3 ຄະແນນຂອງທີມຊາດລາວໄດ້ມາເພີ່ມແຕ່ຍັງຢູ່ອັນດັບທີ 3 ຂອງຕາຕະລາງ

ສຳລັບການແຂ່ງຂັນບານເຕະທີ່ ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນ AFC U16 CHAMPIONSHIP INDIA 2016 QUALIFIERS ໃນລະຫວ່າງວັນທີ 12-20 ກັນຍາ 2015 ນີ້ ຢູ່ໃນກຸ່ມ G ມີ: ມາເລເຊຍ, ລາວ, ຟີລິບປິນ, ນອສເທີນ ມາເຣຍນາ, ຕີມໍ ເລສເຕ

ໃນວັນທີ 16 ກັນຍາ 2015 ທີ່ຜ່ານມາ ສຳລັບການແຂ່ງຂັນບານເຕະ U-16 ລົງແຂ່ງຂັນ 2 ຄູ່ ເປັນການແຂ່ງຂັນລະຫວ່າງ ທີມຊາດມາເລເຊຍ ພົບກັບ ທີມຊາດ ຕີມໍ ເລສເຕ ໃນເວລາ 16:00 ໂມງ ຜົນປະກົດວ່າ ທີມຊາດມາເລເຊຍເອົາຊະນະໄປໄດ້ພຽງ 1-0 ປະຕູເທົ່ານັ້ນ ແຕ່ໃນຂະນະດຽວກັນອີກ 1 ຄູ່ແມ່ນ ທີມຊາດລາວ ພົບກັບ ທີມຊາດ ນອດເທີນ ມາເຣຍນາ ໃນເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ໃນການແຂ່ງຂັນເຄີງເວລາທຳອິດ ລາວເຮົາບໍ່່ສາມາດຍິງປະຕູໄດ້ເລຍ ແຕ່ວ່າໃນເຄີ່ງເວລາທີ 2 ກໍ່ບໍ່ເຮັດໃຫ້ແຟນນບານຜິດຫວັງຍິງໃຫ້ທີມຊາດລາວເຖິງ 5-0 ປະຕູ
ຕາຕະລາງອັນດັບໃນຕອນນີ້ແມ່ນ:
– ອັບດັບທີ 1 ທີມຊາດມາເລເຊຍ ແຂ່ງຂັນ 2 ນັດ ຊະນະ 2 ມີ 6 ຄະແນນ
– ອັນດັບທີ 2 ທີມຊາດຕີມໍ ເລສເຕ ແຂ່ງຂັນ 3 ນັດ ຊະນະ 2 ເສຍ 1 ມີ 6 ຄະແນນ
– ອັນດັບທີ 3 ທີມຊາດລາວ ແຂ່ງຂັນ 2 ນັດ ຊະນະ 2 ມີ 6 ຄະແນນ
– ອັນດັບທີ 4 ທີມຊາດຟິລິບປິນ ແຂ່ງຂັນ 2 ນັດ ເສຍ 2 ບໍ່ມີຈັກຄະແນນ
– ອັບດັບທີ 5 ທີມຊາດ ນອດເທີນ ມາເຣຍນາ ແຂ່ງຂັນ 3 ນັດ ເສຍ 3 ບໍ່ມີຈັກຄະແນນ
ນັດຕໍ່ໄປທີມຊາດລາວເຮົາຈະລົງສະໜາມພົບກັບທີມຊາດຕີມໍເລສເຕ ໃນວັນທີ 18 ກັນຍາ 2015​ ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16

12002953_1642808965936622_2061847922783216294_n