ເປັນຕາຢ້ານ! ດິນຍຸບເປັນຂຸມຂະໜາດໃຫຍ່ ແຄມຊາຍຫາດຢູ່ລັດຄວີນແລນ ປະເທດອົດສະຕາລີ!

558000011323901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກັນຍານີ້ວ່າ ໃນມື້ວານນີ້ (28 ກັນວາ) ກົມອຸທິຍານແຫ່ງຊາດຄວີນແລນ ໄດ້ອອກມາຖະແຫລງວ່າ ເກີດເຫດດິນຖະຫລົ່ມຍຸບລົງເປັນຂຸມຂະໜາດໃຫຍ່ ຂະຫຍາຍຕົວຍາວປະມານ 200 ແມັດ ແລະ ກວ້າງ 50 ແມັດ ຊຶ່ງມີຄວາມເລິກເຖິງ 9 ແມັດ ຢູ່ຫາດເຣນໂບ ລັດຄວີນແລນ ປະເທດອົດສະຕາລີ ເຮັດໃຫ້ລົດຂອງນັກທ່ອງທ່ຽວໄຫລລົງສູ່ຂຸມດັ່ງກ່າວ ຊຶ່ງໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫລື ສູນຫາຍ, ປັດຈຸບັນເຈົ້າໜ້າທີ່ອົດສະຕາລີ ໄດ້ເຂົ້າໄປອົບພະຍົບນັກທ່ອງທ່ຽວປະມານ 300 ຄົນ ອອກຈາກພື້ນທີ່ດັ່ງກ່າວ ຊຶ່ງສາເຫດຂອງການຍຸບລົງຂອງຂຸມດັ່ງກ່າວ ແມ່ນຍັງບໍ່ທັນຮູ້ໄດ້ຈະແຈ້ງ.

558000011323903