7 ຂໍ້ກໍ່ໜີ້ມະເຮັງ
ມະເຮັງພະຍາດທີ່ຫລາຍຄົນຢ້ານບາງເທື່ອສາເຫດໜຶ່ງອາດເກີດຈາກພຶດຕິກຳທີ່ເຮັດສະສົມເອົາໄວ້ກ່ອນປ່ວຍມີພຶດຕິກຳບາງຢ່າງມີທ່າອ່ຽງສ້າງໜີ້ມະເຮັງແລະສ້າງພາວະລົ້ມລະລາຍທາງສຸຂະພາບໄດ້ດັ່ງເຊັ່ນ:7ກໍລະນີນີ້ມະເຮັງທີ່ອາດຖືກເບິ່ງຂ້າມໄປ…
1.ເອັກຊະເລເລື້ອຍໆໂດຍບໍ່ຈຳເປັນເຊັ່ນ:ກໍລະນີເອັກຊະເລຍມະເຮັງເຕົ້ານົມ(ແມມໂມແກມ)ທີ່ມີລາຍງານອອກມາຈາກໝໍຜູ້ຊ່ຽວຊານລະດັບສາກົນແລ້ວວ່າບໍ່ຈຳເປັນສະເໝີໄປ ເພາະບໍ່ໄດ້ຊ່ວຍໃຫ້ອັດຕາການເກີດມະເຮັງຫລຸດລົງທັງນີ້ລວມເຖິງການເອັກຊະເລແບບເຂົ້າອຸໂມງສະແກນທັງໂຕຊຶ່ງຈັດເປັນການອາບລັງສີໂດຍລັງສີເອັກສະເລທີ່ໄດ້ນັ້ນເປັນພິດຕໍ່ກາຍໃນລະດັບດີເອັນເອ
2.ໃຊ້ຮໍໂມນ”ການໄດ້ຮັບຮໍໂມນມາທັງແບບກິນ,ສີດຫລືເສີມເຂົ້າໄປທີ່ໃຊ້ກັບໄວທອງຫລືເພື່ອກະຕຸ້ນຄວາມໜຸ່ມສາວໃດໆກໍຕາມຕ້ອງລະວັງການເກີດຜົນຂ້າງຄຽງທີ່ບໍ່ປາດຖະ ຫນາເພາະບໍ່ມີຮໍໂມນເສີມໃດທີ່ຂາດພິດໄພການຮັບເຂົ້າໄປມີສິດໄປກວນຮໍໂມນທຳມະຊາດຂອງເກົ່າແລະກາຍເປັນປຸ໋ຍເລັ່ງມະເຮັງໄດ້
3.ນອນເດິກ”ການພັກຜ່ອນທີ່ເດິກເກີນໄປຫລືຜິດເວລາເລື້ອຍໆເຊັ່ນການເຮັດວຽກງານແບບເຂົ້າກະສະຫລັບເວນເຊົ້າ,ບ່າຍແລະເດິກເປັນຄວາມສ່ຽງຕໍ່ສຸຂະພາບແລະພະຍາດມະເຮັງບາງຊະນິດແຕ່ບໍ່ຈຳເປັນຕ້ອງລາອອກຈາກຫນ້າທີ່ການງານເສຍໝົດພຽງຂໍໃຫ້ເຝິກເຕັກນິກຫລັບເລິກຈະຊ່ວຍພິກວິກິດສຸຂະພາບໄດ້
