Homeຂ່າວຕ່າງປະເທດເຈົ້າໜ້າທີ່ຢຸດຕິການຄົ້ນຫາ ຊາກເຮືອບິນ MH370 ຢູ່ເກາະຣີອູນີຢົງແລ້ວ

ເຈົ້າໜ້າທີ່ຢຸດຕິການຄົ້ນຫາ ຊາກເຮືອບິນ MH370 ຢູ່ເກາະຣີອູນີຢົງແລ້ວ

Published on

558000009660501

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ສິງຫານີ້ວ່າ ເຈົ້າໜ້າທີ່ທີມຄົ້ນຫາຊາກເຮືອບິນ MH370 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ຢູ່ເກາະຣີອູນິຢົງ ໄດ້ຍົກເລີກພາລະກິດຄົ້ນຫາແລ້ວ ຫລັງຈາກທີ່ບໍ່ພົບຊິ້ນສ່ວນອື່ນໆເພີ່ມຕື່ມມາໄດ້ຫລາຍມື້ ໃນຂະນະທີ່ 10 ມື້ກ່ອນໜ້ານີ້ ທ່ານ ຫລຽວຕຽງໄຫລ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງມາເລເຊຍ ໄດ້ອອກມາຖະແຫລງວ່າ ຄະນະສືບສວນເທິງເກາະຣີອູນີຢົງ ໄດ້ລວມລວມເສດຊາກເຮືອບິນທີ່ເກັບໄດ້ ໃນນັ້ນແມ່ນລວມມີບານປ່ອງຢ້ຽມຢູ່ນຳ ແຕ່ກໍຍັງບໍ່ທັນສາມາດຢືນຢັນວ່າ ແມ່ນຂອງ MH370 ແທ້ ຫລື ບໍ່ ຍັງຈະຕ້ອງລໍຖ້າການພິສູດຈາກຊ່ຽວຊານອີກເທື່ອໜຶ່ງ.

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...