Homeຂ່າວພາຍ​ໃນເສັ້ນທາງເພທຸກປີ ແກ້ບໍ່ຕົກຈັກເທື່ອ

ເສັ້ນທາງເພທຸກປີ ແກ້ບໍ່ຕົກຈັກເທື່ອ

Published on

w
ປັດຈຸບັນຢູ່ປະເທດເຮົາໄດ້ເກີດມີສະພາບຝົນຕົກຕໍ່ເນື່ອງຫຼາຍວັນ, ສົ່ງຜົນໃຫ້ຫຼາຍທ້ອງຖິ່ນເກີດມີ ສະພາບນ້ຳຖ້ວມ ຢ່າງຮ້າຍແຮງ, ເຮັດໃຫ້ບ້ານເຮືອນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ ແລະ ຖະໜົນຫົນທາງສາຍຕ່າງໆຖືກເຊາະ ເຈື່ອນເປັນບວກ, ເປັນຂຸມ ແລະ ເປ່ເພໜັກ ສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ ລຳບາກ, ນັບທັງນະຄອນ ຫຼວງວຽງຈັນ ກໍໄດ້ຮັບຜົນກະທົບໜັກ ເຊັ່ນກັນ, ຫົນທາງຫຼາຍສາຍເປ່ເພເປັນຈຳນວນຫຼາຍ, ເນື່ອງຈາກ ນ້ຳອັ່ງ ແລະ ສ່ວນໜຶ່ງກໍເນື່ອງມາຈາກການກໍ່ສ້າງບໍ່ຮັບປະກັນ, ມີຄຸນນະພາບຕ່ຳ, ສ້າງຂຶ້ນບໍ່ພໍເທົ່າໃດປີກໍເກີດມີການເປ່ເພໄດ້ງ່າຍ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ ການສັນຈອນໄປມາ, ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຄວນມີວິທີການປັບປຸງແກ້ໄຂ, ເພື່ອຄວາມ ສະດວກໃນການສັນຈອນໄປມາ ແລະ ຫຼຸດຜ່ອນອຸປະຕິເຫດທີ່ອາດຈະເກີດຂຶ້ນ, ເປັນຕົ້ນແມ່ນ ເສັ້ນທາງແຖວບ້ານຕານມີໄຊ, ດົງໂດກ-ໜອງບຶກ, ດົງນາໂຊກ-ຄິວລົດສາຍເໜືອ, ສີໄຄ-ໜອງບຶກ ແລະ ເສັ້ນທາງສາຍ ອື່ນໆ, ພ້ອມກັນນັ້ນກໍ່ຄວນເລັ່ງປົວແປງ ແລະ ອະນາໄມຄອງລະບາຍນ້ຳຕາມເສັ້ນທາງສາຍຕ່າງໆ ເພື່ອສາມາດລະບາຍນ້ຳ ອັ່ງຂັງອອກໄດ້ໂດຍໄວ, ເພາະວ່າເມື່ອມີນ້ຳຖ້ວມຂັງຈະເຮັດ ໃຫ້ເສັ້ນທາງເປ່ເພໄດ້ງ່າຍ, ສ້າງຄວາມເສຍຫາຍທາງດ້ານ ຊັບສິນ ແລະ ງົບປະມານຂອງລັດ, ທີ່ໄດ້ລົງ ທຶນກໍ່ສ້າງມາແລ້ວ, ນັບເປັນຈຳນວນຫຼວງຫຼາຍ.

ຂອບໃຈຂ່າວຈາກ: ລາວພັດທະນາ
789

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...