spot_img
Homeຂ່າວການພັດທະນາທະນາຄານໂລກ ໃຫ້ເງິນກູ້ຢືມແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ກາງທົ່ວລາວ

ທະນາຄານໂລກ ໃຫ້ເງິນກູ້ຢືມແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ກາງທົ່ວລາວ

Published on

ທະນະຄານໂລກໄດ້ຈັດສັນເງິນທຶນໃນມູນຄ່າລວມ 96 ຕື້ກີບ ສຳລັບຕອບສະໜອງເປັນເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນທົ່ວປະເທດ ລາວ ໃນສົກປີ 2014 ຫາ 2015 ນີ້.

ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມນັກທຸລະກິດຂະໜາດນ້ອຍແລະກາງ ເຊີ່ງເປັນໜ່ວຍງານໃນສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຖະແຫຼງຢືນຢັນວ່າ ທະນາຄານໂລກ ໄດ້ຕົກລົງຈັດສັນເງິນທຶນໃນມູນ ຄ່າລວມ 96 ຕື້ກີບ ຫຼືປະມານ 12 ລ້ານ ໂດລາເພື່ອໃຫ້ການສະໜັບສະໜູນລັດຖະບານລາວ ໃນການຕອບສະໜອງເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍແລະ ຂະໜາດກາງໃນທົ່ວປະເທດລາວ ໃນຕະຫຼອດແຜນການປະຈຳປີ 2014 ຫາ 2015 ທີ່ກຳລັງຈະສິ້ນສຸດການວາງແຜນລົງ ໃນເດືອນກັນຍາ 2015 ນີ້.

ໂດຍທີ່ຜ່ານມາ ກົມສົ່ງເສີມນັກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍໄດ້ໃຫ້ສິນ ເຊື່ອແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄປແລ້ວຄິດເປັນມູນຄ່າລວມ 14 ຕື້ກີບໂດຍເປັນການປ່ອຍກູ້ຜ່ານທະນາຄານ ພັດທະນາລາວ ຈິ່ງຍັງເຫຼືອເງິນທຶນໃນມູນ ຄ່າ 82 ຕື້ກີບທີ່ຈະຕ້ອງໃຫ້ສິນເຊື່ອ ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ມີເງື່ອນໄຂຢ່າງຄົບຖ້ວນພາຍໃນທ້າຍເດືອນກັນຍານີ້.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານ ການສຳຫຼວດ ກ່ຽວກັບ ຄວາມພ້ອມໃນການແຂ່ງຂັນ ຂອງບັນດາ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງລາວ ວ່າມີຫຼາຍກວ່າ 37,00 ແຫ່ງທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານການຕະຫຼາດ ພາຍຫຼັງຈາກ 10 ປະເທດສະມາຊິກຂອງ ອາຊຽນ ໄດ້ເຊື່ອມຕໍ່ ເສດຖະກິດເຂົ້າດ້ວຍ ກັນນັບ ແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ.

ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເຫຼົ່ານີ້ ຍັງມີການຜະລິດສິນຄ້າທີ່ມີລະດັບ ຄຸນນະພາບຕໍ່າ ເນື່ອງຈາກຜູ້ ຜະລິດສິນຄ້າສ່ວນໃຫຍ່ຍັງຂາດ ຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ມີທັກສະໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ລວມທັງຍັງບໍ່ມີຫຼັກວິຊາການໃນ ການຜະລິດສິນຄ້າທີ່ໄດ້ມາດຕະຖານອີກດ້ວຍ

ໂດຍການທີ່ຈະປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວນີ້ເກີດຂຶ້ນກໍຈຳເປັນຈະຕ້ອງໃຊ້ເງິນທຶນໃນມູນຄ່າລວມຫຼາຍກວ່າ 7,000 ຕື້ກີບຫຼືປະມານ 875 ລ້ານໂດລາ ເພື່ອນຳໃຊ້ເຂົ້າໃນການ ພັດທະນາ-ປັບປຸງ ແລະ ຍົກລະດັບຄຸນນະພາບທັງໃນການບໍລິຫານ ແລະ ການຜະລິດ ສິນຄ້າຂອງ SME ໃນລາວໃຫ້ດີຂຶ້ນ ຫາກແຕ່ວ່າ ລັດຖະບານລາວ ກໍມີເງິນທຶນທີ່ໄດ້ຮັບ ການຈັດສັນຈາກທະນາຄານໂລກພຽງແຕ່ 96 ຕື້ກີບເທົ່ານັ້ນ.

ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງ ປະເທດຫຼາຍຂຶ້ນ ທັງໃນດ້ານເທັກນິກ ແລະ ເງິນທຶນສຳລັບການ ພັດທະນາ-ປັບປຸງບັນດາ SME ໃນລາວດັ່ງກ່າວໂດຍຫຼ້າສຸດ ກະຊວງ ອຸດສະຫະກຳ ແລະ ການຄ້າ ແລະ ອົງການ ພັດທະນາສາກົນຂອງ ສະຫະລັດ ອາເມຣິກາ ຫຼື USAID ກໍໄດ້ລົງນາມໃນບັນທຶກຄວາມ ເຂົ້າໃຈ (MOU) ທີ່ວ່າດ້ວຍການເຊື່ອມໂຍງອາຊຽນ ແລະ ສາກົນໄລຍະທີ 2.

ໂດຍອົງການ USAID ໄດ້ສະໜັບສະໜູນເງິນທຶນໃນມູນຄ່າລວມ 9 ລ້ານໂດລາ ຊຶ່ງກໍແບ່ງ ເປັນ 8.5 ລ້ານໂດລາ ສຳລັບພັດທະນາການເຊື່ອມໂຍງ ອາຊຽນກັບສາກົນ ສ່ວນອີກ 5 ແສນໂດລາ ຈະເປັນການປະກອບສ່ວນເຂົ້າໃນ ກອງທຶນເພື່ອພັດທະນາທາງການຄ້າທີ່ ອົງການ USAID ໄດ້ຮ່ວມມືກັບ ທະນາຄານໂລກ ແລະ ອົງການສາກົນໃຫ້ການຊ່ວຍເຫຼືອ ແກ່ວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນລາວເປັນການສະເພາະ.

5B8613DF-A1F0-45A5-9D95-41CF20524D35_w640_r1_s

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...