spot_img
Homeຂ່າວທ້ອງຖິ່ນເຂື່ອນນ້ຳເທີນ 2 ຢຸດປ່ອຍນ້ຳຜະລິດໄຟຟ້າ! ຫວັງຫລຸດລະດັບນໍ້າເຊບັ້ງໄຟ ສູງຂຶ້ນເຖິງຂີດອັນຕະລາຍ!

ເຂື່ອນນ້ຳເທີນ 2 ຢຸດປ່ອຍນ້ຳຜະລິດໄຟຟ້າ! ຫວັງຫລຸດລະດັບນໍ້າເຊບັ້ງໄຟ ສູງຂຶ້ນເຖິງຂີດອັນຕະລາຍ!

Published on

IMG_7499 1

ຂປ​ລ. ເຂື່ອນໄຟຟ້ານ້ຳເທີນ 2 ໄດ້ຢຸດການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນ້ຳໃນເຂດລຸ່ມ ເຮືອນຈັກມີປະລິມານສູງຂຶ້ນຫລາຍ ເຊິ່ງເປັນຜົນມາຈາກຝົນຕົກ ຕິດຕໍ່ກັນຫລາຍວັນ ເຮັດໃຫ້ປະລິມານນໍ້າ ເຊບັ້ງໄຟລົ້ນ ຕາຝັ່ງ ແລະ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ ຂອງປະຊາຊົນໃນຕອນລຸ່່ມ.

ທ່ານ ດຣ ດູລິດ ພົມມະຈັນ ຜູ້ຈັດການຝ່າຍຄຸ້ມຄອງ ການຜະລິດໂຄງການໄຟຟ້ານ້ຳເທີນ 2 ລາຍງານຕໍ່ກອງປະຊຸມເຜີຍແຜ່ການ ຢຸດການປ່ອຍນ້ຳຜ່ານເຮືອນຈັກລົງສູ່ຄອງ ສົ່ງນ້ຳເຂດລຸ່ມເຮືອນຈັກໃນວັນທີ 22 ເດືອນກໍລະກົດນີ້ຢູ່ສູນປະຊາສຳພັນ ໂຄງການດັ່ງກ່າວເມືອງຍົມມະລາດ ແຂວງຄຳມ່ວນເພື່ອແຈ້ງ ໃຫ້ຫ້ອງວ່າການປົກຄອງເມືອງ, ຫ້ອງການທີ່ກ່ຽວຂ້ອງ, ນາຍບ້ານເຂດລຸ່ມເຮືອນ ຈັກທີ່ຂຶ້ນກັບເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ ແລະ ເມືອງໄຊບູລີແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮັບ ຊາບວ່າ: ນ້ຳຖ້ວມມີລັກສະນະເກີດຂຶ້ນຕາມລ່ອງແມ່ນ້ຳ ເຊບັ້ງໄຟເກືອບທຸກປີເມື່ອລະດັບນ້ຳເຊບັ້ງໄຟເພີ່ມຂຶ້ນ ໃກ້ລະດັບລົ້ນຕາ ຝັ່ງເຂື່ອນໄຟຟ້ານ້ຳເທີນ 2 ຈະຢຸດການຜະລິດ ຂອງເຄື່ອງຈັກໃຫຍ່ (ເປັນຈັກຜະ ລິດໄຟຟ້າເພື່ອສົ່ງອອກ) ເຊິ່ງການຢຸດການປ່ອຍນ້ຳລົງຄອງ ເໝືອງສົ່ງນ້ຳທີ່ໄຫລລົງສູ່ແມ່ນ້ຳເຊບັ້ງໄຟ ນີ້ເພື່ອຫລີກເວັ້ນ ບໍ່ໃຫ້ນ້ຳຈາກທຳມະຊາດ ເພີ່ມຄວາມຮຸນແຮງຂຶ້ນຕື່ມອີກ ແລະ ຂໍ້ກຳນົດການຢຸດປ່ອຍນ້ຳນີ້ ໄດ້ລະບຸໄວ້ໃນສັນຍາຂອງໂຄງການ ລະຫວ່າງລັດຖະບານລາວກັບບໍລິສັດໄຟຟ້ານ້ຳເທີນ 2 ຄືຖ້ານ້ຳເພີ່ມຂຶ້ນໃນລະດັບ 14,40 ແມັດເຊິ່ງເປັນລະດັບທີ່ໃກ້ ຈະອັນຕະລາຍ,ໂຄງການຈະໄດ້ຫລຸດຜ່ອນການ ປ່ອຍນ້ຳລົງ ແລະ ຈະຢຸດການປ່ອຍນ້ຳບໍ່ ໄຫລລົງລຸ່ມເຮືອນຈັກເມື່ອລະດັບນ້ຳເຊບັ້ງໄຟ ເພີ່ມຂຶ້ນລະດັບ 14,90 ແມັດສາມາດແທກໄດ້ຈາກຫລາວັດ ແທກລະດັບນ້ຳຂອງໂຄງການ.

ທ່ານ ດຣ ດູລິດ ກ່າວຕື່ມວ່າ: ການຢຸດປ່ອຍນ້ຳຂອງໂຄງການນີ້ເລີ່ມ ແຕ່ວັນທີ 21 ເດືອນກໍລະກົດ ແລະ ຈະແກ່ຍາວ ເວລາໄປຕື່ມອີກ 3-4 ວັນຕາມລະດັບນ້ຳຕົວຈິງ ວ່າຈະເພີ່ມຂຶ້ນ ຫລື ຫລຸດລົງ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...