Home​ຂ່າວບັນເທິງໂຄງການ​ປະ​ກວດ​ນາງ​ສາວ​ລາວ 2015 ​ຈະເປີດຮັບ​ສະໝັກ​ເດືອນ​ກັນ​ຍາ​ນີ້

ໂຄງການ​ປະ​ກວດ​ນາງ​ສາວ​ລາວ 2015 ​ຈະເປີດຮັບ​ສະໝັກ​ເດືອນ​ກັນ​ຍາ​ນີ້

Published on

Miss Lao 2015

ວັນທີ 18 ກໍລະກົດນີ້,  ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບ ບໍລິສັດ ທີວີລາວ ຈຳກັດ, ໄດ້ຈັດພິທີຖະແຫລງເປີດ ໂຄງການປະກວດນາງສາວລາວ 2015 ຂຶ້ນຢູ່ນະຄອນຫລວງວຽງ ຈັນ, ໂດຍມີທ່ານ ນາງ ວິໄລວອນ ພັນທະວົງ ຫົວໜ້າກົມຂະບວນການສູນ ກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ດຣ. ຫົງຄຳ ສຸ ວັນນະວົງ ປະທານບໍລິສັດ ທີວີລາວ ຈຳກັດ, ທັງເປັນຜູ້ຈັດໂຄງການ ປະກວດ ນາງສາວລາວ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ບັນດາສື່ມວນ ຊົນເຂົ້າຮ່ວມເປັນຈຳນວນຫລາຍ.

ຫົວໜ້າກົມຂະບວນການສູນກາງຊາວໜຸ່ມ ໄດ້ກ່າວວ່າ: ໂຄງການປະກວດນາງສາວລາວນີ້ ເປັນກິດຈະກໍາໜຶ່ງທີ່ນອນຢູ່ໃນແນວທາງຂອງການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,

ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໄລຍະໃໝ່, ທັງເປັນ ການເສີມສ້າງຄຸນລັກສະນະ, ພ້ອມທັງກິລິຍາມາລະຍາດຂອງຍິງໜຸ່ມລາວໃຫ້ສົມຄູ່ກັບເປັນຜູ້ສືບທອດ ວັດທະນະທຳຂອງລາວເຮົາມາແຕ່ບູຮານນະການຄື: ງາມທັງກາຍ,ທັງຈິດໃຈ, ມາລະຍາດວາດຊົງ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເອື້ອເຟື້ອເຜື່ອແຜ່, ຄວາມດຸໝັ່ນອົດທົນ, ມີຄວາມຮູ້ ຄວາມສາ ມາດ,ຄວາມບໍລິສຸດຈົ່ງຮັກພັກດີຕໍ່ຄອບຄົວ ແລະ ປະເທດຊາດ. ພ້ອມນີ້ ໂຄງການດັ່ງກ່າວຍັງໄດ້ສົ່ງ ເສີມໃຫ້ໄວໜຸ່ມຍິງລາວມີຄວາມຕັດສິນໃຈບຸກໜ້າ, ບືນຕົວເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ສ້າງຄວາມກ້າຫານສະ ແດງອອກ, ສ້າງຄ່ານິຍົມອັນຖືກຕ້ອງຕໍ່ວັດທະນະທຳ, ຮີດຄອງປະເພນີອັນດີ ງາມຂອງຊາດ.

ຜູ້ຈັດໂຄງການປະກວດນາງສາວລາວ ໄດ້ກ່າວວ່າ: ຈະເຮັດໃຫ້ ໂຄງການນີ້ມີການພັດທະນາດີຂຶ້ນ ທັງຮູບແບບ ແລະ ເນື້ອໃນ ເພື່ອສ້າງເງື່ອນໄຂໃຫ້ນາງສາວລາວສາມາດເຂົ້າແຂ່ງຂັນໃນລະດັບຂົງເຂດ ແລະ ສາກົນໃນອານະຄົດ ເພື່ອສ້າງຊື່ສຽງ ແລະ ໂຄສະນາວັດທະນະທຳອັນດີງາມຂອງລາວ ອອກສູ່ສາຍ ຕາຊາວໂລກ. ສຳລັບ ການຮັບສະໝັກນີ້ທຳອິດແມ່ນຈະເລີ່ມຂຶ້ນຢູ່ພາກໃຕ້ຢູ່ແຂວງຈຳປາສັກ ໃນວັນທີ 19 ກັນຍາ 2015, ພາກເໜືອຢູ່ແຂວງຫລວງພະບາງ ໃນວັນທີ 26 ກັນຍາ 2015 ແລະ ນະຄອນ ຫລວງວຽງຈັນ ໃນວັນທີ 3 ຕຸລາ 2015 ຢູ່ໂຮງແຮມດອນ ຈັນພາເລດ.

ຂອບໃຈຂໍ້ມູນຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...