ຮ້ອງກັນເຂົ້າໄປ ຮ້ອງອີກ ຮ້ອງແຮງໆ ແຕ່ກໍຍັງລົມກັນບໍ່ຮູ້ເລື່ອງເຖິງແມ່ນວ່າຕົ້ນສຽງຈະຄ່ອຍໆຫລືສະພາບແວດລ້ອມຈະອຶກທຶກຄຶກໂຄມແຕ່ເປັນເພາະປາຍທາງ“ຫູຕຶງ”
ສຳລັບມື້ນີ້ມາເຮັດຄວາມຮູ້ຈັກກັບພະຍາດຫູຕຶງຊຶ່ງເມື່ອຄົນເຮົາແກ່ໂຕການໄດ້ຍິນອາດ ຫລຸດຫນ້ອຍລົງແຕ່ຖ້າອາຍຸຍັງນ້ອຍແລ້ວເປັນຫຍັງຍັງບໍ່ຄ່ອຍຈະໄດ້ຍິນອີກເອົາເປັນວ່າ ເລື່ອງນີ້ຕ້ອງຂະຫຍາຍເພີ່ມ
ຫູຕຶງ
ເມື່ອສຽງຈາກພາຍນອກຜ່ານຮູຫູເຂົ້າມາຄື້ນສຽງຈະເຮັດໃຫ້ແກ້ວຫູສັ່ນຈັງຫວະການສັ່ນຂອງແກ້ວຫູຈະຖືກສົ່ງຜ່ານຈາກຫູຊັ້ນກາງເຂົ້າສູ່ຫູຊັ້ນໃນພາຍໃນບໍລິເວນຫູຊັ້ນໃນຈະມີເຊລຂົນ (Hair cell) ປະມານ 30, 000 ເຊລ ເຮັດຫນ້າທີ່ປ່ຽນພະລັງງານສຽງເປັນສັນຍານໄຟຟ້າແລ້ວສົ່ງຕໍ່ໄປຫາສະຫມອງເພື່ອແປຄວາມຫມາຍຂອງສັນຍານະທີ່ໄດ້ຮັບ
ການສູນເສຍການໄດ້ຍິນເນື່ອງຈາກປະສາດຫູເສື່ອມນັ້ນຄື້ນສຽງສາມາດເດີນທາງໄປເຖິງຫູຊັ້ນໃນໄດ້ແຕ່ເຊລຂົນໃນຫູຕາຍໄປແລ້ວດັ່ງນັ້ນສັນຍານຕ່າງໆຈຶ່ງບໍ່ສາມາດເດີນທາງໄປສູ່ສະຫມອງໄດ້ຊຶ່ງນີ້ເປັນໜຶ່ງໃນສາເຫດຂອງອາການຫູຕຶງ
ຫູຕຶງໝາຍເຖິງຄວາມສາມາດໃນການຮັບຟັງສຽງຫລຸດລົງຈະຕຶງຫລາຍຕຶງນ້ອຍຂຶ້ນຢູ່ກັບສາເຫດໂດຍຄົນປົກກະຕິຈະມີລະດັບການໄດ້ຍິນທີ່25ເດຊິເບລຫລືນ້ອຍກວ່າຂະນະທີ່ຄົນ ຫູຕຶງລະດັບການໄດ້ຍິນຈະມີຄ່າສູງກວ່ານັ້ນ
ສຳລັບສາເຫດກໍ່ເກີດຂຶ້ນໄດ້ຈາກຫລາຍປັດໄຈສ່ວນໃຫຍ່ເນື່ອງມາຈາກບັນຫາທີ່ຫູຊັ້ນນອກຫລືຫູຊັ້ນກາງເຊັ່ນ:ເກີດຈາກເປັນພະຍາດຫູນ້ຳໜວກ,ຫູຊັ້ນກາງອັກເສບ,ຂີ້ຫູອຸດຕັນ ກະດູກພາຍໃນຫູຄືກະດູກຄ້ອນ,ທັ່ງ,ໂກນ,ມີຫີນປູນມາເກາະຫລືແຍກຫລຸດອອກຈາກກັນ ທີ່ຍູດເຕຊ່ຽນຊຶ່ງເປັນທໍ່ທີ່ເຮັດຫນ້າທີ່ປັບຄວາມດັນໃນຫູຊັ້ນກາງເກີດການອຸດຕັນແລະແກ້ວຫູທະລຸເປັນຕົ້ນຊຶ່ງບັນຫາເຫລົ່ານີ້ສາມາດໃຫ້ຢາຫລືຜ່າຕັດປິ່ນປົວໄດ້
