Homeຂ່າວພາຍ​ໃນບໍ່ຄໍາ-ທອງເຊໂປນ ຈະຜະລິດທອງຫລາຍກວ່າ 80 ພັນໂຕນໃນປີນີ້

ບໍ່ຄໍາ-ທອງເຊໂປນ ຈະຜະລິດທອງຫລາຍກວ່າ 80 ພັນໂຕນໃນປີນີ້

Published on

MMG

ບໍລິສັດ ເອັມເອັມຈີ ລ້ານຊ້າງ ມິເນີໂຣລ (MMG LXML) ເຈົ້າ ຂອງໂຄງການບໍ່ຄໍາ-ທອງເຊໂປນທີ່ແຂວງສະຫວັນນະເຂດ, ໄດ້ລາຍ ງານໃຫ້ຮູ້ໃນວັນທີ 17 ກໍລະກົດ ຜ່ານມານີ້ວ່າ: ການຜະລິດແຜ່ນ ໂລຫະທອງແດງບັນລຸໄດ້ 23.316 ໂຕນໃນໄຕມາດທີສອງຂອງປີ 2015,ເຊິ່ງຜົນການຜະລິດດັ່ງ ກ່າວໄດ້ຄຽງຄູ່ກັບການປ່ຽນແປງຂອງໂຮງ ງານໃນການຫັນປ່ຽນໄປ ສູ່ການຜະລິດແຮ່ປະເພດ 2.

ໃນໄຕມາດທໍາອິດຂອງປີນີ້, ບໍລິສັດຜະລິດແຜ່ນໂລຫະທອງ ແດງໄດ້ເຖິງ 44.632 ໂຕນ, ໃນນີ້ຕົ້ນ ທຶນການຜະລິດ(C1) ຕົວຈິງແມ່ນ $1.07 ໂດລາສະຫະລັດ/ປອນ (lb) ເຊິ່ງຕໍ່າກ່ວາຄາດໝາຍ ຢູ່ທີ່1.10 ໂດລາສະຫະລັດ ຫາ1.20ໂດລາສະຫະລັດ/ປອນ(lb). ໃນປີ 2015 ຄາດວ່າຈະຜະລິດທອງ ແດງໃຫ້ໄດ້ 80-87 ພັນໂຕນ, ໂດຍ ຕົ້ນທຶນການຜະລິດ(C1) ຢູ່ທີ່1.10 ໂດລາ ສະຫະລັດ ຫາ1.20 ໂດລາ ສະຫະລັດ/ປອນ (lb).

ບໍລິສັດ LXML ພວມທົບ ທວນທາງເລືອກເພື່ອເພີ່ມປະສິດທິພາບໃນການຜະລິດເຖິງວ່າຄຸນ ນະພາບຂອງແຮ່ຈະຫລຸດລົງ ແລະ ແຮ່ມີການປ່ຽນລັກສະນະ, ເປົ້າ ໝາຍແຜນງານການສໍາຫລວດ ແມ່ນຍັງຈະສືບຕໍ່ຊອກຄົ້ນໃນຂອບ ເຂດທີ່ຕິດກັບບໍ່ແຮ່ໃນປັດຈຸບັນ.

ຈຸດພົ້ນເດັ່ນອີກອັນໜຶ່ງຂອງບໍລິສັດໃນໄຕມາດທໍາອິດຂອງປີ 2015 ແມ່ນລັດຖະບານລາວ, ໄດ້ ປະກາດໃຫ້ເມືອງວິລະບູລີ ຊຶ່ງເປັນ ທີ່ຕັ້ງຂອງບໍ່ຄໍາ-ທອງເຊໂປນ ໄດ້ ຫລຸດພົ້ນອອກຈາກບັນຊີ 46ເມືອງ ທຸກຍາກທີ່ສຸດໃນລາວ, ການສໍາ ຫລວດຄົວເຮືອນໄດ້ຢັ້ງຢືນວ່າ ເມືອງວິລະບູລີໄດ້ມີລາຍຮັບສູງຂຶ້ນກວ່າ ປີ 2002 ສິບເທົ່າຕົວ, ບໍລິສັດ ໄດ້ສະໜັບສະໜູນໂຄງການພັດທະນາຊຸມຊົນໃນ 42 ບ້ານ,ເຊິ່ງໄດ້ຮັບ ຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫລາຍກວ່າ 14 ພັນຄົນເຊັ່ນ: ການພັດທະນາທຸລະກິດທ້ອງຖິ່ນ, ເສັ້ນທາງ, ໜອງປາ ແລະ ການເຂົ້າ ເຖິງລະບົບນໍ້າປະປາ.

ທ່ານ ຊູເຣດ ວາດນາກຣາ ຜູ້ຈັດການໃຫຍ່ບໍ່ຄໍາ-ທອງເຊໂປນກ່າວວ່າ: ພວກເຮົາຂຸດຄົ້ນແຮ່ເພື່ອ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ໃນຊຸມຊົນທ້ອງຖິ່ນ ແລະ ບັນດາຜູ້ມີ ສ່ວນຮ່ວມທັງຫລາຍ, ພວກເຮົາ ພູມໃຈຫລາຍທີ່ໄດ້ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ໃຫ້ຄໍາໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັບລັດຖະ ບານລາວຢ່າງໃກ້ຊິດໂດຍສຸມໃສ່ການຝຶກອົບຮົມ ແລະ ການພັດທະນາເພື່ອສົ່ງເສີມການດໍາລົງຊີວິດຂອງຊຸມຊົນທີ່ອາໃສຢູ່ໃກ້ກັບບໍ່ຄໍາ-ທອງເຊໂປນ.

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...