spot_img
Homeຂ່າວຕ່າງປະເທດກອງທັບຕວກກີ ຈະເຂົ້າຮ່ວມກັບສະຫະລັດ ບຸກໂຈມຕີທາງອາກາດໃສ່ກຸ່ມໄອເອັສ ໃນໄວໆນີ້!

ກອງທັບຕວກກີ ຈະເຂົ້າຮ່ວມກັບສະຫະລັດ ບຸກໂຈມຕີທາງອາກາດໃສ່ກຸ່ມໄອເອັສ ໃນໄວໆນີ້!

Published on

(ພາບປະກອບ)
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍໃນມື້ວານນີ້ (25 ສິງຫາ) ວ່າ ກອງທັບຕວກກີ ກຽມພ້ອມແລ້ວທີ່ຈະເຂົ້າຮ່ວມໃນປະຕິບັດການໂຈມຕີທາງອາກາດ ເພື່ອຖະຫລົ່ມກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍສະຫະລັດອາເມຣິກາ ແລະ ຕວກກີ ໄດ້ບັນລຸລາຍລະອຽດຂັ້ນສຸດທ້າຍຮ່ວມກັນ ສຳລັບການລວມເອົາກອງທັບຕວກກີ ເຂົ້າໄປເປັນສ່ວນໜຶ່ງໃນປະຕິບັດການພັນທະມິດຕໍ່ຕ້ານກຸ່ມໄອເອັສ ຊຶ່ງຄາດວ່າອາດມີການເຂົ້າສະໜາມຮົບຮ່ວມກັນ ໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້.

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...