ພະຍາດຕາເລ່ວສຳລັບຄົນທົ່ວໄປອາດຄິດວ່າເປັນພະຍາດທີ່ປິ່ນປົວຍາກແຕ່ສຳລັບໝໍແລ້ວມີທາງເລືອກໃນການປິ່ນປົວຜູ້ປ່ວຍຕາເລ່ວຢູ່ຫລາຍວິທີພະຍາດຕາເລ່ວເປັນພາວະທີ່ຕາສອງເບື້ອງບໍ່ຢູ່ໃນແນວແກນດຽວກັນເປັນຜົນໃຫ້ບໍ່ສາມາດເບິ່ງວັດຖຸດຽວກັນພ້ອມກັນດ້ວຍຕາທັງສອງຂ້າງໂດຍທົ່ວໄປຜູ້ປ່ວຍຈະໃຊ້ຕາເບື້ອງທີ່ປົກກະຕິເບິ່ງວັດຖຸສ່ວນຕາເບື້ອງທີ່ອາດເຫລືອກເຂົ້າທາງໃນຫລືເຫລືອກອອກທາງນອກຫລືຂຶ້ນເທິງລົງລຸມທັງນີ້ຂຶ້ນກັບວ່າເປັນຕາເລ່ວປະເພດໃດ
ຜູ້ປ່ວຍບາງຄົນອາດມີຕາເລ່ວສະຫລັບໝາຍເຖິງໃນບາງເວລາຜູ້ປ່ວຍຈະໃຊ້ຕາເບິ່ງວັດຖຸສ່ວນຕາຊ້າຍຈະອຽງຫລືກັບກັນແລະໃນບາງຄົນອາດຕາເລ່ວຕະຫລອດເວລາ (constant)ຫລື(intermittent)ກໍມີ ເມື່ອເລີ່ມເປັນພະຍາດນີ້ສຳລັບເດັກນ້ອຍອາດສະແດງອາການສີຕາຕະຫລອດໂດຍສະເພາະເວລາຢູ່ໃນທີ່ມີແສງກ້າການສີຕາເບື້ອງໜຶ່ງຊ່ວຍໃຫ້ການເບິ່ງເຫັນພາບເຊື່ອງຫາຍໄປຜູ້ປ່ວຍພະຍາດຕາເລ່ວບາງປະເພດອາດມີອາການເຈັບຫົວເວລາໃຊ້ສາຍຕາເບິ່ງໃກ້ເປັນເວລາດົນເນື່ອງຈາກມີການຈັງກ້າມຊີ້ນໜ່ວຍຕາເພື່ອແກ້ໄຂພາວະຕາເລ່ວຈາກການສຶກສາພົບວ່າປະມານຮ້ອຍລະ5ຂອງເດັກນ້ອຍທັງໝົດຈະກວດພົບພະຍາດຕາເລ່ວຊຶ່ງອາດເປັນນ້ອຍຫລືຫລາຍແລະເປັນປະເພດຕ່າງໆກັນໄປໃນໄລຍະທຳອິດເດັກນ້ອຍອາດເບິ່ງເຫັນພາບຊ້ອນກັນເນື່ອງຈາກຕາສອງເບື້ອງເບິ່ງໄປທີ່ຈຸດທີ່ຕ່າງກັນແຕ່ໃນໄລຍະຕໍ່ມາສະຫມອງຈະປັບໂຕໂດຍບໍ່ສົນໃຈຮູບທີ່ເຫັນຈາກຕາເບື້ອງໜຶ່ງ(suppression)ຊ່ວຍໃຫ້ພາວະເຫັນຮູບຊ້ອນຫາຍໄປໄດ້
ສາເຫດຂອງພະຍາດຕາເລ່ວ
ສາເຫດສຳຄັນຂອງພະຍາດຕາເລ່ວໃນເດັກນ້ອຍມັກບໍ່ຮູ້ສາເຫດແລະຫລາຍກວ່າເຄິ່ງໜຶ່ງຈະກວດພົບຄວາມຜິດປົກກະຕິຕັ້ງແຕ່ທໍາອິດທີ່ເກີດຫລືພາຍໃນອາຍຸ6ເດືອນຜູ້ປ່ວຍບາງຄົນເມື່ອສອບຖາມເຖິງປະຫວັດຄອບຄົວພົບວ່າມີຜູ້ເປັນພະຍາດຕາເລ່ວຢູ່ສະແດງເຖິງພະຍາດນີ້