Homeຂ່າວພາຍ​ໃນເສັ້ນທາງດົງໂດກ-ໜອງບຶກ ເປ່ເພເກີດອຸບັດເຫດເລື້ອຍ ໃຜໄປໃຫ້ລະວັງ!

ເສັ້ນທາງດົງໂດກ-ໜອງບຶກ ເປ່ເພເກີດອຸບັດເຫດເລື້ອຍ ໃຜໄປໃຫ້ລະວັງ!

Published on

ທີມຂ່າວລາວໂພສຕ໌ ໄດ້ຮັບການສ່ອງແສງຈາກປະຊາຊົນ ທີ່ທຽວເສັ້ນທາງ ດົງໂດກ-ໜອງບຶກວ່າ ຢາກໃຫ້ລົງໄປເບິ່ງສະພາບເສັ້ນທາງ ແລະນຳສະເໜີອອກສື່ເພື່ອເຕືອນສະຕິ ແກ່ຜູ້ສັນຈອນເສັ້ນທາງນັ້ນ ເພາະອາດຈະເກີດອຸບັດເຫດ, ບາດເຈັບ ຫຼືອາດຈະເສຍຊີວິດໄດ້.

ຕອນບ່າຍ ວັນທີ 23 ກໍລະກົດ 2015 ທີມຂ່າວລາວໂພສໄດ້ເດິນທາງລົງໄປ ພື້ນທີ່ຕີນຄ້ອຍ ບ້ານກົງກະເລົາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຈາກການລົງເບິ່ງຕົວຈິງ ເຮົາພົບເຫັນວ່າເສັ້ນທາງ ແຕ່ດົງໂດກ ຫາສາມແຍກໜອງບຶກ-ໜອງແຕ່ງ ສະພາບເສັ້ນທາງເລິ່ມມີບວກ ຂຸມຈຳນວນຫຼວງຫຼາຍ ຮ້າຍກວ່າໝູ່ແມ່ນຢູ່ເຂດຕີນຄ້ອຍ ປ້າຍບ້ານດົງກະເລົາ ແລະຈຸດຕິດກັບໄຟແດງ ສາມແຍກທາງຕັດໃໝ່ໜອງບຶກ ທີ່ເປັນບວກເລິກ ມີນ້ຳຂັງ ແລະເສັ້ນທາງຂາດ ເຮັດໃຫ້ລົດທີ່ສັນຈອນໄປມາໄດ້ດ້ວຍຄວາມ ຫຍຸ້ງຍາກພໍສົມຄວນ ເພາະເສັ້ນທາງດັ່ງກ່າວມີລົດທຽວຫຼາຍ ໂດຍສະເພາະແມ່ນລົດຂົນສົ່ງສິນຄ້າ ຂະໜາດໃຫຍ່ຜ່ານຢູ່ຕະຫຼອດ ເວລາທັງເວນແລະຄືນ.

ຈາກການສຳພາດປະຊາຊົນ ທີ່ອາໄສຢູ່ໃກ້ກັບບ່ອນເສັ້ນທາງເປ່ເພ ໄດ້ໃຫ້ຮູ້ວ່າ ໃນບ່ອນທີ່ສະພາບເສັ້ນທາງມີຂຸມກວ້າງ, ເລິກ ແລະທາງຂາດນັ້ນ ເວລາຝົນບໍ່ຕົກລົດກໍພໍໄປມາໄດ້ ເຖິງຈະຫຍຸ້ງຍາກແດ່ກໍຕາມ ແຕ່ເມື່ອໃດຝົນຕົກລົງມາ ຜູ້ຂັບລົດເບິ່ງບໍ່ເຫັນສະພາບຂຸມ ຫຼືຜູ້ເດິນທາງບໍ່ລື້ງເສັ້ນທາງ ແມ່ນເກີດອຸບັດເຫດ ເຊິ່ງໄລຍະທີ່ຜ່ານມາ ກໍໄດ້ມີທັງລົດຈັກແລະລົດໃຫຍ່ ເກີດອຸບັດເຫດຈົນລົດລົ້ມໄດ້ຮັບບາດເຈັບ ແລະມີລົດໃຫຍ່ຕົກຈົນປົ້ງແຕກ ກໍມີຫຼາຍແລ້ວ ດັ່ງນັ້ນ, ຈຶ່ງຢາກຝາກຄວາມເຖິງ ຜູ້ທີ່ຈະເດິນທາງມາເສັ້ນທາງນີ້ ຂໍໃຫ້ລະມັດລະວັງຕື່ມ.

ນອກຈາກເສັ້ນທາງ ດົງໂດກ-ໜອງບຶກແລ້ວ ກໍຍັງມີເສັ້ນທາງອື່ນທີ່ຍັງຢູ່ໃນໄລຍະກໍ່ສ້າງ ຫຼືຍັງກຳລັງຢູ່ໃນແຜນການກໍ່ສ້າງ ເຊິ່ງສະພາບເສັ້ນທາງກໍໄດ້ເປ່ເພໜັກ ໂດຍສະເພາະແມ່ນເສັ້ນທາງຈິນາຍໂມ້-ບ້ານຫ້ອມ-ບໍ່ໂອ ແລະເສັ້ນທາງຊານເມືອງອື່ນໆ ຈຶ່ງຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ເດິນທາງດ້ວຍຄວາມລະມັດລະວັງ.

 

20150723_180248 20150723_180257 20150723_180222 20150723_180230

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...