Homeຂ່າວເຫດການກະຊວງການຕ່າງປະເທດ ປັບປຸງລະບົບການຈັດຕັ້ງ

ກະຊວງການຕ່າງປະເທດ ປັບປຸງລະບົບການຈັດຕັ້ງ

Published on

thongloun

ຂປລ. ໃນວັນທີ 28 ສິງຫາ 2015 ນີ້, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີ ມອບ-​ຮັບໜ້າທີ່ລະຫວ່າງ ທ່ານ ທອງລຸນ ສີສຸລິດ, ​ເລຂາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຜູ້ເກົ່າແລະ ທ່ານ ສະເຫລີໄຊ ກົມມະສິດ, ຜູ້​ວ່າການເລຂາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຜູໃໝ່, ​ປະກາດແຕ່ງຕັ້ງ​ ທ່ານ ​ແສງ​​ເພັດ ຮຸ່ງບຸນຍວງເປັນຮອງເລຂາຄະນະ ບໍລິຫານງານພັກກະຊວງ. ພ້ອມດຽວກັນນັ້ນ ກໍໄດ້ປະກາດແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດຄົນໃໝ່ ອີກ 3 ທ່ານ ຄື: ທ່ານແສງເພັດ ຮຸ່ງບຸນຍວງ ອະດີດ ຫົວໜ້າກົມຈັດຕັ້ງ-​ພະນັກງານ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ອະດີດຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກແລະ ທ່ານນາງ ຄຳເພົາເອິນທະວັນ ອະດີດຫົວໜ້າຫ້ອງການ ກະຊວງການຕ່າງປະເທດ.

​ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ກຳມະການ ກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ  ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ, ໄດ້​​ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ສະຫາຍ ສະເຫລີ​ໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ທີ່ໄດ້ຮັບແຕ່ງຕັ້ງເປັນຜູ້ວ່າການ ເລຂາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຈາກກົມການເມືອງສູນກາງພັກແລະ ບັນດາສະຫາຍທີ່ໄດ້ຮັບການ​​ແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ເປັນ ລັດຖະມົນຕີຊ່ວຍວ່າການ​ ​ໃນຄັ້ງນີ້. ພ້ອມ​ທັງຊີ້ນຳໃຫ້ຜູ້ວ່າການ ເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະພັກ, ບັນດາສະຫາຍລັດຖະມົນຕີຊ່ວຍວ່າການຄົນ​​ໃໝ່ ​ໃຫ້​ສືບຕໍ່ເອົາໃຈ​​ໃສ່ ຊີ້ນຳ-​ນຳພາ ດ້ານການເມືອງແນວຄິດ​ ​ໃຫ້ແກ່ພະນັກງານ, ວຽກງານວິຊາສະເພາະແລະວຽກງານຄົ້ນຄວ້າ ໃນການເປັນເສນາທິການໃຫ້ຂັ້ນ​​ເທິງເພື່ອສືບຕໍ່ນຳເອົານະໂຍບາຍ ການຕ່າງປະເທດ ຂອງພັກ​-ລັດ ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ, ​ໂດຍ​ສະ​ເພາະ​ແມ່ນ​ ການປະຕິບັດບັນດາ​ ມະຕິ​ຂອງ​ກອງ​ປະຊຸມ​ວຽກ​ງານ​ ການ​ຕ່າງປະ​ເທດ​ ຄັ້ງ​ທີ 12 ​ແລະ ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 3 ຂອງ​ອົງຄະ​ນະ​ພັກ​ ກະຊວງ​ການ​ຕ່າງປະ​ເທດ ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ ​ແລະ ການ​ເຊື່ອມ​​ໂຍງ​ເຂົ້າ​ໃນ​ພາກ​ພື້ນ ​ແລະ ສາກົນ ຂອງ​ປະ​ເທດ​ເຮົາ​ໃນ​ໄລຍະ​ໃໝ່ ​ໃຫ້​​ເຕັມ​ໄປ​ດ້ວຍ​ຜົນສຳ​ເລັດ ​ອັນ​ສູ​ງ​ເດັ່ນ​ກວ່າ​ເກົ່າ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...