ສາມາດຖ່າຍທອດທາງກໍາມະພັນໄດ້ໃນກໍລະນີທີ່ສະຫມອງບໍ່ສົນໃຈຮູບທີ່ເຫັນຈາກຕາເບື້ອງທີ່ເລ່ວເປັນໄລຍະເວລາດົນໆອີກຢ່າງບໍ່ໄດ້ຮັບການປິ່ນປົວພາຍໃນໄລຍະອາຍຸທີ່ເໝາະສົມເດັກນ້ອຍເກີດພາວະສາຍຕາຂີ້ຄ້ານ(amblyopia)ຊຶ່ງເປັນຜົນໃຫ້ຕາເບື້ອງທີ່ບໍ່ໄດ້ໃຊ້ວຽກເບິ່ງພາບບໍ່ແຈ້ງຢ່າງຖາວອນສຳລັບພະຍາດຕາເລ່ວໃນຜູ້ໃຫຍ່ອາດເກີດຈາກອຸບັດເຫດທາງຕາແລະສະຫມອງຫລືເກີດຈາກພະຍາດເບົາຫວານເຮັດໃຫ້ມີການໄຫລວຽນເລືອດໄປລ້ຽງກ້າມຊີ້ນໜ່ວຍຕາຫລຸດລົງເປັນຜົນໃຫ້ກ້າມຊີ້ນໜ່ວຍຕາເປັນອຳມະພາດແລະຕາເລ່ວນໍາບໍ່ວ່າຈະສູນເສຍສາຍຕາເບື້ອງໜຶ່ງຈາກສາເຫດໃດກໍຕາມ ມັກພົບວ່າຕາເບື້ອງນັ້ນຄ່ອຍໆເລ່ວອອກຢູ່ນອກຜູ້ປ່ວຍອາດມີອາການເຫັນພາບຊ້ອນເວລາເບິ່ງດ້ວຍຕາສອງຂ້າງເມື່ອປິດຕາຂ້າງໜຶ່ງພາບຊ້ອນຈະຫາຍໄປສຳລັບພາວະສາຍຕາຂີ້ຄ້ານຈະບໍ່ພົບໃນຜູ້ຊຶ່ງພາວະຕາເລ່ວເລີ່ມພາຍຫລັງອາຍຸ 9 ປີ ເນື່ອງຈາກສະຫມອງໄດ້ພັດທະນາການເບິ່ງເຫັນຈົນສົມບູນແລ້ວ
ແນວທາງການຮັກສາ
ກ່ອນຈະໃຫ້ການປິ່ນປົວພະຍາດຕາເລ່ວຜູ້ປ່ວຍທຸກຄົນຄວນໄດ້ຮັບການກວດຕາໂດຍລະອຽດລວມເຖິງການກວດຈໍຕາເພື່ອຫາຄວາມຜິດປົກກະຕິພາຍໃນໜ່ວຍຕາຊຶ່ງອາດເປັນສາເຫດຂອງຕາເລ່ວແລະໃຫ້ການປິ່ນປົວຕາມຄວາມເໝາະສົມຕົວຢ່າງເຊັ່ນຜູ້ປ່ວຍເດັກທີ່ເປັນພະຍາດມະເຮັງຈໍຕາ (retinoblastoma)ຕາເບື້ອງທີ່ເປັນພະຍາດອາດມີລະດັບສາຍຕາຫລຸດລົງຫລາຍເນື່ອງຈາກກ້ອນມະເຮັງມີຂະໜາດໃຫຍ່ບັງຈຸດພາບແຈ້ງ (macula)ເປັນຜົນໃຫ້ເກີດພາວະຕາເລ່ວຕໍ່ມາຜູ້ປ່ວຍເຫລົ່ານີ້ຕ້ອງໄດ້ຮັບການປິ່ນປົວພະຍາດມະເຮັງໂດຍບໍ່ເກືອບຊ້າເພື່ອປ້ອງກັນບໍ່ໃຫ້ພະຍາດແພ່ກະຈາຍອອກໄປນອກໜ່ວຍຕາ
ການປິ່ນປົວພະຍາດຕາເລ່ວ
