ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ + 3 ຈັດຂຶ້ນທີ່ນະຄອນຫລວງວຽງຈັນ

6083eeb0526da4a0372d01262583be99

ໃນ​ວັນ​ທີ 9 ກັນຍາ 2015 ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ແຮ່​ທາດ​ອາ​ຊຽນ+3 ຄັ້ງ​ທີ 8 (8th ASOMM+3) ຈັດ​ຂຶ້ນ​ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ການເປັນ​ປະທານ​ຂອງ​ທ່ານ ​ດຣ. ສີ​ມອນ ພິຈິດ ຫົວໜ້າ​ກົມ​ບໍ່​ແຮ່ ຫົວໜ້າຄະນະ​ເຈົ້າ​ໜ້າທີ່​ອາວຸໂສແຮ່​ທາດ​ອາ​ຊຽນ ແຫ່ງ ​ສປປ ລາວ ພ້ອມ​ທັງ​ຄູ່​ເຈລະຈາຈາກ ​ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ບັນດາ​ຄະນະ​ເຈົ້າ​ໜ້າທີ່​ອາວຸໂສແຮ່​ທາດ ຈາກ​ບັນດາ​ປະເທດ​ສະມາ​ຊິກ​ອາ​ຊຽນ ແລະ ພະນັກງານວິຊາ​ການ​ເຂົ້າ​ຮ່ວມ.

ສະເພາະ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ແຮ່​ທາດ​ອາ​ຊຽນ+3 ຄັ້ງ​ທີ 7 (7th ASOMM+3) ຄັ້ງ​ຜ່ານ​ມາ ​ຢູ່​ທີ່​ແຂວງ​ຊຽມ​ລຽບ ປະເທດ​ກຳປູເຈຍ ໄດ້​ມີ​ການ​ປຶກສາ​ຫາລື ແລະ ຄົ້ນຄວ້າ​ກ່ຽວ​ກັບການ​ຊອກ​ຊ່ອງ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ແຮ່​ທາດ ເຊັ່ນ: ການ​ຊ່ວຍເຫຼືອ​ທາງ​ດ້ານ​ວິຊາ​ການ​ ກ່ຽວ​ກັບການ​ເຝິກອົບຮົມ​ດ້ານ​ການ​ສ້າງແຜນທີ່​ທໍລະນີ ເຄ​ມີ ແຜນທີ່​ທໍລະນີ​ສາດ​ກ່ຽວ​ກັບ​ຫີນ​ຄາດ (Karst) ໂຄງການ​ສ້າງ​ລະບົບ​ຖານ​ຂໍ້​ມູນ ແລະ ຂ່າວສານ​ແຮ່​ທາດ ເຊິ່ງວຽກ​ງານ​ຮ່ວມ​ມື​ສ້າງ​ເວັບ​ໄຊ ຈີ​ໄອ​ເອສ (Web GIS) ເປັນ​ສ່ວນໜຶ່ງ​ຂອງ​ໂຄງການ​ດັ່ງກ່າວ.

