spot_img
Homeວົງການສື່ມວນຊົນຈະຈັດງານມະຫະກຳ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 65 ປີ 8-16 ສິງຫານີ້!

ຈະຈັດງານມະຫະກຳ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 65 ປີ 8-16 ສິງຫານີ້!

Published on

bounjao

ຂປລ. ງານມະຫະກຳ ສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 65 ປີ (13/08/1950-13/08/2015) ຈະ​ໄດ້​ຈັດ​ຂຶ້ນ​​ ແຕ່​ວັນ​ທີ 8-16 ສິງຫາ 2015 ​ເຊິ່ງຈະມີການ​ເຄື່ອນ​ໄຫວ ​ດຳ​ເນີນຫລາຍກິດຈະກຳ ເພື່ອສະ​ແດງ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ ​ເຖິງ​ຜົນງານ ​ແລະ ຜົນສຳ​ເລັດ ຂອງ​ຂະ​ແໜງການ​ດັ່ງກ່າວ, ທັງ​ເປັນ​ການ​ຄຳນັບ​ຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ ກໍຄື ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນສຳຄັນອື່ນໆ​ໃຫ້.

ທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການ ໂທລະພາບແຫ່ງຊາດລາວ, ຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທັງ​ເປັນຫົວຫນ້າ ອະນຸກຳມະການ ໂຄສະນາ ປະຊາສຳພັນ, ພິທີການ ແລະ ສະຖານທີ່ ເພື່ອສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳຫນ່າຍຄົບຮອບ 65 ປີ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 5 ສິງຫາ 2015 ທີ່ ສະມາຄົມນັກຂ່າວແຫ່ງ ສປປ ລາວ ​ໂດຍໄດ້ແຈ້ງໃຫ້ຊາບເຖິງ ກິດຈະກຳຕ່າງໆ ພາຍໃນງານເຊັ່ນ: ການໂຮມຊຸມນຸມ ໃຫຍ່ສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳຫນ່າຍ ຄົບຮອບ 65 ປີ ຢ່າງເປັນທາງການ ໃນວັນທີ 13 ສິງຫາ 2015 ໂດຍຈະມີ ພະນັກງານ-ລັດຖະກອນ, ພະນັກງານປະຕິວັດ ອາວຸໂສ-ບຳນານ ແລະ ຕົວ​ແທນ​ຈາກ​ຫລາຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ ​ແລະ ຈະໄດ້ຮັບຟັງການໂອ້ລົມ ຂອງການນຳຂັ້ນ​ເທິງ ​ເພື່ອຊີ້ທິດເຍືອງທາງ ​ໃຫ້​ຂະ​ແໜງສື່ມວນຊົນ ​ແລະ ການ​ພິມ ສືບຕໍ່ພັດທະນາ​ ໃຫ້​ດີ​ຂຶ້ນ​ເລື້ອຍໆ. ນອກ​ນັ້ນ ຍັງຈະມີການສະແດງ ຜະລິດ​ຕະພັນ​ຂອງ​ສື່ ​ແລະ ການ​ພິມ ຈຳນວນ 100 ຮ້ານ ຈາກພາກລັດ ​ແລະ ເອກະຊົນ ຂອງການຈັດຕັ້ງສື່ມວນຊົນ, ລວມທັງ​ຜະລິດ​ຕະພັນ ຂອງອົງການສື່ຕ່າງປະເທດ ຢູ່ ສປປ ລາວ. ສ່ວນ​ໃນ​ຕອນ​ຄ່ຳ​ ຂອງ​ແຕ່​ລະ​ວັນ ຈະ​ມີກິດຈະກຳການສະແດງ ຕ່າງໆ ຂອງສິລະປະ ວັນນະຄະດີ, ງານຄອນເສີດ, ສະແດງລະຄອນ ​ແລະ ຈະມີການສາຍຮູບເງົາລາວ ​ອີກ​ຫລາຍ​ເລື່ອງ ​ເຊິ່ງລ້ວນ​ແຕ່​ເປັນ​ຜົນງານ​ ການສະ​ແດງ​ຂອງ​ຄົນ​ລາວ.

ທ່ານ ບຸນເຈົ້າ ພິຈິດ ຍັງ​ໄດ້ຍົກໃຫ້ເຫັນເຖິງບົດບາດ ​ແລະ ຄວາມ​ສຳຄັນຂອງສື່ມວນຊົນ ຕະຫລອດໄລຍະ 65 ປີ ໃນການ​ເປັນ​ກະບອກ​ສຽງ ​ໃນຂະບວນການ ຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫລະພາບ ມາສູ່ປະຊາຊົນ ກໍຄືໄລຍະ 40 ປີ ໃນການນຳພາ ພາລະກິດປົກປັກຮັກສາ ແລະ ສ້າງລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານ ໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນເປັນ ເວທີປະຕິວັດອັນໜຶ່ງ ໃນນັ້ນສື່ມວນຊົນ ແລະ ການພິມຈຳໜ່າຍ ເຊິ່ງເປັນອາວຸດອັນແຫລມຄົມຂອງພັກ ໃນການຕໍ່ສູ້ໃນສະຫນາມຮົບ ການເມືອງ-ແນວຄິດ ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດ ໃນໄຊຊະນະລວມ ຂອງການປະຕິວັດລາວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...