, ທາງ​ຮ່ອມ 15 ບ້ານ​ໂພນ​ປ່າ​ເປົ້າ ຈະ​ໄດ້​ຮັບ​ງົບ​ຫລາຍ​ກວ່າ 88 ລ້ານ​ກີບ, ທາງ​ແຕ່​ສີ່​ແຍກ​​​ໄຟ​ແດງ​ຕະຫລາດ​ທາດຫລວງ -ບ້ານ​ໜອງ​ໄຮ ຈະ​ໄດ້​ຮັບ​ງົບ​ປົວ​ແປງ​ຫລາຍ​ກວ່າ 647 ລ້ານ​ກີບ, ທາງ​ແຕ່​ສາມ​ແຍກ​ຫໍ​ພັກ​ຊີ​ເກ​ມ-ສາມ​ແຍກ​ບ້ານ​ນາ​ທົ່ມ​ຕັດ​ອອ​ກ​ໃສ່ 4 ​ແຍກ​ປ່າ​ໄມ້ ​ເມືອງ​ໄຊ​ທານີ ຈະ​ໄດ້​ຮັບ​ງົບ​ບູລະນະ​ປົວ​ແປງ 350 ລ້ານ​ກວ່າ​ກີບ. ພິ​ເສດ​ແມ່ນ​ເສັ້ນທາງ​ແຕ່​ໄຟ​ແດງ​ດົງ​ໂດກ-ທາງ​ບ້ານ​ສີ​ເກີດ ຈະ​ໄດ້​ຮັບ​ງົບ​ຫລາຍ​ກວ່າ 650 ລ້ານ​ກີບ ​ໂດຍ​ມອບ​ໃຫ້​ບໍລິສັດ​ ວິສະວະກຳ​ຢຸນນານ ສປ ຈີນ ​ເປັນ​ຜູ້​ຮັບຜິດຊອບ, ສ່ວນ​ເສັ້ນ ທາງ​ແຕ່​ຊຽງ​ຄວນ-ບ້ານ​ນາລ້ອງ ​ເມືອງ​ຫາດ​ຊາຍ​ຟອງ ຈະ​ໄດ້​ຮັບ​ງົບ​ຫລາຍ​ກວ່າ 200 ລ້ານ​ກີບ ​ໂດຍ​ມອບ​ໃຫ້​ເມືອງ​ດັ່ງກ່າວ​ເປັນ​ຜູ້​ຮັບຜິດຊອບ​ ໃນ​ການຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ສຳ​ເລັດ​ຕາມ​ກຳນົດ​ເວລາ.

 

ແຫລ່ງຂ່າວ:

ລພນ