ອາການຫູຕຶງ
ອາການຫູຕຶງອາດເກີດຂຶ້ນໄດ້ຈາກບັນຫາທີ່ຫູຊັ້ນໃນຄືບ່ອນປະສາດຫູເຊັ່ນການຕິດເຊື້ອ ພະຍາດນ້ຳໃນຫູບໍ່ເທົ່າກັນຊຶ່ງອາດມີອາການອື່ນຮ່ວມນໍາເຊັ່ນ:ວິນຫົວເຮືອນໝຸນ,ມຶນງົງ ຫລືມີສຽງດັ່ງໃນຫູ,ອາການຫູຕຶງໃນລັກສະນະນີ້ບາງຊະນິດສາມາດປິ່ນປົວໄດ້ໂດຍການກິນຢາບາງຊະນິດປິ່ນປົວໄດ້ໂດຍການຜ່າຕັດ
ອາການຫູຕຶງອາດເກີດແບບຄ່ອຍເປັນຄ່ອຍໄປເທື່ອລະນ້ອຍສ່ວນໃຫຍ່ເກີດຈາກການເຮັດວຽກງານໃນທີມີສຽງດັງຢູ່ຕະຫລອດເວລາຫລືສຳຜັດກັບສຽງທີ່ດັງເກີນມາດຕະຖານຄວາມປອດໄພ85ເດຊິເບລຢ່າງຕໍ່ເນື່ອງນອກຈາກນີ້ຜູ້ສູງອາຍຸກໍມັກຈະມີອາການຫູຕຶງ ແບບຄ່ອຍເປັນຄ່ອຍໄປເຊັ່ນກັນໂດຍເກີດຈາກປະສາດຫູເສື່ອມຫູຕຶງຈາກສາເຫດລັກສະນະນີ້ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ແຕ່ສາມາດໃຊ້ອຸປະກອນຊ່ວຍຟັງໄດ້ໂດຍທົ່ວໄປ
ສຳລັບບັນຫາການໄດ້ຍິນໃນເດັກຈະມີລະດັບຄວາມຮຸນແຮງກວ່າໃນຜູ້ໃຫຍ່ສາເຫດຂອງ ຫູຕຶງໃນເດັກສ່ວນຫລາຍເກີດຈາກແມ່ຕິດເຊື້ອຫັດເຍອົນມັນຂະນະຖືພາເດັກນ້ອຍແຮກເກີດມີນ້ຳໜັກນ້ອຍກວ່າ1, 500 ກຣາມເດັກນ້ອຍມີອາການໂຕເຫລືອງຕ້ອງເຂົ້າຕູ້ອົບ ຂາດອອກຊິເຈນຊົ່ວຄາວຂະນະເກີດຫລືເກີດຈາກກຳມະພັນທີ່ມີຍາດພີ່ນ້ອງຫູຕຶງຫລືຫູຫນວກ
ເດັກທີ່ຫູຕຶງມາແຕ່ກຳເນີດສ່ວນຫລາຍຈະສູນເສຍການໄດ້ຍິນໃນລະດັບຮຸນແຮງຄືຕ້ອງໃຊ້ສຽງດັ່ງຫລາຍຫລືຮ້ອງຈຶ່ງຈະໄດ້ຍິນແຕ່ເຖິງຈະໄດ້ຍິນກໍຈະໄດ້ຍິນບໍ່ແຈ້ງເນື່ອງຈາກຈຸລັງປະສາດທີ່ເຮັດຫນ້າທີ່ແຍກສຽງບົກຜ່ອງເດັກທີ່ຫູຕຶງຈະເວົ້າບໍ່ແຈ້ງເພາະຈະເວົ້າຕາມສຽງທີ່ໄດ້ຍິນແລະຈະເວົ້າໄດ້ນ້ອຍຫລືມີພັດທະນາການທາງພາສາຊ້າກວ່າເດັກໄວດຽວກັນເດັກຕ້ອງຮຽນຮູ້ການອ່