ການປິ່ນປົວພະຍາດຕາເລ່ວໃນເດັກຄວນເຮັດຕັ້ງແຕ່ເມື່ອຜູ້ປ່ວຍໄດ້ຮັບການພິຈາລະນາພະຍາດເພື່ອໃຫ້ໄດ້ຜົນການປິ່ນປົວທີ່ດີທີ່ສຸດຄືເດັກນ້ອຍມີລະດັບສາຍຕາປົກກະຕິທັງສອງຕາແລະສາມາດເບິ່ງເຫັນຮູບສາມມິຕິໄດ້ແນວທາງການປິ່ນປົວພະຍາດຕາເລ່ວໃນເດັກປະກອບດ້ວຍການປິ່ນປົວພາວະສາຍຕາຂີ້ຄ້ານໂດຍການປິດຕາເບື້ອງທີ່ສາຍຕາດີ ເພື່ອກະຕຸ້ນໃຫ້ເດັກໃຊ້ຕາເບື້ອງທີ່ມີສາຍຕາຂີ້ຄ້ານເລື້ອຍໆໄລຍະເວລາໃນການປິດຕາຂຶ້ນກັບຄວາມຮຸນແຮງຂອງພາວະສາຍຕາຂີ້ຄ້ານແລະອາຍຸຂອງເດັກຖ້າເປັນເດັກນ້ອຍການປິດຕາເບື້ອງທີ່ດີໃນແຕ່ລະມື້ບໍ່ຄວນປິດຕິດຕໍ່ກັນດົນຫລາຍຊົ່ວໂມງເພາະອາດເຮັດໃຫ້ລະດັບສາຍຕາເບື້ອງທີ່ເຄີຍປົກກະຕິຫລຸດລົງເອີ້ນພາວະນີ້ວ່າ occlusion amblyopia ເນື່ອງຈາກເດັກສ່ວນໃຫຍ່ມັກບໍ່ໃຫ້ຄວາມຮ່ວມມືໃນການປິດຕາເບື້ອງທີ່ດີ ການປິ່ນປົວຈຶ່ງຕ້ອງອາໄສຄວາມຮ່ວມມືຂອງຜູ້ປົກຄອງແລະຄູໂດຍຕ້ອງຟ້າວເຫັນຄວາມສຳຄັນແລະປະໂຫຍດຂອງການປິ່ນປົວພາວະສາຍຕາຂີ້ຄ້ານໃນໄລຍະທີ່ເໝາະສົມໃນກໍລະນີທີ່ບໍ່ສາມາດປິດຕາໄດ້ແພດອາດພິຈາລະນາໃຊ້ຢາຫຍອດຂະຫຍາຍຮູມ່ານຕາໃນຕາເບື້ອງທີ່ປົກກະຕິເພື່ອເຮັດໃຫ້ຕານັ້ນມົວລົງຊຶ່ງອາດຊ່ວຍໃຫ້ຜູ້ປ່ວຍມາໃຊ້ຕາເບື້ອງທີ່ມີສາຍຕາຂີ້ຄ້ານເລື້ອຍຂຶ້ນສຳລັບການໃຫ້ແວ່ນສາຍຕາຫລືການຝຶກກ້າມຊີ້ນໜ່ວຍຕາອາດຊ່ວຍປິ່ນປົວພະຍາດຕາເລ່ວບາງປະເພດໄດ້ຢ່າງໃດກໍຕາມຜູ້ປ່ວຍສ່ວນໃຫຍ່ມັກຕ້ອງໄດ້ຮັບການປິ່ນປົວໂດຍການຜ່າຕັດກ້າມຊີ້ນໜ່ວຍຕາໂດຍທົ່ວໄປການຜ່າຕັດຈະກະທຳພາຍໃຕ້ການໃຫ້ຢາດົມສະຫລົບໃນຄົນທີ່ຍັງມີລັກສະນະຕາເລ່ວເຫລືອຢູ່ແພດອາດພິຈາລະນາໃຫ້ມີການຜ່າຕັດແກ້ໄຂເພີ່ມເຕີມສຳລັບການປິ່ນປົວພະຍາດຕາເລ່ວໃນຜູ້ໃຫຍ່ອາດຊ່ວຍແກ້ໄຂບັນຫາການເຫັນພາບຊ້ອນເຮັດໃຫ້ຜູ້ປ່ວຍເກີດຄວາມຫມັ້ນໃຈແລະມີບຸກຄະລິກກະພາບດີຂຶ້ນໄດ້
ທັງໝົດທີ່ເລົ່າມານີ້ການປິ່ນປົວຕາເລ່ວຈະເຊົາຫລືບໍ່ ບໍ່ໄດ້ຂຶ້ນຢູ່ກັບໂຕຜູ້ປ່ວຍຄົນໃນຄອບຄົວ,ໝໍ,ຫລືສິ່ງແວດລ້ອມແຕ່ທີ່ສຳຄັນຕ້ອງຮ່ວມມືກັນທຸກຝ່າຍ