spot_img
Homeຂ່າວເຫດການທ່ານປະທານປະເທດ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ທ່ານປະທານປະເທດ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

Published on

ee8f37d091b57b226046b9865e8ede41

ວັນ​ທີ 10 ກັນຍາ 2015 ຢູ່ທຳ​ນຽບ​ປະທານ​ປະເທດ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ໄດ້​ມອບ​ສານ​ແຕ່ງຕັ້ງ​ໃຫ້ທ່ານນາງ ພາ​ວັນ ນວນ​ທະ​ສິງ ຫົວໜ້າ​ກົມ​ອົງ​ການຈັດຕັ້ງ​ສາກົນ ​ໄປ​ດຳລົງ​ຕຳແໜ່ງ​ເປັນ​ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສປປ ລາວ ປະຈຳ​ປະເທດ​ອິນ​ໂດ​ເນ​ເຊຍ ແລະ ທ່ານ ບຸນ​ແພງ ຊາຍ​ກັນຍາ ຮອງຫົວໜ້າ​ກົມ​ສົນທິສັນຍາ ແລະ ກົດໝາຍ ໄປ​ດຳລົງ​ຕຳແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສປປ ລາວ ປະຈຳ​ປະເທດ​ຊູ​ແອັດ.

ໃນ​ໂອກາດ​ດັ່ງກ່າວ​ ທ່ານ​ປະທານ​ປະເທດ ໄດ້​ສະແດງ​ຄວາມຍິນ​ດີ ແລະ ຊົມເຊີຍ​ຕໍ່​ທ່ານ​ທູດທັງ 2 ທ່ານ ທີ່​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້ໄປ​ປະຕິບັດ​ໜ້າທີ່​ການ​ທູດປະຈຳຢູ່​ປະເທດ​ດັ່ງກ່າວ​ ພ້ອມ​ທັງ​ໃຫ້​ທິດຊີ້​ນຳ​ຢ່າງ​ເລິກເຊິ່ງ ແລະ ໜັກແໜ້ນ ໂດຍ​ສະເພາະ ການ​ປະຕິບັດ​ໜ້າທີ່​ການ​ທູດ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແກ່​ພາລະກິດ​ປົກປັກ​ຮັກສາ ແລະ ສ້າງສາ​ພັດ​ທະນາ​ປະເທດ​ຊາດ ພ້ອມ​ທັງ​ຊຸກຍູ້ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະ​ພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ປະເທດ​ ໃຫ້​ນັບ​ມື້​ກ້າວ​ເຂົ້າສູ່​ລວງ​ເລິກ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະ​ມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີອຳນາດ​ເຕັມ​ບັນດາ​ປະເທດ​ເພື່ອນມິດ ຄົນ​ໃໝ່ ປະຈຳ ​ສປປ ລາວ ໃນ​ວັນ​ທີ 11 ກັນຍາ 2015 ຢູ່​ກະຊວງ​ການ​ຕ່າງປະເທດ ພາຍຫຼັງ​ທີ່ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ປະທານປະເທດແຫ່ງ ​ສປປ ລາວ ເພື່ອດຳລົງ​ຕຳແໜ່ງ​ເປັນ​ເອກ​ອັກ​ຄະລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດເຕັມຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ລາຍ​ລະອຽດຄື:

ເວລາ 8:30 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ David Hugh Evans ເອກອັກ​ຄະ​ຣາ​ຊະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສະຫະ​ຣາ​ຊະ​ອານາ​ຈັກ​ອັງກິດ ແລະ ອຽກ​ລັງເໜືອ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້ມາ​ດຳລົງ​ຕຳແໜ່ງ​ເປັນ​ ເອກ​ອັກຄະ​ຣາ​ຊະ​ທູດ​ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານ​ທູດ​ຕັ້ງ​ຢູ່​ນະຄອນຫຼວງ​ວຽງຈັນ.

ເວລາ 9:15 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ນາງ Belinda M. Ante ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ຟີ​ລິບປິນ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້ມາ​ດຳລົງ​ຕຳແໜ່ງເປັນ ເອກ​ອັກຄະ​ລັດ​ຖະ​ທູດ​ຄົນ​ໃໝ່ ປະຈຳ ສປປ ລາວ ເຊິ່ງ​ມີ​ສຳນັກງານສະຖານທູດ​ຕັ້ງ​ຢູ່​ນະຄອນຫຼວງວຽງ​ຈັນ.

ເວລາ 10:00 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ Khaga Nath Adhikari ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ເນ​ປານ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາດຳລົງ​ຕຳແໜ່ງ​ເປັນ ​ເອກ​ອັກ​ຄະລັດ​ຖະ​ທູດ​ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຕັ້ງ​ຢູ່​ບາງກອກ ຣາ​ຊະ​ອານາຈັກ​ໄທ.

ເວລາ 10:30 ໂມງ ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງ​ທ່ານ Karel Johannes HARTOGH ເອກ​ອັກ​ຄະ​ຣາ​ຊະທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມແຫ່ງ​ຣາ​ຊະ​ອານາຈັກ​ໂຮນ​ລັງ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາດຳລົງ​ຕຳແໜ່ງ​ເປັນ ​ເອກ​ອັກ​ຄະລັດ​ຖະ​ທູດ​ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຕັ້ງ​ຢູ່​ບາງກອກ ຣາ​ຊະ​ອານາຈັກ​ໄທ.

ເວລາ 11:00 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ Mohamed BERRAH ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະລັດ​ປະຊາທິປະໄຕ ປະຊາຊົນ ອານ​ເຊີ​ຣີ ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ໄດ້​ມາ​ດຳລົງ​ຕຳແໜ່ງ​ເປັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຕັ້ງ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ.

ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມຍິນ​ດີ​ຕ້ອນຮັບ ແລະ ຊົມເຊີຍ​ຕໍ່ບັນດາ​ທ່ານ​ທູດ​ ທີ່​ໄດ້​ມາ​ຮັບ​ຕຳແໜ່ງ​ເປັນ​ທູດ​ຄົນ​ໃໝ່​ປະຈຳ​ລາວ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມມື​ລະຫວ່າງ​ລາວ ກັບບັນດາ​ປະເທດ​ດັ່ງກ່າວ ​ທີ່​ນັບ​ມື້​ໄດ້​ຮັບ​ການເສີມ​ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...