Homeຂ່າວພາຍ​ໃນSACOMBANK ຍົກລະດັບສາຂາ ເປັນທະນາຄານລົງທຶນຢູ່ລາວ 100%

SACOMBANK ຍົກລະດັບສາຂາ ເປັນທະນາຄານລົງທຶນຢູ່ລາວ 100%

Published on

sacom+bank

ພາຍຫລັງ, ທະນາຄານຫຸ້ນສ່ວນ ໄຊງ່ອນ ເທື່ອງຕິນ ຫລື ຊາຄອມແບ໋ງ( SACOMBANK) ໄດ້ເຂົ້າມາເປີດສາຂາເພື່ອດຳເນີນທຸລະກິດໃຫ້ບໍລິການດ້ານການເງິນຢູ່ລາວນັບແຕ່ທ້າຍປີ 2008 ເປັນຕົ້ນມາ ແລະ ເຫັນວ່າການ ເຄື່ອນໄຫວຂອງທະນາຄານມີບາດກ້າວເຕີບໃຫຍ່ຂະ ຫຍາຍໂຕເປັນລຳດັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມນັບມື້ເພີ່ມຂຶ້ນ, ດັ່ງນັ້ນໃນວັນທີ 3 ສິງຫາ 2015 ນີ້, ໂດຍໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ສສ ຫວຽດນາມ, ທະນາຄານຊາຄອມແບ໋ງຈຶ່ງໄດ້ຍົກ ລະດັບສາຂາຂຶ້ນເປັນ ທະນາຄານລົງທຶນ ຈາກຕ່າງປະເທດ100%, ເຊິ່ງນັບວ່າແມ່ນ ບາດກ້າວໜຶ່ງທີ່ສຳຄັນເພື່ອ ຢັ້ງຢືນໃຫ້ເຫັນເຖິງການ ເຕີບໃຫຍ່ຂອງການດຳເນີນທຸລະກິດ ຂອງທະນາຄານດັ່ງກ່າວ.

ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ປັດຈຸບັນ, ທະນາຄານຊາຄອມແບ໋ງມີ 417 ສາຂາ ແລະ 428 ໜ່ວຍບໍລິການຢູ່ຫວຽດ ນາມ, ນອກຈາກນີ້ຍັງມີ 7 ສາຂາລົງທຶນ 100% ຢູ່ປະເທດກຳປູເຈຍ ແລະ 2 ສາຂາຢູ່ລາວໂດຍມການເຄື່ອນ ໄຫວຮູບ ແບບທະນາຄານທຸລະກິດ ແລະ ມີ ທຶນຈົດທະບຽນທັງໝົດ 39 ລ້ານໂດລາສະຫະລັດສະເພາະຢູ່ລາວ, ເຊິ່ງມີຫລາກຫລາຍຜະລິດຕະພັນໃຫ້ບໍລິການດ້ານການເງິນຄື : ສີນເຊື່ອເພື່ອການຊື້ດິນ, ປຸກສ້າງ ແລະ ສ້ອມແປງທີ່ພັກອາໄສ, ສີນເຊື່ອເພື່ອການລົງທຶນ-ເພີ່ມທຶນ ໝູນວຽນໃນທຸລະກິດ, ການຊົມໃຊ້, ບໍລິການເງິນຝາກ, ໂອນເງິນພາຍໃນ ແລະ ຕ່າງປະເທດ, ບໍລິການບັດເອທີເອັມ(ATM) ແລະ ອື່ນໆ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ວິສາຫະກິດຕ່າງໆທີ່ລົງທຶນ ຢູ່ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມລາວເຂັ້ມແຂງດີຂຶ້ນເທື່ອລະກ້າວ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...