spot_img
Homeຂ່າວເຫດການມອບ - ຮັບໜ້າທີ່ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ!

ມອບ – ຮັບໜ້າທີ່ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ!

Published on

mop

ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ລະຫວ່າງສະຫາຍ ທອງລຸນ ສີສຸລິດກໍາມະການກົມການເມືອງສູນກາງ ພັກ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ,ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກຜູ້ເກົ່າ ແລະ ສະຫາຍນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດ ສູນກາງພັກຜູ້ໃໝ່, ໄດ້ມີຂຶ້ນໃນວັນທີ 20 ກໍລະກົດນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍມີພະ ນັກງານກ່ຽວຂ້ອງເຂົ້າຮ່ວມ,ພ້ອມທັງຊີ້ໃຫ້ເຫັນບົດບາດສໍາຄັນຂອງຄະນະດັ່ງກ່າວ່າ:ການແຍກຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ອອກຈາກຄະນະພັກກະຊວງການຕ່າງປະເທດ ແລະ ການແຕ່ງຕັ້ງຫົວໜ້າຄະນະພົວພັນສູນກາງພັກເປັນການ ສະແດງໃຫ້ເຫັນການເຕີບໃຫຍ່ຂະ ຫຍາຍຕົວຂອງຂະແໜງການຕ່າງປະເທດຂອງພວກເຮົາໃນເງື່ອນໄຂທີ່ ສປປ ລາວ ພວມມີການເຊື່ອມ ໂຍງກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນປັດຈຸບັນ.

 

ຂອບໃຈຂ່າວຈາກ:

ລພນ

 

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...