spot_img
Homeມູມໄອທີລາວແບດເຕີຣີ່ iPhone, iPad ລຸ້ນໃດ ທີ່ອັບເດດ iOS 9 ຢູ່ໄດ້ດົນຂື້ນ

ແບດເຕີຣີ່ iPhone, iPad ລຸ້ນໃດ ທີ່ອັບເດດ iOS 9 ຢູ່ໄດ້ດົນຂື້ນ

Published on

IMG_1975

ຫລັງ​ຈາກ​ທີ່ Apple ປ່ອຍ​ອັບ​ເດດ iOS 9 ໄດ້​ອັບ​ເດດ​ກັນ​ໄປ​ແລ້ວ ເມື່ອ​ວັນທີ່ 16 ກັນຍາ​ທີ່​ຜ່ານມາ ຫລາຍ​ຄົົນທີ່​ຍັງ​ບໍ່​ໝັ້ນໃຈ​ໃນ​ເລື່ອງ ອາ​ຍຸ​ການ​ໃຊ້​ງານ​ແບັດ​ເຕີ​ຣີ່ ຖ້າອັບ​ເດດ iOS 9 ໄປ​ແລ້ວ​ແບັດ​ຈະ​ດົນ ​ແລະ ​ທົນ​ຂຶ້ນ​ຫລື​ບໍ່ ລະຫວ່າງ iOS 8.4.1 ທີ່​ໃຊ້​ງານ​ຢູ່​ກັບ iOS 9 ເວີລ໌​ຊັ່ນ​ປະຈຸບັນ ມື້​ນີ້​ເຮົາ​ນຳ​ຜົນ​ທົດສອບ​ການ​ໃຊ້​ງານ iOS 9 ເທິງ iPhone, iPad ມາ​ຝາ​ກ ໄປ​ເບິ່ງ​ກັນ​ເລີຍວ່າ​ລຸ້ນ​ໃດ​ທີ່​ອັບ​ເດດ iOS 9 ໄປ​ແລ້ວ ແບັດ​ຢູ່ໄດ້ດົນ​ຂຶ້ນ​​ແດ່

iOS-9-charts.001

ໂດຍ​ການ​ທົດສອບ​ນີ້ ປຽບທຽບ​ລະ​ຫວ່າງ iOS 8.4.1 ກັບ iOS 9.0 GM ຊຶ່ງ​ທຳການ​ທົດສອບ​ດ້ວຍ​ການ​ຫລິ້ນ​ເວັບ​ຕາມ​ປົກກະຕິ ຜົນ​ທີ່​ໄດ້​ກໍ​ຄື iPhone ແລະ iPod Touch ລຸ້ນ​ທີ່ທຳການ​ທົດສອບ ມີ​ແນວ​ໂນ້ມ​ປ່ຽນ​ແປງ​ໃນ​ທາງ​ທີ່​ດີ​ຂຶ້ນ ໂດຍ​ສະເພາະ iPhone 6 Plus ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ແຈ້ງ ຍົກ​ເວັ້ນ iPhone 5 ທີ່​ຫລຸດລົງ​ພຽງ​ເລັກນ້ອຍ​ເທົ່າ​ນັ້ນ

iOS-9-charts.002

ແລະ​ເມື່ອ​ນຳ​ມາ​ທົດສອບ​ກັບ iPad ດ້ວຍ​ວິທີ​ການ​ດຽວ​ກັນ ພົບ​ວ່າ ມີ​ພຽງ iPad 4 ລຸ້ນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຜົນ​ການ​ທົດສອບ​ຫລຸດລົງ ໃນ​ຂະນະ​ທີ່ iPad ລຸ້ນ​ອື່ນໆ ມີ​ການ​ປ່ຽນ​ແປງ​ເລັກນ້ອຍ

Low-Power-Mode

ຢ່າງໃດ​ກໍ​ດີ ເທິງ iOS 9 ມີ​ຟັງຊັ່ນ​ທີ່​ຊ່ວຍ​ປະ​ຫຍັດ​ພະລັງ​ງານ​ແບັດ​ເຕີ​ຣີ່ ຊຶ່ງ​ມີ​ຊື່​ວ່າ Low Power Mode ດ້ວຍ​ການ​ປິດ​ການເຮັດວຽກງານ​ບາງຢ່າງ​ທີ່​ບໍ່​ຈຳ​ເປັນ ຢ່າງ​ເຊັ່ນ ປັບ​ຄວາມ​ແຈ້ງ​ຂອງ​ໜ້າ​ຈໍ​ໃຫ້​ນ້ອຍ​ລົງ, ລັອກ​ໜ້າ​ຈໍ​ພາຍ​ໃນ​ເວລາ 30 ວິ​ນາ​ທີ ຖ້າ​ຫາກ​ບໍ່​ໄດ້​ໃຊ້​ງານ, ປິດ​ການເຮັດວຽກງານ​ຂອງ Background App Refresh ຫລື​ການ​ເລີ່ມຕົ້ນ​ອີ​ເມລ ເພື່ອ​ໃຫ້​ແບັດ​ເຕີ​ຣີ່​ສາມາດ​ໃຊ້​ງານ​ໄດ້​ຍາວນານ​ຂຶ້ນ ໂດຍ​ຜູ້​ໃຊ້​ສາມາດ​ເຂົ້າໄປ​ເປີດ​ການ​ໃຊ້​ງານ Low Power Mode ໄດ້​ທີ່ Settings > Battery > Low Power Mode

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...