ໜັງສືພິມວຽງຈັນໃໝ່ ສະຫລອງຄົບຮອບ 40 ປີ

vientianemai

ຂປລ. ໃນຕອນຄໍ່າຂອງວັນທີ 18 ກັນຍາ 2015 ນີ້ ທີ່ນະຄອນຫລວງວຽງຈັນ ໜັງສືພິມວຽງຈັນໃໝ່ ໄດ້ຈັດພິທີງານລ້ຽງສະ​ເຫລີ​ມສະຫລອງ ຄົບຮອບ 40 ປີ ໂດຍມີທ່ານ ຄຳປະດິດ ເຂັມມານິດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທອງເລື່ອນ ພິມມະສານ ຫົວໜ້າບັນນາທິການໃຫຍ່, ຕາງໜາ້ໜັງສືພິມຫລາຍພາກສ່ວນ ແລະ ພະນັກງານ ເຂົ້າຮ່ວມຍິນດີ.

ທ່ານ ທອງເລື່ອນ ພິມມະສານ ກ່າວວ່າ: ພາຍຫລັງການຢຶດອຳນາດການປົກຄອງມາມືຂອງປະຊາຊົນລາວບັນດາເຜົ່າສຳເລັດ ໃນວັນທີ 23 ສິງຫາ 1975 ໜັງສືພິມວຽງຈັນໃໝ່ ກໍໄດ້ຮັບການສ້າງຂຶ້ນຢ່າງເປັນທາງການ ໃນວັນທີ 1 ກັນຍາ 1975. ໃນເມື່ອກ່ອນມີຊື່ວ່າ ໜັງສືພິມວຽງຈັນ ໂພສ ຫລັງຈາກນັ້ນກໍປ່ຽນຊື່ມາເປັນ ໜັງສືພິມວຽງຈັນໃໝ່, ມີພາລະບົດບາດສຳຄັນ ເປັນສື່ຂອງລັດ ເປັນອາວຸດອັນແຫລມຄົມ, ເປັນກະບອກສຽງຂອງອົງຄະນະພັກ ອຳນາດການປົກຄອງ ນະຄອນຫລວງວຽງຈັນ ກໍຄືລັດຖະບານລະບອບໃໝ່ ຂຶ້ນກັບພະແນກ ໂຄສະນາອົບຮົມ ໃນເມືອກ່ອນ ກໍຄືພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນປັດຈະບັນ, ມີໜ້າທີ່ ໃນການໂຄສະນາປຸກລະດົມມວນຊົນທຸກຊັ້ນຄົນ ເຂົ້າຮ່ວມຂະບວນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ການພັດທະນາປະເທດຊາດ ເວົ້າລວມ, ​ເວົ້າສະເພາະ ນະຄອນຫລວງວຽງຈັນ ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າ ດັ່ງທຸກວັນນີ້.

ໜັງສືພິມວຽງຈັນໃໝ່ ປະກອບມີ 5 ໜ່ວຍງານ ຄື: ໜ່ວຍງານຫ້ອງການບໍລິຫານ-ການຕະຫລາດ, ໜ່ວຍງານຈັດໜ້າອອກແບບ ແລະ ຂໍ້ມູນຂ່າວສານ, ໜ່ວຍງານຂ່າວ, ໜ່ວຍງານບົດ ແລະ ໜ່ວຍງານໜັງສືພິມລາຍອາທິດ ທຸລະກິດ-ສັງຄົມ. ປັດຈຸບັນມີພະນັກງານທັງໝົດ 47 ຄົນ, ຍິງ 24 ຄົນ ພະນັັກງານຕາມສັນຍາ 14 ຍິງ 4, ຄະນະບັນນາທິການ 3 ທ່ານ ຍິງ 1 ທ່ານ. ໃນເມື່ອກ່ອນໜັງສືພິມວຽງຈັນໃໝ່ ຈັດພິມ 4 ໜ້າ ໃນຂະໜາດ 52X37 ຊັງຕີແມັດ ພິມເປັນຂ່າວ-ດຳ ຈາກນັ້ນກໍໄດ້ປັບປຸງ ຍົກລະດັບພັດທະນາຢ່າງຕໍ່ເນື່ອງ ແລະ ເພີ່ມມາເປັນ 9 ໜ້າ ປັດຈຸບັນມີທັງໝົດ 18 ຄໍລຳປະຈຳ, ສະເລ່ຍແຕ່ລະປີ ສາມາດສະໜອງ ບົດ-ຂ່າວປະເພດຕ່າງໆ ໄດ້  7.968 ບົດ​ຂ່າວ ແລະ ຮູບພາບ 6.864 ໃບ ແລະ ຮູບແຕ້ມ 240 ໃບ, ສ່ວນໂຄສະນາ ສະເລ່ຍບໍ່ຫລຸດ 15 ໜ້າຕໍ່ວັນ ຍອດຈຳໝ່າຍໃນເມື່ອກ່ອນມີພຽງ 1.200 ສະບັບຕໍ່ວັນ ຕໍ່ມາກໍ​ໄດ້ມີການເພີ່ມຂຶ້ນເລີ້ຍໆ ປັດຈຸບັນ ມີຍອດຈຳໜາ່ຍ 5.600 ສະບັບຕໍ່ວັນ, ບາງໄລຍະກໍສູງເຖິງ 10.000 ສະບັບຕໍ່ວັນ.

 

ແຫລ່ງຂ່າວ:

ຂປລ