spot_img
Homeນານາສາລະອຸ​ທາ​ຫອນຂອງການໃຊ້​ຜ້າ​ອະນາໄມ​ແບບ​ສອດ

ອຸ​ທາ​ຫອນຂອງການໃຊ້​ຜ້າ​ອະນາໄມ​ແບບ​ສອດ

Published on

 

Lauren-Wasser-600x400

      Lauren Wasser ນາງ​ແບບ​ສາວ​ ຕາ​ສີ​ຟ້າ ຊີວິດ​ຂອງ​ນາງ​ກຳ​ລັງ​ໄປ​ໄດ້​ດີ​ໃນ​ອາ​ຊີບ​ນາງ​ແບບ ຈົນ​ມາ​ຊື້​ອະ​ພາລ໌​ທະ​ເມັນ​ຫລູ​ຢູ່​ທີ່ ຊານ​ຕາ ໂມ​ນິ​ກາ ຊີວິດ​ກ່ອນ​ໜ້າ​ນີ້​ນາງ​ຮັກ​ກີລາ​ຈົນ​ໄດ້​ທຶນ​ນັກ​ກີລາ​ຕີບານ ແຕ່​ສຸດ​ທ້າຍ​ກໍ​ເລືອກ​ທີ່​ຈະ​ເປັນ​ນາງ​ແບບ

ແລ້ວ​ເຫດການ​ທີ່​ບໍ່​ຄາດ​ຄິດ​ກໍເກິດ​ຂຶ້ນ​ໃນ​ປີ 2012 ມື້​ນັ້ນ​ນາງ​ເປັນ​ປະຈຳ​ເດືອນຈຶ່ງ​ໄປ​ຊື້ຜ້າ​ອະ​ນາ​ໄມ​ແບບ​ສອດ ຍີ່​ຫໍ້​ໜຶ່ງ​ຈາກ​ຊູ​ເປີມາເກັດ ຫລັງ​ຈາກ​ນັ້ນ​ນາງ​ກໍ​ໄປ​ງານ​ປາລ໌​ຕີ້​ກັບ​ເພື່ອນ​ໆແຕ່​ນາງ​ເລີ່ມ​ຮູ້ສຶກ​ຕົວ​ວ່າ​ບໍ່​ຄ່ອຍ​ສະບາຍ​ຈຶ່ງ​ຂໍ​ກັບ​ເຮືອນ​ກ່ອນ
ເຊົ້າ​ມື້​ຕໍ່​ມາ​ ບ້ານຂອງນາງ​ຖືກບຸກ​ປຸກ​ໂດຍ​ຕຳ​ລວດ ແມ່​ຂອງ​ນາງ​ໄດ້​ໂທ​ແຈ້ງ​ໃຫ້​ຕຳ​ລວດ​ມາ​ກວດ​ຄວາມ​ຮຽບຮ້ອຍ ເພາະ​ຕິດ​ຕໍ່​ລູກ​ສາວ​ບໍ່ໄດ້​ເລີຍ ຢ້ານວ່າ​ຈະ​ເກີດ​ເຫດ​ຮ້າຍ​ຂຶ້ນ ຊຶ່ງ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ ຕຳ​ລວດ​ພົບ​ນາງ​ນອນ​ຄວ່ຳ​ໜ້າ​ຢູ່​ເທິງ​ພື້ນ​ຫ້ອງ ຖ້າ​ຕຳ​ລວດ​ຫລາຍ​ຊ້າ​ກວ່າ​ນີ້​ອີກ​ພຽງ​ບໍ່​ຈັກ​ນາ​ທີ ນາງ​ຄົງ​ຕ້ອງ​ຈາກ​ໂລກ​ນີ້​ໄປ​ຢ່າງ​ແນ່ນ​ອນ

ໝໍ​ບອກວ່າ​ໄຂ້​ຂອງ​ນາງ​ສູງ​ຫລາຍ​ເຖິງ 42 ອົງ​ສາ ແລະ​ຕອນ​ນີ້​ນາງ​ຢູ່ໃນ​ພາ​ວະ Toxic Shock Syndrome ຫລື TSS ເປັນ​ພາ​ວະ​ການ​ຕິດ​ເຊື້ອ​ແບກ​ທີ​ເລຍ​ຈາກ​ການ​ໃຊ້​ຜ້າ​ອະນາໄມ​ແບບ​ສອດ ຈົນ​ອາດ​ເຮັດໃຫ້​ອະໄວຍະວະ​ພາຍ​ໃນ​ແລະ​ຫົວ​ໃຈ​ລົ້ມເຫລວ​ໄດ້

Lauren-Wasser-3-456x600

tamporn10

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...