spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບັນຫາການພະນັນໃນສັງຄົມລາວ ຍັງມີຢ່າງແຜ່ຫລາຍ ພາກລັດ ແລະ ສັງຄົມຍັງຖືເບົາ!

ບັນຫາການພະນັນໃນສັງຄົມລາວ ຍັງມີຢ່າງແຜ່ຫລາຍ ພາກລັດ ແລະ ສັງຄົມຍັງຖືເບົາ!

Published on

gambling-in-laos

ປັດຈຸບັນຊັ້ນຄົນຕ່າງໆບໍ່ວ່າຈະຢູ່ຕາມກຸ່ມບ້ານ ແລະ ສະຖານທີ່ບໍລິການອື່ນໆໄດ້ມີການລັກລອບເປີດໂຕະການພະນັນ(ໂຕະຮັບລົງບານ) ຢ່າງແຜ່ຫຼາຍ, ໂດຍບໍ່ຢ້ານ ກົວຕໍ່ເຈົ້າໜ້າທີ່ ແລະ ເປັນການລະ ເມີດຕໍ່ກັບລະບຽບກົດໝາຍບ້ານເມືອງ. ຖ້າຫາກຍັງຖືກປ່ອຍປະລະເລີຍບໍ່ມີມາດຕະການແກ້ໄຂບັນຫາດັ່ງກ່າວຈະກາຍເປັນໜໍ່ແໜງໜຶ່ງ ໃນຂະ ບວນການກໍ່ໃຫ້ເກີດປະກົດ ການການຫຍໍ້ທໍ້ໃນສັງຄົມເຮົາປັດຈຸບັນບັນຫາທີ່ມັກພົບເຫັນໃນແຕ່ລະ ວັນແມ່ນການການ ຫລິ້ນຫວຍ ເຖື່ອນບໍ່ວ່າຈະເປັນຫວຍພາຍໃນ ແລະ ຕ່າງປະເທດ, ລົງບານ, ຫຼິ້ນ ໄພ້, ຕີໄກ່, ສະນຸກເກີ້, ຫລິ້ນເກມ ແລະ ອື່ນໆ ປາກົດມີຫລາຍ ແລະ ເກີດຂຶ້ນເກືອບທຸກບ້ານ ແລະ ຕາມ ຕະຫລາດຕ່າງໆ, ໂດຍສ່ວນໃຫຍ່ ແມ່ນຜູ້ຫວ່າງງານ, ກຸ່ມຂັບລົດ ຕຸກໆຈຳໂບ້ຕະຫຼອດຮອດຊາວຄ້າຂາຍຈຳນວນໜຶ່ງໂດຍເຂົາເຈົ້າ ເຫລົ່ານີ້ ຈະຖືເອົາການຫລິ້ນການ ພະນັນເປັນອາຊີບກໍວ່າໄດ້ຕົວຢ່າງ: ຢູ່ຕາມຕະຫລາດຕ່າງໆນັບແຕ່ເຊົ້າຈົນຮອດແລງຈະເຫັນກຸ່ມຄົນເຫລົ່ານີ້ນັ່ງຈຸ້ມກັນຕັ້ງວົງຫລິ້ນໄພ້ຢູ່ຈຸດໃດໜຶ່ງທີ່ລັບຕາຄົນ, ໂດຍໃຊ້ຮູບການຫລັງເປັນແມ່ຄ້າທາງໜ້າຫລິ້ນ ການພະນັນໂດຍບໍ່ເອົາຫົວຊາກັບ ລະບຽບກົດໝາຍແຕ່ຢ່າງໃດ, ເຊັ່ນດຽວກັບຢູ່ຕາມຄຸ້ມບ້ານຕ່າງໆພໍຕື່ນເຊົ້າມາຜູ້ບໍ່ມີວຽກເຮັດງານທຳກໍໄດ້ຊັກຊວນອວນເອີ້ນກັນຕັ້ງວົງຫລິ້ນໄພ້,ສະນຸກເກີ້, ໝາກກຸ້ງໄກ່, ຕີໄກ່, ລົງຕີມວຍ, ລົງເຕະບານ ແລະ ອື່ນໆທີ່ເປັນການພະນັກ, ບາງ ບ່ອນມີທັງເດັກນ້ອຍເຂົ້າມາມີສ່ວນຮ່ວມໃນຮ້ານສະນຸກເກີ້, ຮ້ານເກມ, ໂດຍເຈົ້າຂອງຮ້ານກໍປ່ອຍປະບໍ່ເອົາຫົວຊາຕໍ່ລະບຽບກົດໝາຍ ແລະ ໄລ ຍະນີ້ຍິ່ງໃກ້ຈະເປີດສົກຮຽນໃໝ່ຍິ່ງ ເປັນໂອກາດໃຫ້ກຸ່ມຄົນບໍ່ດີດັ່ງກ່າວຕົວະຍົວະ, ເບື່ອເມົານັກຮຽນນັກສຶກສາຫາລາຍໄດ້ເຂົ້າຕົນເອງ ແລະ ຮ້າຍແຮງໄປກວ່ານັ້ນໃນປັດ ຈຸບັນນີ້ພໍຮອດມື້ອອກຫວຍກໍຈະ ເຫັນແມ່ເລກທັງຫລາຍໄດ້ແຂ່ງຂັນກັນຊອກຂາຍເລກຂາຍເບີໄປແຕ່ ລະກຸ່ມບ້ານບາງຄັ້ງຢູ່ຕາມສຳນັກ ງານອົງການກໍປະກົດມີຢູ່ເລື່ອຍໆ, ໂດຍບໍ່ມີການທັກທ້ວງຕັກເຕືອນ ກັນແຕ່ປະການໃດ ແລະ ສັງເກດ ເຫັນວ່າບັນຫາດັ່ງກ່າວນັບມື້ຍິ່ງແຜ່ຫຼາຍ ແລະ ຖ້າຫາກພາກສ່ວນ ກ່ຽວຂ້ອງຍັງຖືເບົາ ແລະ ຂາດ ການເອົາໃຈໃສ່ໃນການແກ້ໄຂຈະພາໃຫ້ສະພາບຫຍໍ້ທໍ້ຢູ່ໃນທົ່ວສັງຄົມຍິ່ງແຜ່ຫລາຍເຮັດໃຫ້ບ້ານເມືອງຂາດຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບດັ່ງທີ່ ເປັນຢູ່ໃນປັດຈຸບັນມີການປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ຂ້າເຈົ້າເອົາຂອງຕ່າງໆກີດຂຶ້ນເລື້ອຍໆ, ເຮັດໃຫ້ເສຍພາບພົບໜ້າຕາຂອງປະເທດ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...