spot_img
Homeລົດຍົນ-ຍານພາຫະນະໝົດບັນຫາມືເປື້ອນລ້າງບໍ່ອອກຈາກນ້ຳມັນເຄື່ອງ

ໝົດບັນຫາມືເປື້ອນລ້າງບໍ່ອອກຈາກນ້ຳມັນເຄື່ອງ

Published on

1

ເຊື່ອ​ວ່າ​​ຫລາຍໆ​ທ່ານຄືຊິເຄີຍສ້ອມແປງລົດກັນແດ່ແລ້ວ​ບໍ່​ວ່າ​ຈະ​ເປັນ​ລົດ​ລຸ້ນ​ນ້ອຍ ຫຼື ຈະ​ເປັນ​ລົດ​ລຸ້ນ​ໃຫຍ່​ ຕ່າງ​ກໍ​ຕ້ອງ​ເຄີຍເບີ່ງແຍງຮັກສາ​ຢູ່​ຫລາຍເທື່ອ ໂດຍ​ບັນຫາ​ທີ່​ຕາມ​ມາ​ຫລັງ​ຈາກ​ໄດ້​ແປງ​ລົດ​​ສຳເລັດ​ແລ້ວ​​ມັກ​ຈະ​ພົບ​ກັບ​ບັນຫາ​ທີ່​ຕາມ​ມາ​​ຢ່າງ​​ຄາບ​ນ້ຳ​ມັນ​ເຄື່ອງດຳໆ​ແຖມ​ຍັງ​ໜຽວ​ຕິດ​ມື​ຈົນ​ລ້າງ​ບໍ່​​ອອກ ເຊີ່ງ​ບັນຫາ​ເວລາ​ລົງ​ມື​ເຮັດ​ແລ້ວຄາບ​ນ້ຳ​ມັນ​ດຳໆ​ໜຽວໆ​​ມັກ​ຈະ​ຕິດ​ເຂົ້າໄປ​ທີ່​ເລັບມື​ອີກ​ເຫັນ​ແລ້ວ​ເບິ່ງ​ບໍ່​ສະ​ອາດ​ຕາ​ເລີຍ​ ​ບາງເທື່ອ​ລ້າງ​ທັງ ສະ​ບູ່ ນ້ຳ​ຢາ​ລ້າງ​ຈານ ແລະ​ ແຟັບ ແລ້ວມັນ​ກໍ​ຍັງ​ບໍ່​ອອກ ແຖມ​ສ່ຽງ​ຕໍ່​ມື​ລອກ ແສບ ຄັນ​ອີກ​ ມື້​ນີ້ເຮົາຈຶ່ງ​ມີ​ເຄັດ​ບໍ່ລັບ​ດີໆ​ມາ​ຝາກ​ກັບ​ບັນຫາ​ທີ່ຄົນຮັກລົດ​ມັກ​ການ​ແປງ​ລົດ​ດ້ວຍ​ໂຕ​ເອງ​ມາ​ຝາກ​ດ້ວຍ​ວິທີ​ງ່າຍໆ​ດ້ວຍ​ນ້ຳ​ມັນ​ພືດ​ທີ່​ມີ​ຕິດ​ຢູ່​ທຸກ​ຄົວ​ເຮືອນ​ແຖມ​ຂັ້ນ​ຕອນ​ກໍ​ແສ​ນ​ຈະ​ງ່າຍ​ອີກ​ທັງ​ຍັງ​ບໍ່​ສ່ຽງ​ຕໍ່​ມື​ລອກ​ ແລະ ​ຍັງ​ຈະ​ເຮັດໃຫ້​ມື​ນຸ່ມອອ່ນໜ້າ​ຈັບ​ຂຶ້ນ​ອີກ​ພ້ອມ ໂດຍ​ວິທີ​ລ້າງ​ມື​ດ້ວຍ​ນ້ຳ​ມັນ​ພືດ​ມີ​ດັ່ງ​ນີ້

1443071497

ກ່ອນ​ອື່ນ​ເລີຍ​ຍ່າງ​ໄປ​ທີ່​ບ່ອນ​ລ້າງ​ຈານ​ຈາກ​ນັ້ນ​ກໍ​ນຳ​ນ້ຳ​ມັນ​ພືດ​ທີ່​ຢູ່​ໃນ​ຫ້ອງ​ຄົວ​ມາ​ເທ​ໃສ່​ລົງ​ເທິງ​ຝ່າ​ມື​ບໍ່ຫລາຍປານໃດ ແລ້ວ​ຄ່ອຍ​ຖູໆ​ໃຫ້​ທົ່ວ​ມື​ ແລະ ​ບໍລິເວນ​ເລັບມື​ທີ່​ຄາບ​ນ້ຳ​ມັນ​​ຕິດ​ຢູ່ ຖ້າຫາກ​ກໍລະນີ​ທີ່​ນ້ຳ​ມັນ​ເຂົ້າ​ບໍ່​ເຖິງ​​ເລັບ​ໃຫ້​ລອງ​ຫຍິບ​ຟອຍ​ຖູ​ແຂ້ວ​ທີ່​ບໍ່​ໃຊ້​ແລ້ວ​ຂັດ​ລົງ​ບໍລິເວນ​​ເລັບມື ເມື່ອເຮົາເບີ່ງດ້ວຍ​ຕາ​ເປົ່າ​ວ່າ​ສະ​ອາດ​ແລ້ວ​ກໍ​ໃຫ້​ໃຊ້​ຜ້າ​ທີ່​ກຽມ​ມາ​ເຊັດ​ເຮັດ​ຄວາມ​ສະ​ອາດ​ມື ເທົ່າ​ນີ້​ຄາບ​ນ້ຳ​ມັນ​ກໍ​ຫລຸດ​ອອກຈາກ​ມື​​ແລ້ວ ຕໍ່​ຈາກ​ນັ້ນ​ກໍ​ທຳການ​ລ້າງ​ມື​ດ້ວຍ​ສະ​ບູ່ ຫຼື ​ນ້ຳ​ຢາ​ລ້າງ​ຈານ ເທົ່າ​ນີ້​ກໍ​ຈະ​ໄດ້​ມື​ສະ​ອາດ​ແລ້ວ

1443071618

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...