spot_img
Homeຂ່າວພາຍ​ໃນຄະນະກອງບັນຊາການທະຫານແຂວງອຸດົມໄຊ ຕ້ອນຮັບຄະນະຜູ້ແທນທະຫານເຂດ 2 ຫວຽດນາມມາຢ້ຽມຢາມ

ຄະນະກອງບັນຊາການທະຫານແຂວງອຸດົມໄຊ ຕ້ອນຮັບຄະນະຜູ້ແທນທະຫານເຂດ 2 ຫວຽດນາມມາຢ້ຽມຢາມ

Published on

wed11sep2

ຄະນະພັກ-ຄະນະກອງ ບັນຊາການທະຫານແຂວງອຸ ດົມໄຊ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນກອງບັນຊາການທະຫານເຂດ 2 ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ເຊິ່ງນໍາ ໂດຍ  ສະຫາຍ ພົນຈັດຕະວາ ໂງວັນຮຸ່ງ ຮອງຫົວໜ້າກອງ ບັນຊາການທະຫານເຂດ II ໃນວັນທີ   8 ກັນຍາ 2013 ນີ້ໃຫ້ກຽດຕອ້ນຮັບໂດຍສະ ຫາຍພັນເອກ ສົມພັນ ແສງ ຫຼ້າ ຮອງເລຂາຄະນະພັກຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງອຸດົມໄຊ, ພ້ອມດ້ວຍຄະນະ.
ໂອກາດນີ້ ສະຫາຍພັນ ເອກ ສົມພັນ ແສງຫຼ້າ ໄດ້ ກ່າວ ສະແດງຄວາມຊົມເຊີຍ ໃນການມາຢຽ້ມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ກອງບັນຊາການທະຫານເຂດ 2 ໃນຄັ້ງນີ້ ພ້ອມ ທັງໄດ້ຕີລາ ຄາສູງຕໍ່ສາຍພົວພັນທີ່ເປັນ ມູນເຊື້ອຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບ ດ້ານຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ເຄີຍມີມາແຕ່ ດົນນານແລ້ວນັ້ນຍິ່ງໄດ້ຮັບ ການເພີ່ມພູນຄູນສ້າງໃຫ້ນັບ ມື້ແຕກດອກອອກຜົນ ແລະ ເຂົ້າສູ່ລວງເລີກຍິ່ງໆຂື້ນ.
ໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ໂງວັນຮຸ່ງ ຮອງ ຫົວໜ້າກອງບັນຊາການທະ ຫານເຂດ II ກໍ່ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນສະ ໜິດສະໜົມເຕັມໄປດ້ວຍໄມ ຕີຈິດມິດຕະພາບຂອງຄະນະ ພັກ-ຄະນະກອງບັນຊາການ ທະຫານແຂວງອຸດົມໄຊ ຈາກນັ້ນທັງສອງຝ່າຍກໍ່ໄດ້ ແລກປ່ຽນສະພາບລວມໂດຍ ຫຍໍ້ເຊິ່ງກັນ ແລະ ກັນເປັນ ຕົ້ນແມ່ນຂົງເຂດວຽກງານ ເຮັດໃຫ້ສະພາບມີຄວາມສະ ຫງົບ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງສອງ ປະເທດ, ພັດທະນາກົມກອງ ເວົ້າລວມ ເວົ້າສະເພາະແມ່ນ ກອງບັນຊາການທະຫານ ແຂວງອຸດົມໄຊ ກັບກອງບັນ ຊາການທະຫານເຂດ II ແຫ່ງ ສສ ຫວຽດນາມ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...