4.ກິນເດິກ”ການໃຊ້ຊີວິດນອນເດິກແລະກິນຜິດເວລາຈະພາໃຫ້ລະບົບໃນຮ່າງກາຍປັ່ນປ່ວນລອງຄິດເຖິງລົດໃຫຍ່ທີ່ຂັບໄປໃສມາໃສນີ້ບໍ່ມີມື້ພັກເຄື່ອງອາໄລ່ກໍຈະເສື່ອມໄວຕ້ອງປ່ຽນອະໄຫລ່ໄປເລື່ອຍໆການກິນເດິກຄືການເຮັດໃຫ້ຮ່າງກາຍຕ້ອງເຮັດໂອທີໃນເວລາທີ່ຄວນພັກຜ່ອນຮ່າງກາຍຕ້ອງລຸກຂຶ້ນມາຍ່ອຍອາຫານບໍ່ດີຈະເຮັດໃຫ້ສະຫມອງຫລັ່ງສານຕ້ານມະເຮັງຄື“ເມລາໂທນິນ”ໄດ້ບໍ່ເຕັມເມັດເຕັມຫນ່ວຍ
5.ກິນຊ້ຳ”ເຮັດພິດກັບທ່ານທີ່ມັກກິນອາຫານທີ່ສະດວກໂດຍສັ່ງອາຫານຊ້ຳໆມາກິນເກືອບທຸກມື້ຈົນກະເພາະແລະລຳໄສ້ເຄີຍຊິນກັບການກິນສານອາຫານເກົ່າສົ່ງຜົນໃຫ້ຂາດວິຕາມິນໄດ້ແຖມການກິນຊ້ຳຍັງເຮັດໃຫ້ສະສົມພິດໄວ້ໃນຮ່າງກາຍທີ່ກ່ຽວກັບມະເຮັງກໍເຊັ່ນ ການກິນໝູແຮມ,ແໜມ,ໄສ້ກອກເລື້ອຍໆຫລືການກິນປາເຄັມເລື້ອຍໆກໍມີສິດກະຕຸ້ນມະເຮັງໃນຈຸດສຳຄັນຂອງຮ່າງກາຍໄດ້
6.ທ້ອງອືດ ອາການທ້ອງອືດຊ່ວຍກະຕຸ້ນມະເຮັງຫລາຍຊະນິດໂດຍສະເພາະທີ່ເຮັດພິດກັບລຳໄສ້ໃຫຍ່ເພາະຢູ່ໃກ້ຊິດກັບຂອງເສຍຈາກຮ່າງກາຍເປັນທີ່ສຸດອາການທ້ອງອືດອາດເປັນຈຸດເລີ່ມຕົ້ນຂອງກ້ອນມະເຮັງໃນລຳໄສ້ໄດ້ໂດຍຄົນທີ່ເປັນເລື້ອຍໆຫລືມີ“ຊີ້ນປົ່ງ (Colon polyposis)ຂໍແນະໃຫ້ໄປສ່ອງກ້ອງເບິ່ງຢ່າງນ້ອຍຈັກເທື່ອໜຶ່ງ
7.ຄຽດງ່າຍ”ທ່ານທີ່ເກັບທຸກເກັ່ງເຊັ່ນເບິ່ງທຸກຢ່າງໄດ້ເປັນເລື່ອງໜ້າລຳຄານຕາ,ລຳຄານໃຈໄປເສຍໝົດ,ລົດຕິດກໍຫງຸດຫງິດ,ເດັກເສີບຍ່າງຮັບອໍເດີຊ້າກໍໂວຍວາຍເຫັນຫຍັງຂວາງຫູຂວາງຕາມີຄວາມໜ້າຈະເປັນໃນການເກີດມະເຮັງໄດ້ສູງເພາະມະເຮັງຮັບວິຕາມິນເລັ່ງແມ່ນມາຈາກຄວາມຄຽດທີ່ກະຕຸ້ນ“ອະນຸມູນອິດສະຫລະ”ໃຫ້ວົນວຽນແບບລ່າເລີງໃນກະແສເລືອດໜີ້ມະເຮັງຂໍ້ສຸດທ້າຍຈຶ່ງຮ້າຍສຸດເພາະເຮັດໃຫ້ເກີດມະເຮັງໄດ້ທຸກສ່ວນລວມເຖິງ “ມະເຮັງໃຈ”