spot_img
Homeຂ່າວການພັດທະນາລາວ ຈະສົ່ງເສີມ ການລົງທຶນ ໃນພາກກະສິກຳ ໃຫ້ຫຼາຍຂຶ້ນ

ລາວ ຈະສົ່ງເສີມ ການລົງທຶນ ໃນພາກກະສິກຳ ໃຫ້ຫຼາຍຂຶ້ນ

Published on

ລັດຖະບານລາວ ຈະໃຫ້ການສົ່ງເສີມການລົງທຶນ ໃນພາກກະສິກຳເພີ່ມຂຶ້ນ ໂດຍວາງເປົ້າໝາຍຈະດຶງເອົາເງິນລົງທຶນໃຫ້ໄດ້ເຖິງ 79,200 ຕື້ກີບໃນຊ່ວງປີ 2016-2020 ເພື່ອເພີ່ມຜົນຜະລິດສະບຽງອາຫານ.

ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ເປີດເຜີຍວ່າ ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍທີ່ຈະດຶງດູດເງິນລົງທຶນໃນພາກກະສິກຳ ແລະ ປ່າໄມ້ ໃຫ້ໄດ້ລະດັບ 79,200 ຕື້ກີບ ຫຼືປະມານ 9,900 ລ້ານໂດລາໃນຊ່ວງປີ 2016 ຫາ 2020 ໂດຍໃນນີ້ ຈະເປັນການລົງທຶນຂອງເອກະຊົນລາວ ແລະ ຕ່າງປະເທດໃນມູນຄ່າ ບໍ່ໜ້ອຍກວ່າ 65,000 ຕື້ກີບ ຫຼື 82 ເປີເຊັນ ຂອງການລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນ ຈະເປັນການລົງທຶນ ໂດຍລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ 13,000 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າບໍ່ແມ່ນເລື່ອງງ່າຍທີ່ຈະສາມາດລະດົມ ຫຼື ດຶງດູດເອົາເງິນລົງທຶນ ໄດ້ຕາມເປົ້າໝາຍດັ່ງກ່າວເພາະຊ່ວງປີ 2011 ຫາ 2015 ນີ້ກໍປະກົດວ່າການລົງທຶນໃນພາກກະສິກຳມີມູນຄ່າລວມ 17,300 ຕື້ກີບ ໃນປີນີ້ເປັນການລົງທຶນຂອງລັດຖະບານລາວ ພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອກໍເປັນການລົງທຶນ ຂອງເອກະຊົນ ລາວ ແລະ ຕ່າງປະເທດໃນມູນຄ່າ 5,000 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ12,000 ຕື້ກີບ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນການຜະລິດສະບຽງອາຫານໃນຊ່ວງປີ 2016 ຫາ 2025 ໂດຍໄດ້ວາງເປົ້າໝາຍ ທີ່ຈະເພີ່ມຜົນຜະລິດສະບຽງອາຫານ ທາດໂປຣຕີນໃຫ້ໄດ້ 487,500ໂຕນໃນປີ 2020 ແລະ ເພີ່ມຂຶ້ນເປັນ 711,000 ໂຕນໃນປີ 2025.

ໂດຍການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນກະຊວງກະສິກຳ ແລະ ປ່າໄມ້ກໍຈະຊຸກຍູ້ໃຫ້ປະຊາຊົນລາວ ແລະ ພາກທຸລະກິດເອກະຊົນໃນລາວ ດຳເນີນກິດຈະການຟາມລ້ຽງສັດເພື່ອຜະລິດຊີ້ນສັດໃຫ້ໄດ້ເຖິງ 262,500 ໂຕນ ແລະ ປາໃຫ້ໄດ້ ເຖິງ 225,000 ໂຕນໃນປີ 2020 ແລ້ວກໍເພີ່ມຜົນຜະລິດ ຊີ້ນສັດຂຶ້ນເປັນ 414,000 ໂຕນ ແລະ ປາ 297,000 ໂຕນໃນປີ 2025 ຕາມລໍາດັບ ຊຶ່ງຈະເຮັດໃຫ້ລາວມີຜົນຜະລິດຊີ້ນສັດ ທີ່ກາຍລະດັບການ ບໍລິໂພກພາຍ ໃນເພື່ອສົ່ງອອກ ໄປຕ່າງປະເທດຄິດເປັນປະລິມານລວມ ຫຼາຍກວ່າ 15,000 ໂຕນໃນປີ 2025 ດັ່ງກ່າວ.

