spot_img
Homeຂ່າວການສຶກສາປິດຊຸດຮຽນແພດຊັ້ນກາງລຸ້ນທີ 1 ຂອງໂຮງໝໍ 107

ປິດຊຸດຮຽນແພດຊັ້ນກາງລຸ້ນທີ 1 ຂອງໂຮງໝໍ 107

Published on

tue24sep2

ໃນຕອນບ່າຍຂອງວັນທີ 2 ກັນຍາ 2013 ຜ່ານມານີ້ຢູ່ທີ່ ສະໂມສອນຂອງໂຮງຫມໍບໍລິ ເວນ 107 ໄດ້ຈັດພິທີປິດຊຸດ ຮຽນແພດຊັ້ນກາງ ລຸ້ນທີ I       ( ສົກ 2012-2013 ) ໂດຍ ການເຂົ້າຮ່ວມເປັນປະທານ ຂອງສະຫາຍພັນເອກ ບຸນ ເຕິນ ບັນດາວົງ,  ຄະນະພັກ ກົມໃຫຍ່ພະລາທິການກອງ ທັບ, ຫົວຫນ້າກົມເສນາຮັກ  ມີຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ນັກຮຽນເຂົ້າ ຮ່ວມ.   ( ອ່ານຕໍ່ຫນ້າ 7 )
ໃນພິທີສະຫາຍພັນໂທ ດຣ ໄພວັນ ຈັນທະສຸກ ໄດ້ສະ ຫລຸບຄືນຜ່ານການເຄື່ອນ ໄຫວຈັດຕັ້ງຮຳ່ຮຽນແພດຊັ້ນ ກາງໃນຊຸດທີ   I   ໂດຍໄດ້ຍົກ
ໃຫ້ເຫັນຫລາຍບັນຫາທີ່ພົ້ນ ເດັ່ນ ແລະ ບັນຫາຍັງຄົງຄ້າງ ທາງດ້ານການຮຽນ-ການ ສອນເປັນຕົ້ນແມ່ນດ້ານການ ຮຳ່ຮຽນເຫັນວ່າມີຄວາມຕັ້ງ ຫນ້າເອົາໃຈໃສ່ສາມາດຍາດ ເອົາຄວາມຮູ້ ແລະ ຄະແນນ ບັນລຸຄາດຫມາຍໄດ້ 100% ໃນຈຳນວນນັກຮຽນ 29 ສະ ຫາຍ ຜ່ານການສອບເສັງທິດ ສະດີ ແລະ ຕົວຈິງສາມາດຕີ ລາຄາປະເພດໄດ້ດັ່ງນີ້:ຄະ ແນນດີເລີດມີ 12 ສະຫາຍເທົ່າ ກັບ 41,3% ຄະ ແນນເກັ່ງມີ 17 ສະຫາຍເທົ່າກັບ 58,7%.
ໃນພິທີດັ່ງກ່າວຍັງໄດ້ມອບ ຍ້ອງຍ້ອງໃຫ້ນັກຮຽນຜູ້ດີເດັ່ນ ໃນການຮຳ່ຮຽນ ແລະ ປະຕິ ບັດລະບຽບຂອງໂຮງຮຽນ. ໃນຕອນທ້າຍສະຫາຍພັນ ເອກ ບຸນເຕິນ ບັນດາວົງ ຄະ ນະພັກກົມໃຫຍ່ພະລາທິການ  ກອງທັບ, ຫົວຫນ້າກົມເສນາ ຮັກ ໄດ້ໂອ້ລົມຕໍ່ບັນດານັກ ຮຽນໄດ້ເນ້ັ້ນຫນັກໃຫ້ພາຍ ຫລັງຮຽນຈົບໄປແລ້ວຕ້ອງຕັ້ງ ຫນ້າເຮັດວຽກງານວິຊາສະ ເພາະຂອງຕົນເອງໃຫ້ດີ ພ້ອມ ນຳເອົາບົດຮຽນທີ່ຮຽນນີ້ໄປ ຈັດຕັ້ງປະຕິບັດໃຫ້ມີປະສິດທິ ຜົນດີ ແລະ ສຳເລັດຫນ້າທີ່ ຢ່າງຈົບງາມ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...