spot_img
Homeຂ່າວຕ່າງປະເທດເກຣັກຈ່າຍໜີ້ໃຫ້ IMF ແລ້ວ ຫລັງຈາກຜິດຊຳລະເມື່ອ 30 ມິຖຸນາຜ່ານມາ!

ເກຣັກຈ່າຍໜີ້ໃຫ້ IMF ແລ້ວ ຫລັງຈາກຜິດຊຳລະເມື່ອ 30 ມິຖຸນາຜ່ານມາ!

Published on

EyWwB5WU57MYnKOuXuYB43u82OP004N9MvEN3rF50nnIehzhMrKILf

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດນີ້ວ່າ ໃນມື້ວານນີ້ (20 ກໍລະກົດ) ລັດຖະບານເກຣັກ ໄດ້ຈ່າຍໜີ້ຈຳນວນ 2.05 ຕື້ໂດລາ ທີ່ຜິດຊຳລະຄືນໃຫ້ແກ່ກອງທຶນການເງິນລະຫວ່າງປະເທດ ຫລື ໄອເອັມເອັບແລ້ວ ລວມເຖິງຈ່າຍໜີ້ຈຳນວນ 4.2 ຕື້ເອີໂຣ ຂອງທະນາຄານກາງເອີຣົບ ທີ່ເຖິງກຳນົດຈ່າຍໃນມື້ດັ່ງກ່າວອີກດ້ວຍ.

ທັງນີ້ ເກຣັກໄດ້ຜິດຊຳລະໜີ້ໄອເອັມເອັບ ໃນມື້ວັນທີ 30 ມິຖຸນາຜ່ານມາ ແລະ ຜິດຊຳລະອີກເທື່ອໜຶ່ງໃນວັນທີ 13 ກໍລະກົດ ເນື່ອງຈາກບໍ່ສາມາດເຈລະຈາຂໍກູ້ຢືມເພີ່ມຕື່ມຈາກບັນດາເຈົ້າໜີ້ໄດ້ ແຕ່ພາຍຫລັງການຍອມຮັບເງື່ອນໄຂຮັດສາຍແອວອັນເຂັ້ມງວດ ຂອງບັນດາເຈົ້າໜ້ີ ພ້ອມທັງລັດຖະສະພາເກຣັກ ຜ່ານກົດໝາຍປະຕິຮູບ ເມື່ອທ້າຍອາທິດທີ່ຜ່ານມາ ຈິ່ງເຮັດໃຫ້ກຸ່ມປະເທດທີ່ໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນ ຕັດສິນໃຈມອບເງິນຊ່ວຍເຫລືອສຸກເສີນໃຫ້ເກຣັກໃນໄລຍະສັ້ນ ລວມ 7 ຕື້ເອີໂຣ ເພື່ອໃຫ້ເກຣັກນຳມາໃຊ້ໜີ້ກ່ອນ.

ທັງນີ້ ໜຶ່ງໃນເງື່ອນໄຂອັນເຂັ້ມງວດຂອງເຈົ້າໜີ້ທີ່ມີຕໍ່ເກຣັກນັ້ນ ແມ່ນລວມມີການຂຶ້ນພາສີມູນຄ່າເພີ່ມ (VAT) ຈາກເດີມທີ່ຢູ່ໃນລະດັບ 13% ມາເປັນ 23% ອັນໄດ້ເຮັດໃຫ້ພາລະຄ່າໃຊ້ຈ່າຍ ໃນການຊື້ສິນຄ້າ ແລະ ການບໍລິການຕ່າງທີ່ເພີ່ມຂຶ້ນ ໄດ້ຕົກມາຢູ່ໃນຄວາມຮັບຜິດຊອບຂອງປະຊາຊົນຊາວເກຣັກ.

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...