Homeມູມໄອທີລາວຖ້າເຈົ້າເຮັດທ່ານີ້ແລ້ວຮູ້ສຶກເຈັບ ແປວ່າເຈົ້າຕິດ Smartphone ຫລາຍເກີນໄປ

ຖ້າເຈົ້າເຮັດທ່ານີ້ແລ້ວຮູ້ສຶກເຈັບ ແປວ່າເຈົ້າຕິດ Smartphone ຫລາຍເກີນໄປ

Published on

ພາບ​ນີ້​ຄື​ທ່າ​ໃນ​ການ​ທົດສອບ​ຢ່າງ​ງ່າຍ ວ່າ​ເຈົ້າ​ໃຊ້​ສະມາດ​ໂຟນ​ຫຼາຍ​ເກີນ​ໄປ​ຈົນ​ເຈັບ​ມື​ເມື່ອ​ເຮັດ​ທ່າ​ນີ້​ ຫຼື ບໍ່ ຊຶ່ງ​ເປັນ​ທ່າ ທາງ​ໃນ​ການ​ທົດສອບ “De Quervain’s syndrome” ຫຼື ​ທີ່​ຮູ້​ຈັກ​ກັນ​ໃນ​ຊື່​ອາການ​ຕິ​ດສະມາດ​ໂຟນ

ອາການ​ເຈັບ​ເວລາ​ທີ່​ເຮັດ​ມື​ໃນ​ທ່າ​ນີ້​ແລ້ວ​ກົດ​ຂໍ້​ມື​ລົງ ເກີດ​ຈາກ​ການ​ທີ່​ເຮົາ​ໃຊ້​ນິ້ວ​ໂປ້ງ​ໃນ​ມື​ແຕ່​ລະ​ຂ້າງ​ຫຼາຍ​ຈົນ​ເກີນ​ໄປ ຊຶ່ງ​ມັກ​ເກີດ​ກັບ​ຄົົນທີ່​ໃຊ້​ສະ​ມາດໂຟນ, ຫຼິ້ນ​ເກມ, ຫຼື​ພິມ​ເທິງ​ມື​ຖື​ຫຼາຍ​ເກີນ​ໄປ​ນັ້ນ​ເອງ

ບາງ​ຄົນ​ເມື່ອ​ເຮັດ​ທ່າ​ທົດສອບ​ນີ້​ແລ້ວ​ຈະ​ເຈັບ​ຂ້າງ​ຂວາ ແຕ່​ກັບ​ມື​ຂ້າງ​ຊ້າຍ​ກັບ​ບໍ່​ເຈັບ​ຫຍັງ ນັ້ນ​ອາດຈະ​ເປັນ​ເພາະ​ເຮົາ​ໃຊ້​ມື​ຂ້າງ​ຂວາ​ຫຼິ້ນ​ມື​ຖື​ຫຼາຍກວ່າ​ມື​ຊ້າຍ​ກໍ​ເປັນ​ໄດ້

untitled-2

ທ່າ​ອອກ​ກຳ​ລັງ​ກາຍ​ເພື່ອ​ຜ່ອນ​ຄາຍ​ນິ້ວ

ຫາກ​ການ​ທົດສອບ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເຈັບ​ປວດ​ທີ່​ຂໍ້​ມື ກໍ​ມີ​ທ່າ​ທາງ​ໃນ​ການ​ອອກ​ກຳ​ລັງ​ກາຍ​ເພື່ອ​ໃຫ້​ກ້າມ​ເນື້ອ​ຜ່ອນ​ຄາຍ​ລົງ​ໄດ້​ຫຼາຍ​ທ່າ​ນຳກັນ​ດັ່ງ​ນີ້

  • Opposition stretch: ວາງ​ມື​ລົງ​ເທິງ​ໂຕະ ເອົາ​ນິ້ວ​ໂປ້​ໄປ​ຈັບ​ກັບ​ນິ້ວ​ອື່ນໆ ຄ້າງ​ໄວ້ 6 ວິ​ນາ​ທີ ເຮັດ​ແບບ​ນີ້ 10 ເທື່ອ
  • Wrist stretch: ໃຊ້​ມື​ອີກ​ຂ້າງ​ຊ່ວຍ​ອຽງ​ຂໍ້​ມື​ທີ່​ເຈັບ ແລ້ວ​ຄ້າງ​ໄວ້ 15 – 30 ວິ​ນາ​ທີ ຈາກ​ນັ້ນ​ເຮັດ​ໃນ​ທາງ​ກົງກັນຂ້າມ​ແລ້ວ​ຄ້າງ​ໄວ້15 – 30 ວິ​ນາ​ທີ ເຮັດ​ທັງ​ໝົດ 3 ຮອບ
  • Wrist flexion: ໃຊ້​ຂໍ້​ມື​ຖື​ກະ​ປ໋ອງ​ແລ້ວ​ຫງາຍ​ຂໍ້​ມື​ຂຶ້ນ ຈາກ​ນັ້ນ​ເໜັງ​ຂໍ້​ມື​ຂຶ້ນ​ຢ່າງ​ຊ້າ​ໆ ແລ້ວ​ກັບ​ມາ​ທີ່​ຈຸດ​ເກົ່າ ເຮັດ​ທັງ​ໝົດ 2 ຮອບ​ໃນ 15 ວິ​ນາ​ທີ
  • Wrist radial deviation strengthening: ວາງ​ມື​ໄປ​ໃນ​ແນວ​ດ້ານ​ຂ້າງ ຖື​ກະ​ປ໋ອງ​ໄວ້ ແລ້ວ​ຄ່ອຍ​ໆ ເໜັງຂໍ້​ມື​ຂຶ້ນ​ລົງ ເຮັດ​ທັງ​ໝົດ 2 ຮອບ​ໃນ 15 ວິ​ນາ​ທີ
  • Wrist extension: ໃຊ້​ຂໍ້​ມື​ຖື​ກະ​ປ໋ອງ​ແລ້ວ​ຄວ້ຳ​ມື​ລົງ ຈາກ​ນັ້ນ​ຄ່ອຍ​ໆ ຫງາຍ​ຂໍ້​ມື​ຂຶ້ນ ເຮັດ​ທັງ​ໝົດ 2 ຮອບ​ໃນ 15 ວິ​ນາ​ທີ
  • Grip strengthening: ກຳ​ໝາກບານ​ຢາງ​ຄ້າງ​ໄວ້ 5 ວິ​ນາ​ທີ​ເຮັດ ທັງ​ໝົດ 2 ຮອບ​ໃນ 15 ວິ​ນາ​ທີ
  • Finger spring:  ນຳ​ຢາງ​ຂະໜາດ​ໃຫຍ່​ມາ​ຮອບ​ນິ້ວ​ມື​ໄວ້ ຈາກ​ນັ້ນ​ຂະຫຍາຍ​ນິ້ວ​ອອກ ເຮັດ​ທັງ​ໝົດ 2 ຮອບ​ໃນ 15 ວິ​ນາ​ທີ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...