ແພດ​ແນະ​ຜູ້ຍິງ​ຍິ່ງ​ລ້າງ​ເລິກ​ຍິ່ງ​ເພີ່ມ​ກິ່ນ ຢ່າ​ສວນ​ລ້າງ​ຊ່ອງ​ຄອດ

226451

      ຜູ້ຍິງ​ມີ​ຄວາມ​ເຂົ້າໃຈ​ຜິດ​ກ່ຽວກັບ​ການເຮັດ​ຄວາມ​ສະ​ອາດ​ຈຸດ​ລັລ ມັກ​ຈະ​ລ້າງ​ເຮັດ​ຄວາມ​ສະ​ອາດ​ຈຸດ​ຊ່ອນ​ເລ້ນ​ແລະ​ສວນ​ລ້າງ​ຊ່ອງຄອດ​ໄປ​ພ້ອມ​ກັນ​ດ້ວຍ​ນ້ຳ​ຢາ​ກຳຈັດ​ກິ່ນ ເພາະ​ເຂົ້າໃຈ​ຜິດ​ຄິດວ່າ​ຊ່ວຍ​ເຮັດໃຫ້​ຊ່ອງຄອດ​ແລະ​ຈຸດລັບສະ​ອາດ​ລ້ຳ​ເລິກ​ຫລາຍ​ຂຶ້ນແຕ່​ທ່ານ​ຜູ້ຍິງ​ທັງ​ຫລາຍ​ຮູ້​ກັນ​ຫລື​ບໍ່ ການ​ສວນ​ລ້າງ​ຊ່ອງຄອດຫລື​ໃຊ້​ນ້ຳ​ຢາ​ອະນາໄມ​ລ້າງ​​ເປັນ​ປະຈຳ ຍິ່ງ​ເຮັດໃຫ້​ມີ​ກິ່ນ​ຮຸນແຮງ​ຫລາຍ​ຂຶ້ນ

ຂໍ້​ມູນ​ທາງ​ການ​ແພດ ລະ​ບຸ​ວ່າ​ບໍ່​ມີ​ຄວາມ​ຈຳ​ເປັນ​ເລີຍ​ໃນ​ຜູ້ຍິງ​ທີ່​ມີ​ສຸຂະພາບ​ຂອງ​ຈຸດ​ລັບປົກກະຕິ​ທົ່ວ​ໄປ​ຕ້ອງ​ກໍ່ການ​ສວນ​ລ້າງ​ຊ່ອງຄອດເພາະ​ກົນ​ໄກ​ທຳມະຊາດ​ຂອງ​ຮ່າງກາຍ​ມີ​ການ​ເບິ່ງແຍງ​ຈຸດລັບ​ຂອງ​ເຮົາ​ໂດຍ​ອັດ​ໂນ​ມັດ​​ດີ​ຢູ່​ແລ້ວ ຮອລ໌​ໂມນ​ເປັນ​ຕົວ​ຄວບ​ຄຸມ​ໃຫ້​ມີ​ການ​ຂັບ​ນ້ຳ​ເມືອກ​ຂອງ​ເຊວ​ເຍື່ອ​ບຸ​ຊ່ອງຄອດ​ອອກ​ມາ​ເປັນ​ຕົກ​ຂາວ (ໝາຍ​ເຖິງ​ຕົກ​ຂາວ​ປົກກະຕິ)ຊຶ່ງ​ພາຍ​ໃນ​ພາ​ວະ​ປົກກະຕິ​ຊ່ອງຄອດ​ຈະ​ມີ​ແບກ​ທີ​ເລຍ​ຊະນິດ​ທີ່​ເປັນ​ປະໂຫຍດ​ຊື່ Lactobacilli bacteria ປຽບ​ຄືກັບ​ຍາຮັກສາ​ເບິ່ງແຍງ​ຄວາມ​ປອດ​ໄພ​ຄອຍຖ້າ​ສ້າງ​ຄວາມ​ເປັນ​ກົດ​ໃນ​ຊ່ອງຄອດ​ເພື່ອ​ປົກ​ປ້ອງ​ເຊື້ອ​ພະຍາດ​ແປກປອມ​ທີ່​ເລັດ​ລອດ​ເຂົ້າໄປ​ໃນ​ຊ່ອງຄອດ​ຂອງ​ເຮົາ ຫາກ​ເຈົ້າ​ຜູ້ຍິງ​ລ້າງ​ເລື້ອຍ​ເກີນ​ໄປ​ແລະ​ໃຊ້​ນ້ຳ​ຢາ​ຮຸນແຮງເ​ຊື້ອLactobacilli bacteria ກໍ​ຈະ​ລຸດ​ຈຳນວນ​ລົງ ເຮັດໃຫ້​ເກີດ​ກິ່ນ​ຮຸນແຮງ​ຫລາຍ​ຂຶ້ນຕິດ​ເຊື້ອ​ທາງ​ເພດ​ສຳພັນ​ໄດ້​ງ່າຍ ເຊັ່ນ HPVs ອັນ​ເປັນ​ສາ​ເຫດ​ໃຫ້​ເກີດ​ມະ​ເຮັງ​ປາກ​ມົດລູກ​ແລະ​ຈາກ​ທີ່​ບໍ່​ເຄີຍ​ມີ​ຕົກ​ຂາວ​ອາດ​ມີ​ຫລາຍ​ຂຶ້ນ

ການ​ເບິ່ງແຍງ​ຈຸດ​ລັບ​ຢ່າງ​ຖືກ​ຕ້ອງ​ເໝາະ​ສົມ

  1. 1. ລ້າງ​ສະເພາະ​ສ່ວນ​ນອກ​ດ້ວຍ​ສະ​ບູ່​ອ່ອນໆບໍ່​ສວນ​ລ້າງ​ເລິກ​ເຂົ້າໄປ​ໃນ​ຊ່ອງ​ຄອດ
  2. 2. ເຊັດ​ໃຫ້​ແຫ້ງ ຫ້າມ​ທາ​ແປ້ງ ຫ້າມ​ສີດ​ນ້ຳ​ຫອມ
  3. 3. ສວມ​ໃສ່​ສະລິບ​ທີ່ລະບາຍ​ອາ​ກາດ​ໄດ້​ດີ ປ້ອງ​ກັນ​ຄວາມ​ອັບ​ຊື້ນ ລຸດ​ການ​ເກີດ​ກິ່ນ