ປະທານປະເທດ ເດີນທາງເຂົ້າຮ່ວມ ກອງປະຊຸມອົງການສະຫະປະຊາຊາດ ທີ່ນິວຢອກ

888_7321.23.09.15.7

ຂປລ. ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ ທ່ານ ບານ​ກິນ​ມູນ ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ຄະນະ​ໄດ້​ເດີນທາງ​ຈາກ​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 23 ກັນຍາ 2015 ​ເພື່ອ​ເຂົ້າຮ່ວມ​ ກອງ​ປະຊຸມ​ສຸດ​ຍອດ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ຮັບຮອງ​ເອົາ​ວາລະ​ການ​ພັດທະນາ ຫລັງ​ປີ 2015 ​ແລະ ກອງ​ປະຊຸມ​ຄົບ​ຄະນະ ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຄັ້ງທີ 70 ​ແຕ່​ວັນ​ທີ 25 ກັນ ຍາ ຫາ 1 ຕຸລາ 2015 ທີ່ ນິວຢອກ ສະຫະລັດ​ອາ​ເມ​ຣິ​ກາ.

ໃນ​ກອງ​ປະຊຸມ​ດັ່ງກ່າວ ຈະ​ມີ​ປະມຸກ​ລັດ, ຫົວໜ້າ​ລັດຖະບານ ຈາກ 150 ກວ່າ​ປະ​ເທດ​ເຂົ້າຮ່ວມ ​ເພື່ອ​ພ້ອມ​ກັນ​ສະ ຫລຸບ​ຕີ​ລາຄາ​ການຈັດຕັ້ງປະຕິບັດ ​ ເປົ້າໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ຫລື MDGs ຕະຫລອດ​ໄລຍະ 15 ປີ​​ຜ່ານ​ມາ ​ແລະ ພິຈາລະນາ​ຮັບຮອງ​ເອົາ​ວາລະ​ການ​ພັດທະນາ ຫລັງ​ປີ 2015, ລວມທັງ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ ທີ່​ກວມ​ເອົາ 3 ດ້ານ​ຄື: ດ້ານ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ​ເຊິ່ງວົງ​ຄະນາ​ຍາດ​ສາກົນ ຈະ​ຕ້ອງ​ພ້ອມ​ກັນ​ຈັດຕັ້ງປະຕິບັດ ​ໃນ​ໄລຍະ 15 ປີ​ຕໍ່ໜ້າ. ພ້ອມ​ດຽວ​ກັນນັ້ນ ບັນດາ​ຜູ້ນຳ​ໂລກ ຍັງ​ຈະ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ທີ່​ພົ້ນ​ເດັ່ນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ເປັນຕົ້ນ: ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ການ​ພັດທະນາ, ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ພ້ອມ ​ທັງ​ທົບ​ທວນຄືນ​ການ​ປະຕິບັດ​ພາລະ​ບົດບາດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ໂອກາດ​ສະຫລອງ 70 ປີ ​ແຫ່ງ​ການ​ສ້າງຕັ້ງອົງການ​ສະຫະ​ປະຊາ​ຊາດ ​ແລະ ກຳນົດ​ແນວທາງ​ການ​ປັບປຸງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ຕໍ່ ໜ້າ ລວມທັງ​ການ​ດຳ​ເນີນ​ການ​ປະຕິ​ຮູບ​ອົງການ ​ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ເງື່ອນ​ໄຂ​ໃນ​ປັດຈຸບັນ.

ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ​ລາວ​ ຍັງ ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ປິ່ນ​ອ້ອມ​ທີ່​ສຳຄັນ​ຕ່າງໆ ​ແລະ ພົບ​ປະ​ສອງ​ຝ່າຍ​ກັບ​ຄະນະ​ຜູ້​ແທນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ. ຫລັງ​ຈາກ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ສະຫະ​ປະຊາ​ຊາດ​ແລ້ວ ປະ ທານ​ປະ​ເທດ​ ​ແຫ່ງ ສປປ ລາວ ຈະ​ໄດ້​ເດີນທາງ​ຢ້ຽມຢາມ​ລັດຖະກິດ ສາທາລະນະ​ລັດ​ກູ​ບາ ​ແຕ່​ວັນ​ທີ 2-4 ຕຸລາ 2015 ຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