ທ່ານ ​ດຣ. ສີ​ມອນ ພິຈິດ ຫົວໜ້າ​ກົມ​ບໍ່​ແຮ່ ຫົວໜ້າ​ຄະນະເຈົ້າ​ໜ້າທີ່​ອາວຸໂສ​ແຮ່​ທາດ​ອາຊຽນ ແຫ່ງ ​ສປປ ລາວ ໄດ້​ແຈ້ງໃຫ້​ຊາບ​ວ່າ: ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ບັນດາ​ຜູ້​ແທນ​ເຈົ້າ​ໜ້າທີ່​ອາວຸ​ໂສ​ແຮ່​ທາດ​ອາ​ຊຽນ+3 ເຊິ່ງຈະ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ ການຈັດ​ຕັ້ງ​ປະຕິບັດ​ດ້ານ​ການ​ຮ່ວມ​ມືແຮ່​ທາດ ກັບ​ບັນດາ​ປະເທດ​ອາຊຽນ​ກັບ​ສາມ​ປະເທດ​ຄູ່​ເຈລະຈາ ກ່ຽວ​ກັບ​ວຽກ​ງານ​ການ​ຈັດ​ອົບຮົມ ແລະ ສຳ​ມະ​ນາ ໂດຍ​ສະເພາະ ​ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອບັນດາ​ປະເທດ​ອາ​ຊຽນໃນ​ຫຼາຍໂຄງການ ລວມ​ທັງ​ການຈັດຕັ້ງປະຕິບັດ​ຜ່ານ​ມາ ແລະ ວຽກ​ງານໃນ​ສະເພາະ​ໜ້າ ເປັນຕົ້ນ​ການ​ຈັດອົບຮົມ​ວຽກ​ງານ​ສ້າງ​ແຜນທີ່​ທໍລະ​ນີ​ສາດ ການ​ກໍ່ສ້າງ​ບຸກ​ຄະລາກອນທາງ​ດ້ານ​ທໍລະນີ​ສາດ ແລະ ແຮ່​ທາດ ສະເພາະ​ປະເທດຍີ່ປຸ່ນ ຈະ​ມີ​ການ​ລາຍ​ງານ​ຜົນຂອງ​ການ​ສ້າງ​ຖານ​ຂໍ້​ມູນ​ແຮ່ທາດ ພ້ອມ​ດຽວ​ກັນ ​ກອງ​ປະຊຸມຄັ້ງ​ນີ້​ ຈະ​ໄດ້​ຮັບ​ຟັງ​ການ​ນຳ​ສະເໜີໂຄງການ​ໃໝ່ໆ ດ້ານ​ການ​ຮ່ວມມື​ແຮ່​ທາດລະຫວ່າງ 10 ປະເທດອາ​ຊຽນ ແລະ 3 ປະເທດ​ຄູ່​ເຈລະຈາ.

ສຳລັບ​ຜົນ​ປະໂຫຍດ​ຂອງ ​ສປປ ລາວ ທີ່​ຈະ​ໄດ້​ຮັບ​ຈາກກອງ​ປະຊຸມ​ໃນ​ຄັ້ງ​ນີ້ ນອກຈາກຈະ​ເຮັດ​ໃຫ້ ​ສປປ ລາວ ມີ​ຄວາມເຂັ້ມແຂງ​ທາງ​ດ້ານ​ການເມືອງ ເສດຖະກິດ-ສັງຄົມ ໃນ​ການ​ເຂົ້າຮ່ວມ​ເປັນ​ສະມາຊິກ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ພ້ອມ​ທັງ​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ວິຊາ​ການ​ຂອງ​ລາວ​ໃຫ້​ເຂັ້ມແຂງ ໂດຍ​ສະເພາະ ທາງ​ດ້ານ​ທໍລະ​ນີ​ສາດ ທາງ​ດ້ານ​ການ​ຄຸ້ມຄອງ​ການ​ລົງທຶນ​ດ້ານ​ບໍ່​ແຮ່ ຊ່ວຍເຮັດ​ໃຫ້​ພະນັກງານ​ມີ​ຄວາມ​ເຂັ້ມແຂງ ດ້ານ​ການ​ຄຸ້ມ​ຄອງ​ພະລັງງານ-ບໍ່​ແຮ່ ໄປ​ຕາມ​ທິດ​ຍືນ​ຍົງ ເຮັດ​ໃຫ້ການ​ນຳ​ໃຊ້​ຊັບ​ພະຍາກອນ​ແຮ່​ທາດ​ມີ​ຜົນ​ປະໂຫຍດ​ສູງສຸດ ໃນ​ການ​ນຳ​ເອົາ​ບົດຮຽນ​ປະສົບ​ການ​ຈາກ​ບັນດາ​ປະເທດ​ອາຊຽນ ຈາກ 3 ປະເທດ ຄູ່​ເຈລະຈາ ທີ່​ຈະ​ເປັນ​ບົດຮຽນ​ອັນ​ດີ​ແກ່ ​ສປປ ລາວ ແລະ ບັນດາ​ປະເທດສະມາຊິກ​ອາ​ຊຽນ.

 

ແຫລ່ງຂ່າວ:

ວຈໝ