ານປາກປະກອບກັບສຽງທີ່ໄດ້ຍິນຫລືອາດຕ້ອງໃຊ້ທ່າທາງປະກອບເພື່ອຄວາມເຂົ້າໃຈເດັກຫູຕຶງມັກຈະດື້ເນື່ອງຈາກມີບັນຫາໃນການສື່ສານພໍ່ແມ່ຈຶ່ງຄວນສັງເກດການຮັບຟັງຂອງເດັກຕັ້ງແຕ່ເກີດຖ້າສົງໄສວ່າລູກມີບັນຫາກ່ຽວກັບການໄດ້ຍິນຄວນຮີບປຶກສາແພດທັນທີແຕ່ປະຈຸບັນນີ້ກໍມີການກວດການໄດ້ຍິນໃນເດັກນ້ອຍແລະສາມາດໃສ່ເຄື່ອງຊ່ວຍຟັງໄດ້ຕັ້ງແຕ່ເກີດການກະຕຸ້ນການໄດ້ຍິນຕັ້ງແຕ່ນ້ອຍນັ້ນຈະເຮັດໃຫ້ເດັກມີພັດທະນາການທາງພາສາທີ່ໃກ້ຄຽງກັບໄວ
ນອກຈາກນີ້ຄວນໃຫ້ເດັກເຂົ້າຮັບການຝຶກເວົ້າໂດຍນັກແກ້ໄຂການເວົ້າການຝຶກຢ່າງສະມ່ຳສະເໝີຈະເຮັດໃຫ້ເດັກສາມາດເວົ້າໄດ້ການທີ່ພໍ່ແມ່ຝຶກເວົ້າໃຫ້ເດັກດ້ວຍຕົນເອງອາດໄດ້ຜົນບໍ່ດີເທົ່າໃດເນື່ອງຈາກການຝຶກເວົ້ານັ້ນມີເຕັກນິກແລະຂັ້ນຕອນຕ່າງໆໂດຍສະ ເພາະ
ສ່ວນການໃສ່ເຄື່ອງຊ່ວຍຟັງໃນເດັກໂດຍຜູ້ບໍ່ຊຳນານຫລືຫາຊື້ມາໃສ່ເອງຕາມຄຳໂຄສະນາເດັກອາດໄດ້ເຄື່ອງຊ່ວຍຟັງທີ່ບໍ່ເໝາະສົມເຊັ່ນ:ເຄື່ອງຊ່ວຍຟັງທີ່ເບົາເກີນໄປ ເດັກຈະບໍ່ຍອມໃຊ້ເຄື່ອງເພາະບໍ່ໄດ້ປະໂຫຍດຈາກການຟັງຫລືເຄື່ອງຊ່ວຍຟັງທີ່ດັງເກີນໄປເດັກກໍຈະບໍ່ຍອມໃຊ້ເຊັ່ນກັນເນື່ອງຈາກຟັງແລ້ວບໍ່ສະບາຍຫູຫລືປວດຫູແລະທີ່ສຳຄັນຈະຍິ່ງເຮັດໃຫ້ສູນເສຍການໄດ້ຍິນຫລາຍຂຶ້ນໄປອີກ
ການໃຊ້ເຄື່ອງຊ່ວຍຟັງໃນຜູ້ໃຫຍ່ກໍເຊັ່ນກັນຄວນພາຜູ້ປ່ວຍໄປກວດວັດລະດັບການໄດ້ຍິນກ່ອນວ່າຫູຕຶງຫລາຍຫນ້ອຍພຽງໃດແລະຈະໄດ້ປະໂຫຍດຈາກການໃຊ້ເຄື່ອງຊ່ວຍຟັງຫລືບໍ່ເຖິງວ່າປະຈຸບັນຈະມີເຄື່ອງຊ່ວຍຟັງຫລາຍແບບຕັ້ງແຕ່ຂະໜາດນ້ອຍທີ່ເຊື່ອງໃນຮູຫູໄດ້ແບບແນບນຽນແບບມີໂປແກມແຍກຫລາຍຊ່ອງການເຮັດວຽກງານຊຶ່ງຈະຊ່ວຍແກ້ບັນຫາການຮັບຟັງສຽງໄດ້ດີກວ່າເຄື່ອງໃນລຸ້ນກ່ອນໆຫລາຍຢ່າງໃດກໍຕາມບໍ່ຄວນຟ້າວຕັດສິນໃຈຊື້ຕາມຄຳໂຄສະນາ
