spot_img
Homeຂ່າວພາຍ​ໃນສະຫະພັນບານເຕະແຫ່ງຊາດລາວ ສໍາເລັດການຝຶກອົບຮົມກຳມະການຕັດສິນລະດັບສູງ FIFA

ສະຫະພັນບານເຕະແຫ່ງຊາດລາວ ສໍາເລັດການຝຶກອົບຮົມກຳມະການຕັດສິນລະດັບສູງ FIFA

Published on

ໃນຕອນບ່າຍຂອງວັນສຸກວັນທີ 11 ກັນຍາ 2015 ຢູ່ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີປິດຝຶກອົບຮົມຍົກລະດັບ ກໍາມະການຕັດສິນລະດັບສູງ ພາຍຫລັງເຝິກອົບຮົມມາຕັ້ງແຕ່ວັນຈັນວັນທີ 07 ກັນຍາ 2015 ເປັນກຽດເຂົ້າຮ່ວມພິທີປິດຝຶກອົບຮົມໂດຍ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີນັກສໍາມະນາກອນ 30 ຄົນໃນນັ້ນເປັນຍິງ 2 ທ່ານ ເຊິ່ງມາຈາກ ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 13 ທ່ານ, ແຂວງ ສະຫວັນນະເຂດ 3 ທ່ານ, ແຂວງ ຈໍາປາສັກ 3 ທ່ານ, ກະຊວງ ປ້ອງກັນຄວາມສະຫງົບ 3 ທ່ານ, ກົມກິລາກອງທັບ 1 ທ່ານ, ວິທະຍາໄລສ້າງຄູ ບ.ເກີນ 1 ທ່ານ, ໂຄສະນາອົບຮົມສູນກາງພັກ 1 ທ່ານ, ສູນຝຶກກິລາສີເກີດ 1 ທ່ານ, ແຂວງ ຄໍາມ່ວນ 1 ທ່ານ, ກົມກິລາລະດັບສູງ 1 ທ່ານ ແລະ ສະຫະພັນບານເຕະແຫ່ງຊາດລາວ 2 ທ່ານ.

ໃນການຝຶກອົບຮົມກໍາມະການຕັດສິນລະດັບສູງຄັ້ງນີ້ໂດຍໄດ້ວິທະຍາກອນຈາກຟີຟາມາຊ່ວຍຝຶກອົບຮົມ 2 ທ່ານ ເຊິ່ງໄດ້ສອນທິດສະດີ ແລະ ປະຕິບັດຕົວຈິງ ໃຫ້ກັບນັກສໍາມະນາກອນ ໄດ້ເຂົ້າໃຈເຖິງກົດກະຕິການແຂ່ງຂັນບານເຕະຢ່າງລະອຽດ.

11053857_1012556525431951_404917938029243472_n

11986994_1012556412098629_969443329546378787_n

11990541_1012556548765282_6733113702748862827_n

11998883_1012556692098601_1204090076558903830_n

12002871_1012556415431962_2756787315866641576_n

12002900_1012556998765237_6157177203228005524_n

12011312_1012556762098594_2361038978460081806_n

12011390_1012556408765296_8957837738286457325_n

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...