ພ້ອມກັນນີ້ ກະຊວງກະສິກຳ ແລະ ປ່າໄມ້ຍັງໄດ້ວາງແຜນການພັດທະນາປັບປຸງລະບົບຄອງຊົນລະປະທານ ໃນທົ່ວປະເທດ ເພື່ອເພີ່ມລະດັບປະສິດທິພາບ ໃນການຕອບສະໜອງ ນ້ຳໃຫ້ ກັບທີ່ນາໃຫ້ໄດ້ເນື້ອທີລວມ 580,000 ເຮັກຕາ ໃນລະດູການປີ 2014 ຫາ 2015 ຊຶ່ງໃນນີ້ ແບ່ງເປັນການຕອບສະໜອງນ້ຳໃຫ້ນາປີ 400,000 ເຮັກຕາ ແລະ ນາແຊງ 180,000 ເຮັກຕາ ຕາມລຳດັບ.

ໂດຍຖ້າຫາກການດຳເນີນງານ ເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນສິ່ງທີ່ຮັບປະກັນໄດ້ວ່າ ຜົນຜະລິດເຂົ້າໃນທົ່ວປະເທດລາວ ຈະມີປະລິມານລວມເຖິງ 4 ລ້ານ 2 ແສນໂຕນ ໃນປີ 2015 ຊຶ່ງນອກຈາກຈະພຽງພໍ ກັບການບໍລິໂພກພາຍໃນປະເທດແລ້ວກໍຍັງຈະມີຜົນຜະລິດເຂົ້າ ສຳຫລັບສົ່ງອອກຕ່າງປະເທດ ໃນປະລິມານລວມບໍ່ນ້ອຍກວ່າ 6 ແສນໂຕນອີກດ້ວຍ.

ທ່ານວິໄລວັນ ພົມເຂ ອະດີດລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຍອມຮັບວ່າ ເປັນການຍາກທີ່ຊາວນາລາວຈະສາມາດເພີ່ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່ ຂອງຕະຫລາດໂລກໄດ້ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:
“ຊິຖືປັດໄຈເຈົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືຊິເປັນໄປໄດ້ຍາກ ເນື່ອງຈາກວ່າພວກເຮົາກໍມີຫຼາຍອັນຈຳກັດ ແລະ ພວກເຮົານີ້ ຖືສຳຄັນຍຸດທະສາດ ການຜະລິດເຂົ້ານີ້ ໃຫ້ເປັນສະບຽງເອີ້ນວ່າ ໃຫ້ກຸ້ມກິນພາຍໃນແລ້ວ ກໍມີອັນສ່ວນແຮ່ໄວ້ ສ່ວນເປັນສິນຄ້ານີ້ ພວກເຮົາຈະລົງເລິງເຖິງເຂົ້າ ທີ່ເປັນເອກະລັກ ຂອງຄົນລາວ ຍົກຕົວຢ່າງເຂົ້າໄກ່ນ້ອຍ ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາປະເທດເພື່ອນບ້ານ ມາຊື້ເອົາໝົດ.”

ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າ ກໍລາຍງານວ່າ ພາກທຸລະກິດການສົ່ງອອກຜະລິດຕະພັນເຂົ້າລາວໄປຕ່າງປະເທດ ຍັງບໍ່ສາມາດແຂ່ງຂັນໃນຕະຫລາດໂລກໄດ້ ຢ່າງແທ້ຈິງ ເພາະສ່ວນໃຫຍ່ ກໍຍັງເປັນຜົນຜະລິດ ທີ່ມີລະດັບຄຸນນະພາບຕ່ຳກວ່າ ຜະລິດຕະພັນ ເຂົ້າໄທ ຫວຽດນາມ ກຳປູເຈຍ ແລະ ມຽນມາ.

DA1FC0C7-BA35-46B5-B10D-3C6835D88E1C_w640_r1_s

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...