ຫູຕຶງໃນຕອນເຖົ້າ
ເມື່ອຄົນເຮົາອາຍຸຫລາຍຂຶ້ນທຸກຢ່າງໃນຮ່າງກາຍຈະຢ່ອນຍານລົງຍົກເວັ້ນຫູເທົ່ານັ້ນທີ່ຕຶງຂຶ້ນບັນຫາຫູຕຶງໃນຜູ້ສູງອາຍຸມັກຈະຄ່ອຍໆເກີດຂຶ້ນໂດຍໂຕຜູ້ສູງອາຍຸເອງມັກຈະບໍ່ຮູ້ວ່າຕົວເອງຫູຕຶງແຕ່ຄົນຮອບຂ້າງຈະຮູ້ໄດ້ເປັນຢ່າງດີເພາະໃນການສົນທະນາຕ້ອງໃຊ້ສຽງດັງຂຶ້ນເປີດໂທລະພາບດັງຂຶ້ນໃນບາງຄົນອາດຈະມີບັນຫາສຽງລົບກວນໃນຫູຊຶ່ງກໍ່ໃຫ້ເກີດຄວາມລຳຄານຈົນຕ້ອງເຂົ້າພົບໝໍ
ສາເຫດຂອງບັນຫາຫູຕຶງໃນຜູ້ສູງອາຍຸມີຢູ່ຫລວງຫລາຍໂດຍສາເຫດນ້ອຍໆມັກເກີດຈາກຄວາມເສື່ອມຂອງລະບົບປະສາດການໄດ້ຍິນໂດຍມັກຈະເລີ່ມເສື່ອມຈາກຄວາມຖີ່ສູງກ່ອນແລ້ວຄ່ອຍໆເປັນຫລາຍຂຶ້ນປັດໄຈທີ່ສົ່ງເສີມການເກີດຫູຕຶງໃນຜູ້ສູງອາຍຸໄດ້ແກ່ ພະຍາດປະຈຳຕົວຊຳເຮື້ອເຊັ່ນ:ເບົາຫວານ,ຄວາມດັນເລືອດສູງ,ພະຍາດຫົວໃຈແລະຫລອດເລືອດລວມທັງພະຍາດທາງຫມາກໄຂ່ຫລັງທີ່ຕ້ອງໃຊ້ຢາຊຳເຮື້ອເຫລົ່ານີ້ເປັນບັນຫາທີ່ເຮັດໃຫ້ຜູ້ສູງອາຍຸມີໂອກາດທີ່ຈະເກີດບັນຫາຫູຕຶງໄດ້ທັງໝົດ
ບັນຫາທີ່ຕາມມາ
ຄຸນນະພາບຊີວິດຂອງຜູ້ສູງອາຍຸຮ້າຍກວ່າເກົ່າມີບັນຫາໃນການຕິດຕໍ່ສື່ສານກັບບຸກຄົນອື່ນໆອ້ອມຮອບໂຕອາດຈະເກີດຄວາມລຳຄານກັບບຸກຄົນຮອບໂຕໄດ້
ອາດເກີດອັນຕະລາຍຈາກການທີ່ບໍ່ໄດ້ຍິນສຽງເຕືອນຕ່າງໆເຊັ່ນ:ເຄື່ອງຕົກໃສ່,ອຸບັດເຫດ
ອາດຈະເກີດບັນຫາຊຶມເສົ້າໃນຜູ້ສູງອາຍຸໄດ້
ການເບິ່ງແຍງຮັກສາ
ຄວນກວດສະມັດຖະພາບການໄດ້ຍິນເປັນປະຈຳທຸກປີເມື່ອອາຍຸກາຍ 60 ປີ
ຄວບຄຸມເບິ່ງແຍງພະຍາດປະຈຳຕົວຕ່າງໆຢ່າງໃກ້ຊິດເພື່ອປ້ອງກັນບັນຫາແຊກຊ້ອນທີ່ອາດເຮັດໃຫ້ຫູຕຶງໄດ້ຖ້າພົບວ່າປະສາດຫູເສື່ອມເຖິງລະດັບປານກາງການໃຊ້ເຄື່ອງຊ່ວຍຟັງກໍເປັນວິທີທີ່ຈະເຮັດໃຫ້ຄຸນນະພາບຊີວິດຂອງຜູ້ສູງອາຍຸດີຂຶ້ນ