spot_img
Homeຂ່າວທ້ອງຖິ່ນບ້ານ 3 ສ້າງນໍ້າແຫງ ແຂວງອຸດົມໄຊ ໄດ້ຫໍພັກນັກຮຽນຫຼັງໃໝ່

ບ້ານ 3 ສ້າງນໍ້າແຫງ ແຂວງອຸດົມໄຊ ໄດ້ຫໍພັກນັກຮຽນຫຼັງໃໝ່

Published on

ໂຄງການກໍ່ສ້າງຫໍພັກນັກຮຽນ ແລະ ຫ້ອງນໍ້າໂຮງຮຽນມັດທະຍົມສົມບູນນໍ້າແຫງ ເມືອງໄຊ ແຂວງອຸດົມໄຊ ໄດ້ເລີ່ມດໍາເນີນການກໍ່ສ້າງມາແຕ່ກາງເດືອນ ມີນາ ຜ່ານມານີ້ ມາຮອດປັດຈຸບັນໄດ້ສໍາເລັດແລ້ວ 100% ເຊິ່ງເປັນທຶນຂອງລັດຖະບານຮວງນໍ້າເທີນ 2 ໃນມູນຄາການກໍ່ສ້າງ 750 ລ້ານກີບ, ເປັນອາຄານຊັ້ນດຽວແບບຖາວອນ 1 ຫຼັງ ມີ 2 ຫ້ອງ ຂະໜາດ 9.5 x 30 ແມັດ ປະກອບດ້ວຍເຝີນິເຈີ ຕຽງເລັກ 2 ຊັ້ນ, ມີລະບົບໄຟຟ້າ, ພັດລົມ, ແລະ ຫ້ອງນໍ້າ 2 ຊຸດ, ໂດຍແມ່ນບໍລິສັດ ມິດມີໄຊ ກໍ່ສ້າງເປັນຜູ່ຮັບເໝົາ, ການສ້າງຫໍພັກໃຫ້ໂຮງຮຽນກໍເພື່ອແນ່ໃສ່ສ້າງສະພາບແວດລ້ອມທີ່ດີໃຫ້ນັກຮຽນໄດ້ຢູ່ບ່ອນປອດໄພ, ສົ່ງເສີມໃຫ້ເດັກທີ່ຢູ່ບ້ານໄກໄດ້ມີບ່ອນພັກພາອາໄສ, ທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງເຮັດໃຫ້ນັກຮຽນທີ່ປະສົບບັນຫາຂາດທີ່ພັກອາໄສ ຍາກມາເຂົ້າຮຽນຕໍ່ ຫຼາຍຂື້ນ, ຫຼຸດຜ່ອນອັດຕາປະລະການຮຽນ ແລະ ເປັນການສົ່ງເສີມໃຫ້ນັກຮຽນທຸກຄົນໄດ້ຮັບການສຶກສາຢ່າງທົ່ວເຖິງ.

ພິທີ ມອບ-ຮັບ ໄດ້ຈັດຂື້ນໃນວັນທີ 28 ກໍລະກົດ 2015 , ຢູ່ທີ່ໂຮງຮຽນມັດທະຍົມສົມບູນນໍ້າແຫງ, ພາຍຫຼັງຄະນະກໍາມະການກວດກາການກໍ່ສ້າງພາບອາຄານເຫັນວ່າຖືກຕ້ອງຕາມຫຼັກເຕັກນິກວິຊາການແລ້ວ ກໍໄດ້ລົງນາມເຊັນສັນຍາມອບ-ຮັບຂື້ນ, ຕາງໜ້າຝ່າຍ ເຈົ້າຂອງໂຄງການຮັບໂດຍແມ່ນທ່ານ ພວງວິໄລ ອິນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ , ມອບໂດຍແມ່ນ ທ່ານ ນ້ອຍ ຜູ່ອໍານວຍການບໍລິສັດ ມິດມີໄຊ ກໍ່ສ້າງ, ໂດຍມີເລຂາພັກບ້ານ ນາຍບ້ານນໍ້າແຫງ, ຄະນະກໍາມະການກວດກາການກໍ່ສ້າງຂັ້ນແຂວງ, ຂັ້ນເມືອງ ຜູ້ອໍານວຍການໂຮງຮຽນ ແລະ ຄູອາຈານ ເຂົ້າຮ່ວມ.

ຈາກນັ້ນ ທາງ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ກໍໄດ້ມອບຕໍ່ໃຫ້ອໍານາດການປົກຄອງບ້ານ ກໍຄືໂຮງຮຽນເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ໃນຂັ້ນຕໍ່ໄປ.

ໂຮງຮຽນ ມສ ນ້ຳແຫງເປັນໂຮງຮຽນທີ່ຕັ້ງຢູ່ ບ້ານ 3 ສ້າງ ເປັນຈຸດສຸມໜຶ່ງທີ່ຮອງຮັບເອົາລູກຫຼານນັກຮຽນທີ່ຮຽນຈົບຂັ້ນປະຖົມຂື້ນຮຽນຕໍ່ຂັ້ນມັດທະຍົມ ທີ່ມາຈາກ 22 ບ້ານອ້ອມຂ້າງ ການໄປມາມີຄວາມຫຍຸ້ງຍາກເພາະເປັນເຂດຫ່າງໄກສອກຫຼີກເສັ້ນທາງທຸລະກັນດານ ມີນັກຮຽນຈໍານວນຫຼວງຫຼາຍຕ້ອງໄດ້ໄກພໍ່ແມ່ແຕ່ນ້ອຍ ມາຕັ້ງຫໍພັກແບບປະຖົມປະຖານເປັນບ່ອນອາໄສ ເພື່ອໃຫ້ຕົນເອງໄດ້ມີໂອກາດເຂົ້າເຖິງການສຶກສາ, ການຕັ້ງຫໍພັກນັກຮຽນຈຶ່ງເປັນນະໂຍບາຍໜຶ່ງຂອງພັກ ແລະ ລັດຖະບານເພື່ອສ້າງໃຫ້ເດັກນັກຮຽນຄົນໄກບ້ານໄດ້ມີບ່ອນອາໄສໃນສະພາບແວດລ້ອມທີ່ດີ ແລະ ປອດໄພ

11230649_1608069569443864_8949420542351084594_n

11141153_1608069709443850_6311726581339272878_n

11050697_1608070079443813_2770474869533921530_n

11694064_1608070006110487_4593629823635627243_n

11800302_1608068702777284_5261569870951020093_n

11800131_1608068856110602_5069852003695993425_n

11822562_1608069762777178_6069100472335409771_n

11822593_1608069226110565_3004959381588284329_n

11694064_1608068682777286_7108173732030472988_n

1003396_1608068476110640_3828615383616017394_n

11811560_1608068772777277_9176275221505515675_n

11268072_1608068586110629_2662529950030200260_n

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...