Homeຂ່າວພາຍ​ໃນຮອງປະທານສະພາແຫ່ງຊາດສະແດງຄວາມຍິນດີ ຕໍ່ຄວາມຄິດເຫັນຜ່ານສາຍດ່ວນສະພາ

ຮອງປະທານສະພາແຫ່ງຊາດສະແດງຄວາມຍິນດີ ຕໍ່ຄວາມຄິດເຫັນຜ່ານສາຍດ່ວນສະພາ

Published on

somphaeng

ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດຄວບຕຳ ແໜ່ງຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຕະ ຫລອດໄລຍະຂອງການດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ແຕ່ວັນທີ 1 – 21 ກໍລະກົດນີ້, ມີປະຊາຊົນສົ່ງຄວາມຄິດເຫັນຜ່ານໂທລະສັບ ສາຍດ່ວນທັງໝົດ 1.245 ເລື່ອງ ແລະ ໄດ້ຮັບຄຳສະເໜີເປັນເອກະສານຈຳນວນ 29 ສະບັບ, ຕໍ່ຂໍ້ມູນ ແລະ ຄຳສະເໜີດັ່ງກ່າວສະພາແຫ່ງຊາດ ໄດ້ສັງລວມເປັນຄຳຊັກຖາມຕໍ່ພາກສ່ວນ ກ່ຽວຂ້ອງ ແລະ ເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດ ໃນການປະກອບຄຳເຫັນຕໍ່ເນືອໃນຕ່າງໆ ແລະ ອີກສ່ວນໜຶ່ງໄດ້ສັງ ລວມໃຫ້ບັນດາກະຊວກ່ຽວຂ້ອງມາຊີ້ແຈງ ຕອບຂໍ້ຂ້ອງໃຈຜ່ານສື່ມວນຊົນ.

ຮອງປະທານສະພາແຫ່ງຊາດ ກ່າວວ່າ: ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຫລາຍຄັ້ງຜ່ານມາ, ສັງເກດເຫັນວ່າໄດ້ມີພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງານ, ພໍ່ຄ້າຊາວຂາຍ ກໍຄືປະຊາຊົນບັນ ດາເຜົ່າໃນທົ່ວປະເທດໄດ້ໃຫ້ການ ຕິດຕາມການດຳເນີນກອງປະຊຸມຜ່ານສື່ມວນຊົນຕ່າງໆ ຢ່າງໃກ້ຊິດ ເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບຫລາຍຂຶ້ນ, ເຊິ່ງມັນສະແດງອອກຜ່ານການສະເໜີ ຄຳຄິດເຫັນທີ່ດີ ແລະ ມີປະໂຫຍດຕໍ່ການພັດທະນາເສດຖະກິດ -ສັງຄົມເຂົ້າມາກອງປະຊຸມຜ່ານ ສາຍດ່ວນສະພາມີຈຳນວນເພີ່ມຂຶ້ນ ແລະ ຖືກຕ້ອງຕາມມາດຕາ 41 ຂອງລັດຖະທຳມະນູນແຫ່ງສປປ ລາວ ກ່ຽວກັບສິດຂອງພົນລະເມືອງໃນການສະເໜີຄວາມເຫັນຕໍ່ ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ພົວ ພັນເຖິງສິດ ແລະ ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ.

 

ຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...